ໃນລະຫວ່າງວັນທີ 24-29 ກໍລະກົດ ຜ່ານມາ, ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ, ພ້ອມດ້ວຍບັນດາຫົວໜ້າກົມ ແລະ ພະນັກງານກະຊວງການເງິນ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກຢ່າງເປັນທາງການ ທີ່ ສສ ຫວຽດນາມ ຕາມຄໍາເຊີນຂອງ ທ່ານ ໂຮດຶກເຝີກ ລັດຖະມົນຕີກະຊວງການເງິນແຫ່ງ ສສ ຫວຽດນາມ ເພື່ອສືບຕໍ່ປະຕິບັດພາລະກິດ ຕາມແຜນຍຸດທະສາດການຮ່ວມມື 5 ປີ (2021-2025) ແລະ ແຜນການຮ່ວມມືປີ 2022 ຂອງສອງກະຊວງການເງິນລາວ ແລະ ຫວຽດນາມ.

ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກໃນຄັງນີ້, ຄະນະຜູ້ແທນກະຊວງການເງິນ ແຫ່ງ ສປປ ລາວ ເພື່ອເສີມສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ທີ່ມີມາຍາວນານ. ໃນປີນີ້, ເປັນປີພິເສດທີ່ສອງປະເທດໄດ້ ສະເຫລີມສະຫລອງ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມ ລາວ-ຫວຽດນາມ, ຫວຽດນາມ-ລາວ ຄົບຮອບ 45 ປີ, ວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 60 ປີ ແລະ ການຮ່ວມມືຂອງສອງກະຊວງການເງິນ ຄົບຮອບ 18 ປີ ເຊິ່ງໄລຍະຢ້ຽມຢາມ ສອງຝ່າຍ ກໍໄດ້ຈັດພິທີສະຫລອງຮ່ວມກັນ ດ້ວຍການແລກປ່ຽນມອບໃບຍ້ອງຍໍ ແລະ ປະດັບຫລຽນໄຊແຮງງານ ຂອງສອງພັກ-ສອງລັດ ໃຫ້ແກ່ພະນັກງານກະຊວງການເງິນ ແລະ ກົມກອງອ້ອມຂ້າງກະຊວງການເງິນ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນທາງດ້ານເຫື່ອແຮງ, ສະຕິປັນຍາເຂົ້າໃນການພັດທະນາ ຂົງເຂດການເງິນຕ່າງໆ.

ໂອກາດດັ່ງກ່າວ, ທ່ານ ບຸນໂຈມ ອຸບົນປະເສີດ ພ້ອມຄະນະນ ຍັງໄດ້ເຂົ້າຢ້ຽມ ຂໍ່ານັບ ທ່ານ ເລ ມິງ ຄ໋າຍ ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ຜູ້ຊີ້ນໍາເສດຖະກິດ ເພື່ອຂໍທິດຊີ້ນຳ, ແລກປ່ຽນທັດສະນະ ແລະ ລາຍງານສະພາບແຜນພັດທະນາເສດຖະກິດ-ສັງຄົມ, ການແກ້ໄຂບັນຫາຫຍຸ້ງຍາກດ້ານການເງິນ-ງົບປະມານ, ການປະຕິບັດວາລະແຫ່ງຊາດ, ມາດຕະການກະຕຸ້ນເສດຖະກິດ ແລະອື່ນໆ.

ພ້ອມນັ້ນ, ກໍໄດ້ດໍາເນີນການພົບປະສອງ ລະຫວ່າງ ລັດຖະມົນຕີກະຊວງການເງິນຂອງສອງປະເທດ ໂດຍມີກົມວິຊາການເງິນທີ່ກ່ຽວຂ້ອງເຂົ້າຮ່ວມ ເພື່ອແລກປ່ຽນບົດ ຮຽນການຄຸ້ມຄອງການເງິນມະຫາພາກ ແລະ ການແກ້ໄຂບັນຫາຫຍຸ້ງຍາກທາງດ້ານການເງິນ-ງົບປະມານ. ຈາກນັ້ນກໍເຮັດວຽກຖອດຖອນບົດຮຽນ ວິທີປະຕິບັດຕົວຈິງກັບວິຊາການ ເປັນຕົ້ນ ວຽກງານຂອງຂະແໜງຊັບສິນແຫ່ງລັດ, ການສ້າງນະໂຍບາຍຄຸ້ມຄອງເກັບລາຍຮັບຈາກຊັບສິນ, ການຂຸດຄົ້ນແຮ່ທາດ, ຊັບພະຍາກອນທໍາມະຊາດ, ການວິໄຈ, ກົນໄກການກໍານົດລາຄາ, ການແບ່ງຂັ້ນຄຸ້ມຄອງ ແລະ ການເກັບລາຍຮັບລວມສູນດ້ວຍລະບົບທັນສະໄໝ; ການຄຸ້ມຄອງການເງິນວິສາຫະກິດ, ການຄຸ້ມຄອງຫວຍພັດທະນາ, ການສ້າງລະບຽບການຄຸ້ມຄອງຫວຍ, ການຄຸ້ມຄອງກາຊີໂນ, ການປະຕິຮູບລັດວິສາຫະກິດແລະນິຕິກໍາອື່ນໆ; ການຄຸ້ມຄອງການເກັບອາກອນ, ລະບົບການອອກໃບເກັບເງິນເອເລັກໂຕຣນິກ, ການຄຸ້ມຄອງຫົວໜ່ວຍທຸລະກິດ, ການແຈ້ງມອບພັນທະອາ ກອນແຕ່ລະປະເພດ, ການຄຸ້ມຄອງການຄ້າອອນລາຍ, ໂຄງປະກອບການຈັດຕັ້ງ, ການຊີ້ນໍາບັນຊາສາຍງານ ແລະ ການພັດທະນາວິຊາການອາກອນ ແລະ ການແບ່ງຂັ້ນຄຸ້ມຄອງຂອງຂະແໜງສ່ວຍສາອາກອນ; ການເກັບລາຍຮັບພາສີ-ອາກອນ, ການຄຸ້ມຄອງບໍລິສັດທີ່ໄດ້ມາດຕະຖານ (AEO), ການສ້າງສິ່ງອໍານວຍຄວາມສະດວກໃນການແຈ້ງພາສີສົ່ງອອກ-ນໍາເຂົ້າສິນຄ້າ, ການຄຸ້ມຄອງລະບົບສາງສິນຄ້າ, ການບໍລິການຂອງດ່ານທ່າເຮືອສາກົນ ແລະ ການນໍາໃຊ້ເຄື່ອງມືທັນສະໄໝ ໃນການບໍລິຫານວຽກງານພາສີ; ການຄຸ້ມຄອງ, ການບໍລິຫານໜີ້ສິນສາທາລະນະ, ວິທີການປັບໂຄງສ້າງໜີ້, ການແກ້ໄຂໜີ້ສິນພາຍໃນ ແລະ ຕ່າງປະເທດ; ວຽກງານບໍລິການຄັງເງິນ ທີ່ຕິດພັນກັບການບໍລິ ການຂອງທະນາຄານ, ຫົວໜ່ວຍທຸລະກິດ ແລະ ການກວດກາການຈ່າຍ, ການບໍລິຫານແຫລ່ງເງິນ, ການລວມສູນລາຍຮັບ-ຈ່າຍງົບປະມານ ແລະ ການແບ່ງຂັ້ນຄຸ້ມຄອງສູນກາງ-ທ້ອງຖິ່ນ ແລະ ການນໍາໃຊ້ທັນສະໄໝ ໃນການຄຸ້ມຄອງລະບົບຄັງເງິນ ແລະ ການເງິນພາກລັດ; ການຫັນເປັນທັນສະໄໝໃນການຄຸ້ມຄອງຂໍ້ມູນຂ່າວສານ, ສະຕິຖິການເງິນ ແລະ ການພັດທະນາລະບົບທັນສະໄໝ ລວມສູນທົ່ວຂະແໜງການເງິນ; ການລະດົມທຶນ, ການປຶກສາກັບທະນາຄານ BIDV ການກູ້ຢືມ ຫລື ຊ່ວຍເຫລ້ອລ້າ, ການທາບທາມຈໍາ ໜ່າຍພັດທະບັດ ແລະ ບັນຫາການຮ່ວມມືດ້ານການເງິນອື່ນໆ.

ໂອກາດດຽວກັນ, ຄະນະຜູ້ແທນກະຊວງການເງິນ ຍັງໄດ້ລົງຢ້ຽມຢາມນະຄອນຮາຍຟອງ ພົບປະກັບເຈົ້າຄອງ, ຮອງເຈົ້າ ແລະ ຂະແໜງການເງິນ ເພື່ອແລກປ່ຽນບົດຮຽນການປະຕິບັດວຽກງານຕົວຈິງຢູ່ຂັ້ນທ້ອງຖິ່ນ, ການແບ່ງຂັ້ນຄຸ້ມຄອງປະຕິບັດລາຍຮັບ-ລາຍຈ່າຍ, ການເກັບອາກອນພາຍໃນ, ການເກັບພາສີທີ່ດິນ, ຊັບສິນຂອງລັດ, ການແຈ້ງພາສີ-ອາກອນສົ່ງອອກ-ນໍາເຂົ້າຂອງດ່ານທ່າເຮືອຮາຍຟອງ, ການບໍລິການລະ ບົບສາງສິນຄ້າ, ການໃຫ້ບູລິມະສິດບໍລິສັດ ທີ່ໄດ້ຮັບມາດຕະຖານ ແລະ ການນໍາໃຊ້ເຄື່ອງມືທັນສະໄໝ ເຂົ້າໃນການບໍລິການຂອງດ່ານພາສີ.

ຂ່າວ-ພາບ: ກະຊວງການເງິນ

LEAVE A REPLY

Please enter your comment!
Please enter your name here