ໃນລະຫວ່າງວັນທີ 2-4 ສິງຫາ 2022 ນີ້, ສະຖາບັນການຕ່າງປະເທດ ສຳມະນາວິຊາການ ໃນຫົວຂໍ້ “ແລກປ່ຽນບົດຮຽນກ່ຽວກັບວຽກງານການຄົ້ນຄວ້າພາຍໃນກະຊວງການຕ່າງປະເທດ” ​ໂດຍມີ ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະ ຊວງການຕ່າງປະເທດ, ມີບັນດາທູດອາວຸໂສ ຈາກສະໂມສອນນັກການທູດລາວ ແລະ ສໍາມະນາກອນຈາກກະຊວງການຕ່າງປະເທດ ເຂົ້າຮ່ວມ.

ຊຸດສຳມະນາໃນຄັ້ງນີ້, ບັນດາທູດອາວຸໂສ ທີ່ມາຈາກສະໂມສອນນັກການທູດລາວ, ຄະນະກົມພາຍໃນກະຊວງການຕ່າງປະເທດ,​ ສະຖາບັນຄົ້ນຄວ້າ ແລະ ສະຖາບັນການສຶກສາຂອງລາວ ໄດ້ຜັດປ່ຽນກັນບັນຍາຍ ໃນຫລາຍຫົວຂໍ້ທີ່ສຳຄັນ ເປັນຕົ້ນ ບົດຮຽນກ່ຽວກັບ ການຄົ້ນຄວ້າສະພາບການພົ້ນເດັ່ນພາກພື້ນ ແລະ ສາກົນ; ການຄົ້ນ ຄວ້າເນື້ອໃນຮັບໃຊ້ໃຫ້ແກ່ ການເຄື່ອນໄຫວຕ່າງປະເທດຂອງການນໍາຂັ້ນສູງ ແລະ ການສ້າງຕັ້ງສາຍພົວພັນການທູດກັບຕ່າງປະເທດ; ການຄົ້ນຄວ້າ ແລະ ວາງທັດສະນະ ຕໍ່ບັນຫາພົ້ນເດັ່ນພາກພື້ນ ແລະ ສາກົນ, ການຄົ້ນຄວ້າສະເໜີໂຄງການໃນຂອບກອງທຶນ LMC; ການປັບປຸງວຽກງານຄົ້ນຄວ້າພາຍໃນກະຊວງການຕ່າງປະເທດ ແລະ ການສົ່ງເສີມວຽກງານຄົ້ນຄວ້າ ໃນຂະແໜງການກ່ຽວຂ້ອງຕ່າງໆ ແນໃສ່ປັບປຸງ ແລະ ສົ່ງເສີມວຽກງານຄົ້ນຄວ້າພາຍໃນກະຊວງການຕ່າງປະເທດ ແລະ ສ້າງເຄືອຂ່າຍນັກຄົ້ນຄວ້າໃນລາວ ເພື່ອການປະສານສົມທົບ, ແລກປ່ຽນຂໍ້ມູນຮ່ວມກັນໃນຕໍ່ໜ້າ, ທັງເປັນການສືບຕໍ່ຜັນຂະຫຍາຍຜົນກອງການສຳມະນາ ກ່ຽວກັບວຽກງານຄົ້ນຄວ້າ ທີ່ສະຖາບັນການຕ່າງປະເທດ ໄດ້ຈັດຂຶ້ນເປັນປົກກະຕິໃນໄລຍະຜ່ານມາ ເພື່ອໃຫ້ຕໍ່ເນື່ອງ ແລະ ມີປະສິດທິຜົນສູງຂຶ້ນເລື້ອຍໆ.

      ທ່ານ ໂພໄຊ ໄຂຄໍາພິທູນ ໄດ້ຍົກໃຫ້ເຫັນເຖິງ ຄວາມໝາຍຄວາມສໍາຄັນຂອງວຽກງານຄົ້ນຄວ້າ ທີ່ໄດ້ຕິດພັນກັບທຸກຂະແໜງການ ເຊິ່ງໄລຍະຜ່ານມາ ລັດຖະບານ ແຫ່ງ ສປປ ລາວ ກໍໄດ້ໃຫ້ການສະໜັບສະໜູນຢ່າງຕໍ່ເນື່ອງ, ວຽກງານຄົ້ນຄວ້າ ສຳລັບຂະແໜງການຕ່າງປະເທດ ແມ່ນມີຄວາມຮຽກຮ້ອງຕ້ອງການສູງ ໂດຍສະເພາະໃນສະ ພາບການພົວພັນສາກົນ ທີ່ມີການປ່ຽນແປງຢ່າງໄວວາ, ເຊິ່ງມີຄວາມຈໍາເປັນທີ່ຈະຕ້ອງໄດ້ຕິດຕາມ ແລະ ຕີລາຄາສະພາບຂອງພາກພື້ນ ແລະ ສາກົນເປັນປະຈຳ ເພື່ອລາຍງານໃຫ້ແກ່ຂັ້ນເທິງ ກໍຄື ຄະນະນໍາກະຊວງການຕ່າງປະເທດ. ສະນັ້ນ, ການແລກປ່ຽນບົດຮຽນ ໃນຄັ້ງນີ້, ຈຶ່ງມີຄວາມຈໍາເປັນ ແນໃສ່ເຮັດໃຫ້ການຄົ້ນຄວ້າ-ວິໄຈ ແລະ ວາງທັດສະນະຕໍ່ບັນຫາຕ່າງໆ ໃຫ້ມີຄວາມສອດຄ່ອງກັບນະໂຍບາຍຂອງ ພັກ-ລັດຖະບານ ວາງອອກ, ພ້ອມທັງຮັບປະກັນໄດ້ ທັງຄຸນນະພາບ ແລະ ປະສິດທິພາບຂອງການຄົ້ນ ຄວ້າ ເພື່ອຍາດແຍ່ງເອົາຜົນປະໂຫຍດມາສູ່ປະເທດຊາດ.

      ​ໂອກາດ​ນີ້, ທ່ານ ໄມ ໄຊຍະວົງສ໌ ຫົວໜ້າສະຖາບັນການຕ່າງປະເທດ ກໍໄດ້ສະແດງຄວາມຊົມເຊີຍ ຕໍ່ຜູ້ຕາງໜ້າຈາກພາກສ່ວນຕ່າງໆ ທັງພາຍໃນກະຊວງການຕ່າງປະເທດ ແລະ ຈາກສະຖາບັນຕ່າງໆໃນລາວ ທີ່ໄດ້ມາຮ່ວມແລກປ່ຽນບົດຮຽນ ແລະ ປະສົບການຫລາຍຮູບແບບທີ່ເປັນປະໂຫຍດ ໃຫ້ແກ່ສໍາມະນາກອນ ພາຍໃນກະຊວງການຕ່າງປະເທດ ກໍຄື ສະຖາບັນການຕ່າງປະເທດ ເພື່ອເປັນບົດຮຽນໃນການສືບຕໍ່ປັບປຸງວຽກງານຄົ້ນຄວ້າ ໃນຂະແໜງການທີ່ຕົນຮັບຜິດຊອບ ໃຫ້ຮັບປະກັນໄດ້ ທັງຄຸນນະພາບ ແລະ ປະລິມານ, ມີການປະສານກັນຢ່າງກົມກຽວ ກັບພາກສ່ວນກ່ຽວຂ້ອງ ເພື່ອເປັນພື້ນຖານໃນການສ້າງເຄືອຂ່າຍນັກຄົ້ນຄວ້າ ຢູ່ ສປປ ລາວ ແນໃສ່ຍົກສູງຂີດຄວາມສາມາດ ໃນການເຮັດໜ້າທີ່ເປັນເສນາທິການ ຮັບໃຊ້ໃຫ້ແກ່ຂັ້ນເທິງໃນອະນາຄົດ.

ຂ່າວ-ພາບ: ທະນູທອງ

LEAVE A REPLY

Please enter your comment!
Please enter your name here