“ເມົາລົດ” ຖືວ່າເປັນອາການຂອງ Motion Sickness ຫຼື ສະພາວະທີ່ສະໝອງ ແລະ ການຊົງຕົວທີ່ບໍ່ສາມາດປັບຕົວເຂົ້າກັບການເຄື່ອນໄຫວທີ່ຢູ່ອ້ອມຮອບຕົວເຮົາໄດ້ ເຊິ່ງມັກຈະເກີດຂຶ້ນໃນຂະນະທີ່ຂີ່ໃນຍານພາຫະນະຕ່າງໆເຊັ່ນ: ເຮືອ, ລົດໄຟ, ຍົນ ແລະ ລົດ ເພາະແຕ່ລະຄົນທີ່ເປັນມັກຈະມີອາການ ແລະ ຄວາມຮຸນແຮງທີ່ແຕກຕ່າງກັນ ແຕ່ຖ້າຫາກມີອາການວິນຫົວ, ປວດຮາກເເລ້ວ ນັ້ນສະເເດງວ່າເຈົ້າກໍາລັງເມົາລົດ. ນອກຈາກນັ້ນ, ຄົນທີ່ມີພະຍາດປະຈຳຕົວເຊັ່ນ: “ໄມເກຣນ” ຫຼື ຜູ້ທີ່ມີປະສາດຮັບຮູ້ສຶກການເຄື່ອນໄຫວໄວເເລ້ວ ຈະມີໂອກາດເມົາລົດຫລາຍກວ່າບຸກຄົນທົ່ວໄປ.
ອາການເມົາລົດສາມາດເກີດຂຶ້ນໄດ້ງ່າຍຫຼາຍ ໂດຍສະເພາະແມ່ນຜູ້ທີ່ຕ້ອງເດີນທາງໃນເສັ້ນທາງຄົດລ້ຽວ ເນື່ອງຈາກຖືກເເຮງເເກວ່ງໄປເເກວ່ງມາຂອງລົດ, ເຊິ່ງເຮົາຈະມາເເນະນຳວິທີການປ້ອງກັນອາການເມົາລົດດັ່ງນີ້:
1. ກິນອາຫານ 1 ຊົ່ວໂມງກ່ອນອອກເດີນທາງ
ກ່ອນການເດີນທາງທຸກໆຄັ້ງ ຢ່າປ່ອຍໃຫ້ທ້ອງຫວ່າງ ເພາະເວລາທ້ອງຫວ່າງຈະເຮັດໃຫ້ເມົາລົດໄດ້ງ່າຍ, ແນະນຳໃຫ້ກິນກ່ອນອອກເດີນທາງປະມານ 1 ຊົ່ວໂມງ ແລະ ພັກຜ່ອນປະມານ 45 ນາທີກ່ອນອອກເດີນທາງ, ບໍ່ຄວນກິນອາຫານທີ່ມີກົດ ຫຼື ຫລີກລ່ຽງອາຫານປະເພດທີ່ເປັນມັນ.
2. ກິນຢາເເກ້ເມົາລົດ
ຢາເເກ້ເມົາລົດ ເເມ່ນສາມາດເເກ້ເມົາລົດໄດ້ຢ່າງເຫັນຜົນ ເຊິ່ງສາມາດຫາຊື້ໄດ້ຢູ່ຮ້ານຂາຍຢາທົ່ວໄປ ແນະນໍາໃຫ້ກິນ 1 ເມັດ 30 ນາທີກ່ອນອອກເດີນທາງ.
3. ຫ້າມເຮັດກິດຈະກຳຢູ່ໃນລົດ
ບໍ່ວ່າການເດີນທາງຈະດົນປານໃດ ແລະ ບໍ່ວ່າຫນ້າເບື່ອປານໃດ ຖ້າທ່ານເປັນຄົນທີ່ເມົາລົດງ່າຍ ແນະນຳໃຫ້ຫລີກລ່ຽງກິດຈະກຳທັງໝົດໃນລົດເຊັ່ນ: ການອ່ານປຶ້ມ, ຫລິ້ນເກມ, ຫລິ້ນໂທລະສັບ ຫຼື ສິ່ງອື່ນໆ ເພາະວ່າການເຮັດກິດຈະກໍາເຫລົ່ານີ້ ມັນຈະເຮັດໃຫ້ເມົາລົດ.
4. ໃສ່ແວ່ນຕາກັນແດດ
ນອກຈາກແວ່ນຕາກັນແດດ ຈະສາມາດຊ່ວຍປ້ອງກັນລັງສີຂອງແສງແດດໄດ້ເເລ້ວ, ຜູ້ຊ່ຽວຊານດ້ານການແພດຍັງຢືນຢັນວ່າ ຍັງສາມາດຊ່ວຍປ້ອງກັນອາການເມົາລົດໄດ້ ເພາະແວ່ນຕາກັນແດດຈະຊ່ວຍ “ຫລຸດຜ່ອນການຮັບຮູ້ຂອງເສັ້ນປະສາດ optic” ໃນຂະນະທີ່ນັ່ງຢູ່ໃນຍານພາຫະນະ.
5. ພະຍາຍາມນັ່ງແຖວໜ້າ ແລະ ຫັນໜ້າໄປທາງໜ້າຂອງລົດ
ເມື່ອເດີນທາງໄປສະຖານທີ່ ທີ່ບໍ່ຄຸ້ນເຄີຍ ຫຼາຍຄົນມັກເບິ່ງໄປທາງຂ້າງຂອງລົດ ເພື່ອເບິ່ງທິວທັດຕ່າງໆ, ເຊິ່ງການເຮັດແບບນີ້, ຈະເຮັດໃຫ້ມີອາການເມົາລົດໄດ້ງ່າຍ ຍ້ອນວ່າເສັ້ນປະສາດ optic ຮັບຮູ້ການເຄື່ອນໄຫວຢ່າງໄວວາ ຈົນເຮັດວຽກບໍ່ສອດຄ່ອງກັບສະຫມອງ.
ແຕ່ຖ້າພະຍາຍາມເຮັດທຸກຢ່າງເເລ້ວ ເເລະ ອາການຍັງບໍ່ດີຂຶ້ນ ເເມ່ນເເນະນຳວ່າໃຫ້ນອນ ເພາະການນອນເປັນອີກວິທີຫນຶ່ງທີ່ຈະຫລຸດຜ່ອນຄວາມສັບສົນໃນສະຫມອງ ເເລະ ຈະເຮັດໃຫ້ບໍ່ມີອາການເມົາລົດ.