ຕາມ​ຂ່າວ​ຈາກ​ ໂຕ​ກຽວ,ວັນ​ທີ2​ສິງຫາ​ນີ້, ກະຊວງ ​ແຮງ​ງານ​ ຍີ່ປຸ່ນ ຕົກລົງເຫັນ​ດີ​ໃຫ້​ປັບ​ຂຶ້ນ​ຄ່າ​ແຮງ​ງານ​ຂັ້ນຕ່ຳສະ​ເລ່ຍ ຂອງ​ປີ​ງົບປະມານປັດຈຸບັນຊຶ່ງ​ຈະ​ຄົບ​ກຳນົດ ​ໃນ​ເດືອນ​ມີນາ ​ປີໜ້າ ​ເພີ່ມ​ຂຶ້ນ 31 ​ເຢນ ມາ​ເປັນ 961 ​ເຢນຕໍ່​ຊົ່ວ​ໂມງ ຫລື ​ເພີ່ມ​ຂຶ້ນ​ເປັນ 3,3%.

ຂະນະ​ທີ່ ທ່ານ​ ຟຸມິ​ໂອະ ຄີ​ຊິ​ດະ(Fumio Kishida),​ ນາ​ຍົກ​ລັດ​ຖະ​ມົນ​ຕີຍີ່ປຸ່ນ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ເພີ່ມ​ທະ​ວີການ​ລົງ​ທຶນ ​ເພື່ອ​ປະ​ຊາ​ຊົນ​ ຕາມ​ຍຸດ​ທະ​ສາດ “ທຶນ​ນິຍົມ​ໃໝ່” ທີ່​ມີ​ແຜນ ​ການ​ລວມ​ເຖິງ​. ການເພີ່ມຂຶ້ນ ຄ່າ​ແຮງ​ງານ ຂັ້ນຕໍ່າ ສະເລ່ຍ​ເປັນ 1.000 ເຢນຕໍ່ຊົ່ວໂມງ ຫລື ຫລາຍກວ່ານັ້ນໃຫ້​ໄວ​ທີ່​ສຸດເພື່ອຫລຸດຜ່ອນຄ່າຄອງຊີບໃຫ້​ແກ່ປະຊາຊົນ ເຖິງແມ່ນວ່າ ລັດຖະບານ ພວມປະເຊີນກັບບັນຫາການເພີ່ມຂຶ້ນ ຂອງຄ່າໃຊ້ຈ່າຍສູນກາງເຊັ່ນດຽວກັນ ກໍ່ຕາມ.

(ພາກ​ຂ່າວ:ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

LEAVE A REPLY

Please enter your comment!
Please enter your name here