ວິທະຍຸສາກົນແຫ່ງ ສປ ຈີນ, ວັນທີ 26 ສິງຫານີ້, ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ພ້ອມດ້ວຍພັນລະຍາ ຄື: ທ່ານ ນາງ ເຜີງລີ້ຢວນ ໄດ້ພົບປະກັບ ສົມເດັດ ໂນໂຣດົມ ສີຫາໂມນີ ເຈົ້າຊີວິດກຳປູເຈຍ ພ້ອມດ້ວຍພະລາຊີນີ ໂນໂຣດົມ ໂມນີນຽດ ຢູ່ທຳນຽບ ຈົ່ງນານໄຫ ນະຄອນຫລວງປັກກິ່ງ. ໃນໂອກາດນີ້ ທ່ານ ສີ ຈິ້ນຜິງ ກ່າວວ່າ, ສາຍພົວພັນລະຫວ່າງ ສປ ຈີນ-ກຳປູເຈຍ ໄດ້ຜ່ານການທົດສອບຈາກການປ່ຽນແປງຢ່າງສັບສົນຂອງສະພາບການສາກົນ, ໄດ້ສ້າງມິດຕະພາບອັນແຂງແກ່ນທີ່ຮ່ວມທຸກ ຮ່ວມສຸກ, ກາຍເປັນຊັບສົມບັດທີ່ລ້ຳຄ່າຂອງປະຊາຊົນສອງຊາດ, ແລະ ສົມຄວນໄດ້ຮັບການທະນຸຖະໜອມຈາກສອງຝ່າຍເປັນພິເສດ. ເມື່ອຜະເຊີນໜ້າກັບສະພາບການສາກົນ ທີ່ມີຄວາມສັບສົນວຸ້ນວາຍ, ໂດຍສອງປະເທດ ຈີນ-ກຳປູເຈຍ ຕ້ອງຢືນຄຽງບ່າຄຽງໄຫລ່ ຢູ່ຮ່ວມກັນ ຢ່າງເດັດດ່ຽວ ກວ່າເກົ່າ, ສືບທອດມິດຕະພາບ ອັນເປັນມູນເຊື້ອ, ເພີ່ມທະວີ ຄວາມສາມັກຄີ ແລະ ການປະສານງານ, ເລັ່ງລັດສ້າງຄູ່ຮ່ວມ ຊາຕາກຳຈີນ-ກຳປູເຈຍ ທີ່ມີອະນາຄົດຮ່ວມກັນໃນຍຸກໃໝ່, ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນສອງຊາດ ໄດ້ຫລາຍກວ່າເກົ່າ. ສປ ຈີນ ເດັດດ່ຽວສະໜັບສະໜູນປະຊາຊົນກຳປູເຈຍ ເດີນຕາມເສັ້ນທາງ ການພັດທະນາ ທີ່ສອດຄ່ອງກັບສະພາບຕົວຈິງຂອງປະເທດຕົນ, ບັນລຸຄວາມສຸກຊຸ່ມກຸ່ມເຢັນຍາວນານຂອງກຳປູເຈຍ. ຈາກນັ້ນ ສົມເດັດໂນໂຣດົມ ສີຫາໂມນີ ແລະ ພະລາຊີນີໂນໂຣດົມ ໂມນີນຽດ ກ່າວວ່າ ກຳປູເຈຍ ປະຕິບັດຕໍ່ສາຍພົວພັນກຳປູເຈຍ-ສປ ຈີນ ຈາກລະດັບສູງດ້ານຍຸດທະສາດ, ຍິນດີເສີມຂະຫຍາຍ ສາຍພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງ ກຳປູເຈຍ-ສປ ຈີນ ໃຫ້ດີ ແລະ ຮ່ວມກັນສ້າງຄູ່ຮ່ວມຊາຕາກຳ ຈີນ-ກຳປູເຈຍ ທີ່ມີອະນາຄົດຮ່ວມກັນໃນຍຸກໃໝ່.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ