Friday, August 29, 2025
Homeຂ່າວຕ່າງປະເທດສະມັດຊາໃຫຍ່ ສປຊ ຮັບຮອງເອົາມະຕິສ້າງຕັ້ງອົງການທີ່ປຶກສາກ່ຽວກັບ AI ລະດັບໂລກ

ສະມັດຊາໃຫຍ່ ສປຊ ຮັບຮອງເອົາມະຕິສ້າງຕັ້ງອົງການທີ່ປຶກສາກ່ຽວກັບ AI ລະດັບໂລກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 26 ສິງຫາ ຜ່ານມາວ່າ: ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ (ສປຊ)ໄດ້ສ້າງຕັ້ງອົງການທີ່ປຶກສາກ່ຽວກັບປັນຍາປະດິດ (AI) ເພື່ອໃຫ້ປະເທດຕ່າງໆສາມາດຕັດສິນໃຈ ແລະ ເຈລະຈາກ່ຽວກັບເຕັກໂນໂລຊີດັ່ງກ່າວ.

ຂ່າວລະບຸວ່າ: ສະມັດຊາໃຫຍ່ອົງການສະຫະປະຊາຊາດ (UNGA) ໄດ້ຮັບຮອງເອົາມະຕິໃນການສ້າງຕັ້ງ “ຄະນະກຳມາທິການວິທະຍາສາດສາກົນອິດສະຫຼະ ວ່າດ້ວຍ ປັນຍາປະດິດ” ເພື່ອເຜີຍແຜ່ການປະເມີນທາງວິທະຍາສາດ ແລະ ວິເຄາະການຄົ້ນຄວ້າທີ່ມີຢູ່ແລ້ວກ່ຽວກັບໂອກາດ, ຄວາມສ່ຽງ ແລະ ຜົນກະທົບຂອງ AI.

ທ່ານ ອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ ຈະເລືອກເອົາບຸກຄະລາກອນຈາກ 40 ປະເທດ ເຂົ້າສະມາຊິກ ແລະ ຈະດຳລົງຕຳແໜ່ງເປັນເວລາ 3 ປີ.

ນອກຈາກນັ້ນ, ຈະມີການປຶກສາຫາລືປະຈຳປີລະຫວ່າງລັດຖະບານ ແລະ ພາກສ່ວນກ່ຽວຂ້ອງ ເພື່ອປຶກສາຫາລືກ່ຽວກັບການຮ່ວມມືສາກົນ, ແບ່ງປັນບົດຮຽນ ແລະ ການປະຕິບັດທີ່ຖອດຖອນໄດ້, ພ້ອມທັງປຶກສາຫາລືກ່ຽວກັບການຄຸ້ມຄອງ AI ເພື່ອຊ່ວຍໃຫ້ບັນລຸເປົ້າໝາຍການພັດທະນາທົ່ວໂລກ.

ຂະນະທີ່ກອງປະຊຸມສຸດຍອດປັນຍາປະດິດລະດັບໂລກຄັ້ງທຳອິດ ຊຶ່ງຈັດໂດຍ ສປຊ ມີກຳນົດຈະຈັດຂຶ້ນທີ່ນະຄອນເຈນີວາ ປະເທດສະວິດ ໃນປີໜ້າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments