ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ໄດ້ປິດລົງດ້ວຍຜົນສຳເລັດ ໃນວັນທີ 26 ສິງຫາ 2025 ໂດຍການເປັນປະທານຂອງ ສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ໂດຍມີ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ມີບັນດາການນໍາພັກ-ລັດ, ພະນັກງານອາວຸໂສ-ບໍານານ, ອະດີດການນຳຊາວໜຸ່ມ, ວິລະຊົນແຫ່ງຊາດ, ຊາວໜຸ່ມ, ເຍົາວະຊົນຕົວແບບ, ພ້ອມດ້ວຍ ຜູ້ແທນສົມບູນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ມອນໄຊ ລາວມົວຊົ່ງ ໄດ້ມີຄຳເຫັນກ່າວປິດກອງປະຊຸມວ່າ: ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ ແລະ ຮັບຮອງເອົາບົດລາຍງານການເມືອງ ເຊິ່ງເນື້ອໃນລາຍງານການເມືອງ ໄດ້ຕີລາຄາສູງເຖິງຜົນງານ ແລະ ຜົນສໍາເລັດຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII ເຊິ່ງໄດ້ຕີລາຄາໃຫ້ເຫັນດ້ານດີ, ດ້ານອອ່ນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ຕະ ຫລອດການເຄື່ອນໄຫວວຽກງານຜ່ານມາ. ພ້ອມກັນນັ້ນ, ກອງປະຊຸມໄດ້ເປັນເອກະພາບສູງ ແລະ ຮັບຮອງເອົາບັນດາຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມໃນຕໍ່ໜ້າ, ພ້ອມທັງໄດ້ຄົ້ນຄວ້າ ແລະ ຮັບຮອງເອົາແຜນພັດທະນາຊາວໜຸ່ມ, ເຍົາວະຊົນ 5 ປີ ຄັ້ງທີ III (2026-2030) ທີ່ໄດ້ຕີລາຄາຢ່າງຮອບດ້ານ ເຖິງບັນດາຜົນງານທີ່ຊາວໜຸ່ມ, ເຍົາວະຊົນ ສາມາດຈັດຕັ້ງປະຕິບັດໄດ້ຫລາຍວຽກງານທີ່ພົ້ນເດັ່ນໃນຕະຫລອດໄລຍະ 5 ປີ ຜ່ານມາ ແລະ ພ້ອມກັນຄົ້ນຄວ້າ, ຮັບຮອງເອົາ ບົດສໍາຫລວດການນໍາພາຂອງຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ຊຸດທີ VIII ທີ່ໄດ້ຕີລາຄາຮອບດ້ານ, ເຫັນໄດ້ຜົນສໍາເລັດໃນການນໍາພາວຽກງານເເຕ່ລະດ້ານ ລວມທັງບັນດາຂໍ້ຄົງຄ້າງ, ສາເຫດ, ມາດຕະການ ແລະ ວິທິເເກ້ໄຂໃນຕໍ່ໜ້າ. ພ້ອມນີ້, ຍັງໄດ້ຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ ແລະ ຮັບຮອງເອົາກົດລະບຽບ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ກົດລະບຽບ ການຈັດຕັ້ງເຍົາວະຊົນທັນວາ ສະໄໝທີ IX. ກອງປະຊຸມຍັງໄດ້ຮັບຟັງການປະກອບຄໍາເຫັນ ຈາກຜູ້ຕາງໜ້າອົງການແນວລາວສ້າງຊາດ, ຜູ້ແທນສົມບູນຈາກກະຊວງ, ແຂວງ, ສະມາຄົມນັກທຸລະກິດໜຸ່ມ ແລະ ຊາວໜຸ່ມຕົວແບບ ທີ່ໄດ້ຕີລາຄາ ແລະ ຢັ້ງຢືນເຖິງຜົນສໍາເລັດຂອງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແຕ່ລະຂັ້ນໃນການເຄື່ອນໄຫວວຽກງານຊາວໜຸ່ມ, ເຍົາວະຊົນໃນໜຶ່ງສະໄໝຜ່ານມາ, ພ້ອມທັງຈະສືບຕໍ່ໃຫ້ການຮ່ວມມື, ຊ່ວຍເຫລືອ, ອຳນວຍຄວາມສະດວກໃນການຈັດຕັ້ງປະຕິບັດ ວຽກງານຊາວໜຸ່ມ, ເຍົາວະຊົນ ໃນຊຸມປີຕໍ່ໜ້າ ໃຫ້ສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.

ພ້ອມນີ້, ຜູ້ແທນກອງປະຊຸມຍັງໄດ້ພ້ອມກັນໃຊ້ສິດຂອງຕົນປ່ອນບັດເລືອກເອົາ ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ສະໄໝທີ IX ບົນພື້ນຖານຫລັກການລວມສູນປະຊາທິປະໄຕ ແລະ ຖືກຕ້ອງສອດຄ່ອງກັບມາດຖານ, ເງື່ອນໄຂ ທີ່ກໍານົດໄວ້ ເຊິ່ງມີຜູ້ລົງສະໝັກເລືອກຕັ້ງທັງໝົດ 67 ສະຫາຍ, ຍິງ 17 ສະຫາຍ, ເລືອກເອົາ 63 ສະຫາຍ, ຍິງ 17 ສະຫາຍ. ກອງປະຄັ້ງປະຖົມມະລືກ ໄດ້ເຫັນດີເປັນເອກະພາບ ເລືອກເອົາ ສະຫາຍ ທອງລີ ສີສຸລິດ ເປັນເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສະຫາຍ ສຸລິຍາ ແກ້ວພິລາວົງ, ສະຫາຍ ນາງ ມີນາ ສີວິໄລ ແລະ ສະຫາຍ ນາງ ປານີ ກິນດາວົງ ເປັນຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ. ພ້ອມນີ້, ຍັງໄດ້ເລືອກເອົາ ສະຫາຍ ສຸລິຍາ ແກ້ວພິລາວົງ ເປັນປະທານກວດກາ, ສະຫາຍ ນາງ ແກ້ວອຸດອນ ແສງມະນີວົງ ເປັນຮອງປະທານກວດກາ, ເລືອກເອົາ ສະຫາຍ ນາງ ແສງອ່ອນ ປວງມະນີ, ສະຫາຍ ພັນໂທ ບຸນທັນ ຟອງປະດິດ ແລະ ສະຫາຍ ອຸດົມລິດ ຈັນທະຈັກ ເປັນກຳມະການກວດກາ.
ໂອກາດດັ່ງກ່າວ, ສະຫາຍ ບຸນທອງ ຈິດມະນີ ໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດຂອງກອງປະຊຸມໃນຄັ້ງນີ້, ພ້ອມທັງເນັ້ນໃຫ້ຄະນະບໍລິຫານງານສູນກາງຊາວໜຸ່ມ ຊຸດໃໝ່ ຮີບຮ້ອນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ ເປັນແຜນງານ, ໂຄງການ ແລະ ຫັນເປັນນິຕິກຳລະອຽດ; ຈັດຕັ້ງເຜີຍ ແຜ່, ເຊື່ອມຊຶມ ໃນຄະນະບໍລິຫານງານຊາວໜຸ່ມແຕ່ລະຂັ້ນ, ສະມາຊິກຊາວໜຸ່ມ, ເຍົາວະຊົນ ໃຫ້ທົ່ວເຖິງ ເພື່ອສ້າງຄວາມຮັບຮູ້-ເຂົ້າໃຈ ແລະ ເປັນເອກະພາບ ຕໍ່ເນື້ອໃນ, ຄາດໝາຍສູ້ຊົນໃນຕໍ່ໜ້າ ເພື່ອສ້າງທັດສະນະ ແລະ ຄວາມຮັບຜິດຊອບໃນການນໍາພາຍູ້ຂະບວນການຕົວຈິງ ໃຫ້ມີການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນວຽກງານຊາວໜຸ່ມ-ເຍົາວະຊົນລາວ; ໃຫ້ຮີບຮ້ອນແບ່ງວຽກ, ແບ່ງຄວາມຮັບຜິດຊອບ ພາຍໃນຄະນະບໍລິຫານງານສູນກາງຊາວໜຸ່ມ ກໍຄື ຄະນະນໍາ ຂອງສູນກາງຊາວໜຸ່ມ ໃຫ້ລະອຽດ, ຈະແຈ້ງ ເພື່ອນໍາພາ-ຊີ້ນໍາວຽກງານຊາວໜຸ່ມ, ເຍົາວະຊົນ ກໍຄື ການປະຕິບັດມະຕິກອງປະຊຸມເທື່ອນີ້ ເຂົ້າສູ່ຂະບວນການຕົວຈິງໂດຍໄວ, ພ້ອມທັງໃຫ້ຕັ້ງໜ້າຄົ້ນ ຄວ້າຮໍ່າຮຽນ, ຝຶກຝົນຫລໍ່ຫລອມຕົນເອງ ດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຄວາມເປັນແບບ ຢ່າງນໍາໜ້າດ້ານຕ່າງໆ; ມີຄວາມສາມັກຄີຮັກແພງ ຈິງໃຈຊ່ວຍເຫລືອກໍ່ສ້າງເຊິ່ງກັນ ແລະ ກັນ ໃຫ້ມີຄວາມເຂັ້ມແຂງ, ດໍາລົງຊີວິດປອດໃສ, ປະຢັດ, ຕ້ານການຟຸມເຟືອຍ, ບໍ່ສ້າງຄວາມເສຍຫາຍມາສູ່ວຽກງານຊາວໜຸ່ມ-ເຍົາວະຊົນ, ກະ ທົບເຖິງບົດບາດ ແລະ ຄວາມເຊື່ອໝັ້ນຕໍ່ຕົນເອງ ແລະ ການຈັດຕັ້ງ.