ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 25 ແລະ ອັດລົງໃນຕອນເຊົ້າວັນທີ 26 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະ ຊວງ-ອົງການເຂົ້າຮ່ວມແບບເຊິ່ງໜ້າ; ການນໍາຂອງບັນດາແຂວງ ແລະ ນະຄອນຫລວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງ ປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນສິງຫາ ແລະ ທິດທາງແຜນ ວຽກຈຸດສຸມ ປະຈຳເດືອນກັນຍາ 2025.
ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສໍາຄັນ ຄື:
ວາລະທີ 1: ການສະຫຼຸບວຽກງານພົ້ນເດັ່ນປະຈໍາເດືອນສິງຫາ ແລະ ທິດທາງແຜນການ ປະຈໍາເດືອນກັນຍາ 2025 ຂອງລັດຖະບານ; ລາຍງານສະພາບສາກົນ ແລະ ພາກພື້ນ ທີ່ພົ້ນເດັ່ນ, ທ່າອ່ຽງຂະຫຍາຍຂອງສະພາບການ, ທິດທາງຮັບມື ແລະ ວຽກງານຈຸດສຸມຂົງເຂດຕ່າງປະເທດ ໃນເດືອນກັນຍາ 2025; ລາຍງານການກະກຽມເປີດສົກຮຽນໃໝ່ 2025-2026, ລວມທັງລາຍງານຜົນສໍາເລັດການຈັດກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ປະຈໍາປີ 2025, ການປ່ຽນຊື່ເອີ້ນຕໍາແໜ່ງ ຜູ້ບໍລິຫານຂອງມະຫາວິທະຍາໄລ ແລະ ໂລໂກ້ຂອງກະຊວງສຶກສາທິການ ແລະ ກິລາ, ການແກ້ໄຂ ບັນຫາໂກຕ້າຄູອາສາສະໝັກ ເຂົ້າບັນຈຸເປັນລັດຖະກອນປ້ອງກັນຊາດ, ການກະກຽມງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ແລະ ງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV. ໃນນັ້ນ, ຕໍ່ການສະຫລຸບວຽກງານພົ້ນເດັ່ນປະຈໍາເດືອນສິງຫາ 2025 ກອງປະຊຸມໄດ້ຕີລາຄາ ເຖິງແມ່ນວ່າສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດ ເດົາໄດ້ຍາກ, ບວກກັບສະພາບພາຍໃນປະເທດ ຖືກຜົນກະທົບຈາກໄພພິບັດທຳມະຊາດ ພາໃຫ້ມີຜົນເສຍຫາຍທັງຊີ ວິດ ແລະ ຊັບສິນ ຢູ່ບາງທ້ອງຖິ່ນ, ແຕ່ລັດຖະບານ ໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາວຽກຈຸດສຸມ ແລະ ມາດຕະການ ທີ່ກຳນົດໄວ້ ມີຜົນສໍາເລັດຫລາຍດ້ານ ເປັນຕົ້ນ ທົ່ວປະເທດ ສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ການແກ້ໄຂບັນຫາຄວາມ ຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ສາມາດຄວບຄຸມອັດຕາເງິນເຟີ້ ຫລຸດລົງເປັນກ້າວໆ ຢູ່ໃນລະດັບ 5%, ຄັງສໍາຮອງເງິນຕາຕ່າງປະເທດ ສາມາດກຸ້ມການນໍາເຂົ້າ 4,94 ເດືອນ, ສາມາດຊໍາລະໜີ້ສິນ ທັງພາຍໃນ ແລະ ຕ່າງ ປະເທດ ໄດ້ຕາມແຜນ, ການເກັບລາຍຮັບເຂົ້າງົບປະມານ ໄດ້ເກືອບ 47 ພັນຕື້ກີບ ເທົ່າກັບ 69% ຂອງແຜນການ; ການປູກເຂົ້ານາປີ ໄດ້ 740.000 ກວ່າເຮັກຕາ ເທົ່າກັບ 97% ຂອງແຜນການ, ການຜະລິດພືດສະບຽງອາຫານ ໃນລະດູຝົນ ໄດ້ 107.000 ກວ່າເຮັກຕາ ເທົ່າກັບ 70% ຂອງແຜນການ, ການຜະລິດຊີ້ນ-ໄຂ່-ປາ ໄດ້ເກືອບ 386.000 ໂຕນ ເທົ່າກັບ 67% ຂອງແຜນການ, ການປູກພືດ-ຜັກເປັນສິນຄ້າ ໄດ້ 478.000 ກວ່າເຮັກຕາ ເທົ່າ ກັບ 68% ຂອງແຜນການ, ສາມາດສົ່ງອອກພືດ-ຜັກເປັນສິນຄ້າ ໄດ້ເກືອບ 325.000 ໂຕນ ມີມູນຄ່າ 88 ລ້ານ ກວ່າໂດລາສະຫະລັດ, ການລ້ຽງສັດ ກໍມີການຂະຫຍາຍຕົວເພີ່ມຂຶ້ນ ໂດຍສາມາດສົ່ງອອກສັດ ແລະ ຜະລິດຕະພັນ ສັດ ມູນຄ່າ 1,16 ລ້ານໂດລາສະຫະລັດ; ໄດ້ສືບຕໍ່ຊຸກຍູ້, ຕິດຕາມ, ກວດກາ ແລະ ປຶກສາຫາລື ກ່ຽວກັບວິທີການ ແລະ ມາດຕະການ ໃນການປັບປຸງ ແລະ ກໍ່ສ້າງໂຄງລ່າງພື້ນຖານໃນຂອບເຂດທົ່ວປະເທດ ໃຫ້ມີຄວາມຄືບໜ້າໄວ ຂຶ້ນ ໂດຍສະເພາະ ເສັ້ນທາງ-ຂົວ-ຊົນລະປະທານ ທີ່ໄດ້ຮັບຜົນເສຍຫາຍ ຈາກໄພພິບັດທຳມະຊາດ ແລະ ໂຄງການ ທີ່ເປັນບຸລິມະສິດ ຂອງລັດຖະບານ; ໄດ້ສຸມໃສ່ປັບປຸງໂຄງລ່າງພື້ນຖານ ແລະ ສະພາບແວດລ້ອມການທ່ອງທ່ຽວ ໃຫ້ມີຄວາມສະດວກ ແລະ ປະທັບໃຈໃຫ້ແກ່ນັກທ່ອງທ່ຽວ ໂດຍສາມາດດຶງດູດນັກທ່ອງທ່ຽວຕ່າງປະເທດໄດ້ 2,35 ລ້ານກວ່າເທື່ອຄົນ, ທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາ ເພີ່ມຂຶ້ນ 12%, ມີນັກທ່ອງທ່ຽວພາຍໃນ 2,46 ລ້ານກວ່າເທື່ອຄົນ, ທຽບໃສ່ໄລະດຽວກັນ ຂອງປີຜ່ານມາ ເພີ່ມຂຶ້ນ 46%; ໄດ້ສືບຕໍ່ປະຕິບັດນະໂຍບາຍແກ້ໄຂບັນ ຫາຂາດເຂີນຄູ ແລະ ເງິນອຸດໜູນໃຫ້ຄູອາສາສະໝັກ; ໄດ້ເອົາໃຈໃສ່ການເຄື່ອນວຽກງານຕ່າງປະເທດ ຢ່າງມີພິບໄຫວ ໂດຍສຳເລັດການກະກຽມອຳນວຍຄວາມສະດວກໃຫ້ແກ່ການເດີນທາງ ໄປເຄື່ອນໄຫວຢູ່ ສ ຣັດເຊຍ ຂອງການນໍາ ຂັ້ນສູງ, ໄດ້ຕ້ອນຮັບການມາຢ້ຽມຢາມລັດຖະກິດ-ຢ້ຽມຢາມທາງການ ຂອງຜູ້ນໍາປະເທດເພື່ອນມິດ, ອົງການຈັດຕັ້ງ ສາກົນ ຢູ່ ສປປ ລາວ ລ້ວນແຕ່ມີຜົນສຳເລັດຢ່າງຈົບງາມ.

ສຳລັບທິດທາງແຜນວຽກຈຸດສຸມປະຈຳເດືອນກັນຍາ 2025 ກອງປະຊຸມ ໄດ້ຊີ້ນໍາຂະໜງການ, ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ບັນດາວຽກງານສໍາຄັນ ດັ່ງນີ້: ສືບຕໍ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ສຸມໃສ່ລົງກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດ, ແກ້ໄຂຄວາມ ຫຍຸ້ງຍາກຂອງປະຊາຊົນ ຕິດພັນວຽກງານ 3 ສ້າງ ໃຫ້ແຂງແຮງກວ່າເກົ່າ; ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທາງສັງຄົມ ໃຫ້ ຫລຸດໜ້ອຍຖອຍລົງ, ເອົາໃຈໃສ່ຕິດຕາມສະພາບການເຂົ້າ-ອອກເມືອງ ຜ່ານບັນດາດ່ານ, ສະກັດກັ້ນ ແລະ ແກ້ໄຂບັນຫາ ຕ່າງໆຢູ່ບໍລິເວນຊາຍແດນ ໃຫ້ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ສືບຕໍ່ສ້າງແຜນປ້ອງກັນຮັກສາຄວາມສະຫງົບ ແລະ ປອດໄພ ໃຫ້ແກ່ການຈັດງານສໍາຄັນຕ່າງໆ; ສຸມໃສ່ກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ ອົງຄະນະພັກກະຊວງ-ອົງການຂັ້ນສູນກາງ ແລະ ອົງຄະນະພັກແຂວງ ໃຫ້ສຳເລັດຕາມຄາດໝາຍດ້ານເວລາກຳນົດໄວ້. ພ້ອມກັນນັ້ນ, ກໍສືບຕໍ່ປັບ ປຸງຮ່າງດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງບັນດາກະຊວງ-ອົງການ ຂັ້ນສູນກາງ ແລະ ຮ່າງຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງບັນດາພະແນກການ-ຫ້ອງການ ຂອງທ້ອງຖິ່ນ ທີ່ມີການປັບປຸງສັບຊ້ອນ, ພ້ອມທັງ ສືບຕໍ່ສັບຊ້ອນຈັດວາງພະນັກງານ ຢູ່ບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ໃຫ້ສຳເລັດ;ສືບຕໍ່ສຸມໃສ່ຈັດຕັ້ງປະ ຕິບັດ 6 ມາດຕະການ ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຕາມແຜນວຽກຈຸດສຸມ 6 ເດືອນ ທ້າຍປີ 2025 ຕາມທີ່່ໄດ້ລາຍງານຕໍ່ກົມການເມືອງສູນກາງພັກ ໂດຍສະເພາະ ເອົາໃຈໃສ່ມາດຕະການແກ້ໄຂບັນຫາ ເງິນເຟີ້, ຄຸ້ມຄອງອັດຕາແລກປ່ຽນເງິນຕາ ແລະ ຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ບັນລຸຄາດໝາຍ ທີ່ສະພາແຫ່ງຊາດ ຮັບຮອງ. ສຳລັບມາດຕະການດ້ານການຄ້າ ແມ່ນໃຫ້ສຸມໃສ່ແກ້ໄຂຫລຸດຜ່ອນຕົ້ນທຶນການຜະລິດສິນຄ້າ (ເຂົ້າ, ໄຂ່, ຊີ້ນໝູ ແລະ ປານິນ) ດຸນດ່ຽງການສະໜອງ ແລະ ຄວາມຕ້ອງການຊົມໃຊ້ຂອງສັງຄົມໃຫ້ພຽງພໍ, ຄຸ້ມຄອງການນຳ ເຂົ້າ ໂດຍດັດສົມບໍລິສັດນຳເຂົ້າໃຫ້ຫລຸດລົງ, ແກ້ໄຂໂຮງງານປຸງແຕ່ງຫົວອາຫານສັດ ໃຫ້ໄດ້ດຳເນີນການຜະລິດປົກ ກະຕິ, ຈຳກັດການນຳເຂົ້າສິນຄ້າຟູມເຟືອຍ, ປະຕິບັດມາດຕະການແກ້ໄຂໜີ້ສິນ ແລະ ມາດຕະການອື່ນໆ;ກະກຽມ ຮັບມືກັບຜົນກະທົບຈາກພາຍຸຄາຈິກິ ເຊິ່ງອາດເຮັດໃຫ້ເກີດມີດິນເຊາະເຈື່ອນ, ນ້ຳຖ້ວມ-ນໍ້າໄຫລຊຸ ແລະ ນ້ຳຖ້ວມ ອັ່ງໃນເຂດຕົວເມືອງ, ເອົາໃຈໃສ່ບໍລິຫານຈັດການນ້ຳ ຢູ່ບັນດາອ່າງເກັບນ້ຳ ແລະ ເຂື່ອນໄຟຟ້າໃຫ້ດີ, ທັງແຈ້ງເຕືອນ ປະຊາຊົນ ຢ່າງທັນການ, ເປັນປົກກະຕິ ແລະ ຕໍ່ເນື່ອງ; ສຸມໃສ່ຊຸກຍູ້ບັນດາໂຄງການກໍ່ສ້າງເສັ້ນທາງ ທີ່ເປັນບູລິມະ ສິດ, ປັບປຸງສ້ອມແປງເສັ້ນທາງທີ່ເປ່ເພຈາກໄພພິບັດຜ່ານມາ ແລະ ອາດຈະເປ່ເພ ໃນຕໍ່ໜ້າ ໃຫ້ນຳໃຊ້ໄດ້ຢ່າງເປັນປົກ ກະຕິ; ສຸມໃສ່ຈັດຕັ້ງຜັນຂະຫຍາຍ ມະຕິຂອງສະພາແຫ່ງຊາດ ວ່າດ້ວຍນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງ ໃນໄລຍະໃໝ່ (ມະຕິ 165/ສພຊ); ສຸມໃສ່ກະກຽມການເປີດສົກຮຽນໃໝ່ຊັ້ນຕ່າງໆ, ແກ້ໄຂບັນຫາ ການຂາດແຄນຄູສອນ ໂດຍສະເພາະ ສືບຕໍ່ແກ້ໄຂຄູອາສາສະໝັກເຂົ້າເປັນລັດຖະກອນ ຕາມໂກຕ້າທີ່ກຳນົດໄວ້ ໃຫ້ສໍາເລັດ; ເອົາໃຈໃສ່ເກັບກຳ ແລະ ຄຸ້ມຄອງຈຳນວນແຮງງານ ທີ່ປະເທດໃກ້ຄຽງສົ່ງກັບມາ ໂດຍຖືເອົາໂອກາດນີ້ ອົບຮົມສີມືແຮງງານ ແລະ ຈັດສັນອາຊີບໃຫ້ເຂົາເຈົ້າ ສືບຕໍ່ພັດທະນາສີມືແຮງງານ ແລະ ຈັດສັນອາຊີບໃຫ້ຫລາຍຂຶ້ນ;ສືບຕໍ່ຜັນຂະຫຍາຍ ຜົນການໄປຢ້ຽມຢາມຕ່າງປະເທດ ຂອງການນຳຂັ້ນສູງຂອງພັກ-ລັດ, ກະກຽມໃຫ້ແກ່ການນຳ ຂັ້ນສູງຂອງ ພັກ-ລັດ ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ຕ່າງປະເທດ ໃຫ້ມີຄວາມຮັບປະກັນຮອບ ດ້ານ.
ສ່ວນການລາຍງານສະພາບສາກົນ ແລະ ພາກພື້ນ ທີ່ພົ້ນເດັ່ນ, ທ່າອ່ຽງການຂະຫຍາຍຂອງສະພາບການ, ທິດ ທາງຮັບມື ແລະ ແຜນວຽກຈຸດສຸມຂົງເຂດວຽກງານການຕ່າງປະເທດ ໃນເດືອນກັນຍາ 2025; ລາຍງານການກະກຽມເປີດ ສົກຮຽນໃໝ່ 2025-2026, ລວມທັງ ຜົນກອງປະຊຸມຜູ້ບໍລິຫານການສຶກສາ ປະຈໍາປີ 2025, ການປ່ຽນຊື່ເອີ້ນຕໍາແໜ່ງ ຜູ້ບໍລິຫານຂອງມະຫາວິທະຍາໄລ ແລະ ໂລໂກ້ຂອງກະຊວງສຶກສາທິການ ແລະ ກິລາ, ການແກ້ໄຂບັນຫາໂກຕ້າຄູອາສາສະ ໝັກ ເຂົ້າບັນຈຸເປັນລັດຖະກອນປ້ອງກັນຊາດ. ກອງປະຊຸມ ໄດ້ຊີ້ນຳພາກສ່ວນກ່ຽວຂ້ອງ ໄປປັບປຸງຕາມຄຳເຫັນຂອງ ສະມາຊິກລັດຖະບານ ເຮັດໃຫ້ບົົດລາຍງານ ກໍຄື ແຜນການຕ່າງໆ ມີເນື້ອໃນລະອຽດຈະແຈ້ງ, ຄົບຖ້ວນ, ແທດຕົວ ຈິງ, ຮັບປະກັນການຈັດຕັ້ງປະຕິບັດ ມີຄວາມວ່ອງໄວທັນການ, ມີປະສິດທິພາບ ແລະ ປະສິດທິຜົນ.
ວາລະທີ 2: ກອງປະຊຸມພິຈາລະນາ ແລະ ເຫັນດີດ້ານຫລັກການຮັບຮອງເອົາ ຮ່າງນິຕິກໍາ ຈໍານວນ 6 ສະບັບ ຄື: ຮ່າງແຜນແມ່ບົດພັດທະນາເຂດນາກະສັງ, ດອນເດດ, ດອນຄອນ ແລະ ບໍລິເວນອ້ອມຮອບ ສຳລັບປີ 2025-2035; ຮ່າງດໍາລັດ ວ່າດ້ວຍການປັບໄໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບການ ຕ້ານການຟອກເງິນ ແລະ ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ ແລະ ການແຜ່ຜາຍອາວຸດທຳລາຍລ້າງຜານ; ຮ່າງດໍາລັດ ວ່າດ້ວຍການກັກ, ຢຶດ ແລະ ອາຍັດທຶນ ຂອງຜູ້ຢູ່ໃນບັນຊີລາຍຊື່ ທີ່ພົວພັນກັບການກໍ່ການຮ້າຍ ແລະ ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ; ຮ່າງດໍາລັດ ວ່າດ້ວຍການຕ້ານການສະໜອງທຶນ ໃຫ້ແກ່ການແຜ່ຜາຍອາວຸດທໍາລາຍລ້າງຜານ; ຮ່າງດໍາ ລັດ ວ່າດ້ວຍການປະເມີນຜົນກະທົບຕໍ່ສຸຂະພາບ ແລະ ຮ່າງດໍາລັດ ວ່າດ້ວຍການປັບໄໝ ແລະ ມາດຕະການອື່ນຕໍ່ຜູ້ລະເມີດ ກົດໝາຍ ແລະ ລະບຽບການກ່ຽວກັບການລົດໄຟ. ໃນນັ້ນ, ກອງປະຊຸມ ໄດ້ຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງ ນໍາເອົາບັນດາ ຮ່າງນິຕິກຳດັ່ງກ່າວ ໄປປັບປຸງຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ການກຳນົດຈຸດປະສົງ, ການກໍານົດຫລັກການ, ການອະທິບາຍຄໍາສັບ, ການນໍາໃຊ້ຄໍາສັບ, ການກໍານົດເງື່ອນໄຂ ແລະ ຄ່າປັບໄໝຕ່າງໆ, ການຈັດລຽງເນື້ອໃນ, ການກໍານົດນະໂຍບາຍສົ່ງເສີມ ແລະ ມາດຕະການຕໍ່ຜູ້ລະເມີດ ແລະ ອື່ນໆ ໃຫ້ເໝາະສົມ ແນໃສ່ເຮັດໃຫ້ບັນດານິຕິກຳດັ່ງກ່າວ ມີເນື້ອໃນລະອຽດ, ຈະແຈ້ງ, ຄົບຖ້ວນສົມບູນ, ຮັດກຸມ, ແທດຕົວຈິງ, ຈຳກັດ ໄດ້ຊ່ອງຫວ່າງຕ່າງໆ, ສອດຄ່ອງກັບນິຕິກຳ ທີ່ໄດ້ປະກາດນຳໃຊ້ແລ້ວ, ທັງສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດ ທິພາບ ແລະ ປະສິດທິຜົນສູງ. ສໍາລັບຮ່າງດໍາລັດ ວ່າດ້ວຍກອງທຶນທ່ອງທ່ຽວ, ກອງປະຊຸມ ມອບໃຫ້ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ສົມທົບກັບກະຊວງກ່ຽວຂ້ອງ ແລະ ຜູ້ປະກອບການທ່ອງທ່ຽວ ຈັດກອງປະຊຸມສໍາມະນາວິທະຍາສາດ ເພື່ອຄວາມເປັນເອກະພາບສູງ ແລ້ວເຮັດຈົດໝາຍວຽນ ໃຫ້ສະມາຊິກລັດຖະບານ ປະກອບຄໍາເຫັນ ແລ້ວປັບປຸງຄືນ ຈຶ່ງນຳສະ ເໜີ ຂໍການອະນຸມັດ ຕາມລະບຽບການ.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.