ເມື່ອບໍ່ດົນມານີ້, ກອງເລຂາ ຄະນະກຳມະການອະໄພຍະໂທດລະດັບຊາດ ຈັດກອງປະຊຸມ ຄົ້ນຄວ້າ ພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ປະຈຳປີ 2022 ເເລະ ຄໍາຮ້ອງຂໍອະໄພຍະໂທດ, ຫລຸດຜ່ອນໂທດ ໃຫ້ແກ່ນັກໂທດປະຫານຊີວິດ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາ ຊົນສູງສຸດ, ຫົວໜ້າກອງເລຂາຄະນະກຳມະການອະໄພຍະໂທດລະດັບຊາດ, ມີກະຊວງປ້ອງກັນປະເທດ, ສານປະຊາຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງການຕ່າງປະເທດ ແລະ ຄະນະກອງເລຂາຄະນະກໍາມະການອະໄພຍະໂທດ ເຂົ້າຮ່ວມ.

ໃນກອງປະຊຸມ, ໄດ້ຮັບຟັງລາຍງານຜົນການຄົ້ນຄວ້າ ແລະ ກວດກາຂອງແຕ່ລະຈຸທີ່ຮັບຜິດຊອບ ເພື່ອເປັນການຄົ້ນຄວ້າພິຈາລະນາຄັດເລືອກ ເອົານັກໂທດ ຜູ້ທີ່ມີເງື່ອນໄຂສະເໜີໃຫ້ອະໄພຍະໂທດ ເພື່ອນຳສະເໜີຕໍ່ຄະນະກຳມະການອະໄພຍະໂທດລະດັບຊາດພິຈາລະນາຕາມຂັ້ນຕອນ ທີ່ໄດ້ກໍານົດໄວ້ໃນ ລັດຖະບັນຍັດວ່າດ້ວຍການໃຫ້ອະໄພຍະໂທດ ສະບັບເລກທີ 001/ປປທ, ລົງວັນທີ 20 ມີນາ 2018. ການໃຫ້ອະໄພຍະໂທດແມ່ນການປະຕິບັດນະໂຍບາຍມະນຸດສະທຳ ເພື່ອສຶກສາອົບຮົມນັກໂທດ ໃຫ້ເຫັນໄດ້ຕໍ່ແນວທາງນະ ໂຍບາຍຂອງພັກ ກໍຄື ກົດໝາຍຂອງລັດ ແຫ່ງ ສປປ ລາວ ເພື່ອກໍ່ສ້າງຕົນເອງໃຫ້ກາຍ ເປັນ ພົນລະເມືອງດີຂອງຊາດ ແນໃສ່ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ສ້າງເງື່ອນໄຂໃນການປະກອບສ່ວນເຂົ້າໃນການປົກ ປັກຮັກສາ ແລະ ພັດທະນາປະເທດຊາດ.

ໂອກາດດັ່ງກ່າວ, ປະທານກອງປະຊຸມ ໄດ້ຮຽກຮ້ອງໃຫ້ກອງເລຂາຄະນະກໍາມະການອະໄພຍະໂທດລະດັບຊາດ ສືບຕໍ່ເຊີດຊູ ແລະ ຍົກສູງຄວາມຮັບຜິດຊອບຂອງຕົນ ເພື່ອເຮັດໃຫ້ວຽກງານອະໄພຍະໂທດ ໄດ້ຮັບການຈັດຕັ້ງປະຕິບັດຕາມ ລັດຖະບັນຍັດ ຂອງປະທານປະເທດ ແລະ ຮຽກຮ້ອງໃຫ້ຄະນະກໍາມະການອະໄພຍະໂທດລະດັບຊາດ ເປັນເຈົ້າການໂຄສະນາສຶກສາອົບຮົມທຸກຊັ້ນຄົນ, ເຫັນໄດ້ແນວທາງມະນຸດສະທໍາຂອງ ພັກ-ລັດຖະ ບານ ສປປ ລາວ

ຂ່າວ: ສຸກ ອອປສ

LEAVE A REPLY

Please enter your comment!
Please enter your name here