Tuesday, August 26, 2025
Homeແຈ້ງການສໍາຄັນແຈ້ງການສືບຕໍ່ຢຸດແລ່ນລົດໄຟທຸກຖ້ຽວ ຂອງວັນທີ 26 ສິງຫາ 2025

ແຈ້ງການສືບຕໍ່ຢຸດແລ່ນລົດໄຟທຸກຖ້ຽວ ຂອງວັນທີ 26 ສິງຫາ 2025

ຮຽນເຖິງທ່ານຜູ້ໂດຍສານທີ່ຮັກແພງທຸກທ່ານ: ເນື່ອງຈາກໄດ້ຮັບຜົນກະທົບຢ່າງຕໍ່ເນື່ອງຈາກ ພາຍຸໝຸນເຂດຮ້ອນ “ຄາຈິກິ”, ຜ່ານການຄົ້ນຄວ້າວິເຄາະຢ່າງຮອບດ້ານ ຕາມຫຼັກວິທະຍາສາດ ແລະ ປຶກສາຫາລືກັບພາກສ່ວນອຸຕຸນິຍົມທີ່ກ່ຽວຂ້ອງ, ເຫັນວ່າປັດຈຸບັນພາກກາງ ແລະ ພາກເໜືອຂອງ ສປປ ລາວ ຍັງມີຄວາມສ່ຽງສູງທີ່ຈະເກີດໄພພິບັດທາງທຳມະຊາດ ເຊິ່ງຍັງບໍ່ມີເງື່ອນໄຂເອື້ອອໍານວຍໃນການແລ່ນລົດໄຟ. ດັ່ງນັ້ນ, ເພື່ອຮັບປະກັນຄວາມປອດໄພຕໍ່ຊີວິດ ແລະ ຊັບສິນຂອງຜູ້ໂດຍສານ, ທາງລົດໄຟລາວ-ຈີນ ແມ່ນຈະໄດ້ສືບຕໍ່ຢຸດແລ່ນລົດໄຟໂດຍສານທັງໝົດຂອງວັນທີ 26 ສິງຫາ 2025 ເປັນການຊົ່ວຄາວ.

ທ່ານຜູ້ໂດຍສານສາມາດຍົກເລີກປີ້ເອົາເງິນຄືນ ຫຼື ປ່ຽນປີ້ໄດ້ ຜ່ານແອັບຂາຍປີ້ອອນລາຍ LCR Ticket ຫຼື ຫ້ອງຂາຍປີ້ໃນແຕ່ລະສະຖານີ ໂດຍບໍ່ເສຍຄ່າທຳນຽມໃດໆທັງໝົດ. ສຳລັບທ່ານໃດທີ່ບໍ່ສາມາດເຮັດທຸລະກຳໄດ້ທັນເວລາ ແມ່ນສາມາດຍົກເລີກປີ້ເອົາເງິນຄືນໄດ້ພາຍໃນ 30 ມື້ ນັບແຕ່ມື້ເດີນທາງໃນໜ້າປີ້ເປັນຕົ້ນໄປ ແລະ ຈະໄດ້ເງິນຄືນເຕັມຈໍານວນ.

ບໍລິສັດ ທາງລົດໄຟລາວ-ຈີນ ພ້ອມດ້ວຍພະນັກງານໝົດທຸກຄົນ ຈະສືບຕໍ່ເອົາໃຈໃສ່ຕິດຕາມສະພາບອາກາດ ແລະ ເຮັດວຽກຢ່າງຕັ້ງໝ້າ ໂດຍນຳໃຊ້ກົນໄກຮັບມືສຸກເສີນ, ເພິ່ມທະວີຈັດຕັ້ງພະນັກງານວິຊາສະເພາະອອກກວດກາລາດຕະເວນ, ຄົ້ນຫາ ແລະ ແກ້ໄຂຈຸດສ່ຽງຕ່າງໆທີ່ແອບແຝງ ຢູ່ຕາມແລວທາງລົດໄຟລາວ-ຈີນ ໃນລະຫວ່າງການຢຸດແລ່ນລົດໄຟຊົ່ວຄາວ; ຮັບປະກັນໃຫ້ອຸປະກອນ ແລະ ສິ່ງອໍານວຍຄວາມສະດວກຂອງທາງລົດໄຟຢູ່ໃນສະພາບສົມບູນທີ່ສຸດ.

ຫຼັງຈາກສະພາບດິນຟ້າອາກາດເອື້ອອໍານວຍ, ບົນພື້ນຖານທີ່ສາມາດຮັບປະກັນຄວາມປອດໄພ ແລະ ມີເງື່ອນໄຂຄົບຖ້ວນໃນການແລ່ນລົດແລ້ວ, ທາງລົດໄຟລາວ-ຈີນ ຈະກັບມາດຳເນີນການຢ່າງເປັນປົກກະຕິ, ພ້ອມທັງຈະມີການເພີ່ມຖ້ຽວລົດໄຟ ແລະ ຕໍ່ລົດໄຟສອງຂະບວນໃສ່ກັນ ເພື່ອຮອງຮັບ ແລະ ອຳນວຍຄວາມສະດວກໃຫ້ຜູ້ໂດຍສານທີ່ຕົກຄ້າງຢູ່ຕາມແລວທາງລົດໄຟລາວ-ຈີນ ໃຫ້ສາມາດເດີນທາງໄປຮອດຈຸດໝາຍປາຍທາງໄດ້ ຢ່າງປອດໄພ ໂດຍໄວເທົ່າທີ່ຈະໄວໄດ້.

ບັນດາທ່ານສາມາດຕິດຕາມຂໍ້ມູນການແລ່ນລົດ ຜ່ານທາງແອັບຂາຍປີ້ອອນລາຍ LCR Ticket, ແຈ້ງການຂອງສະຖານີ ແລະ ໜ້າເຟສບຸກຂອງບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ. ຂໍໃຫ້ທ່ານຈົ່ງມີສະຕິລະວັງຕົວໃນຊ່ວງພາຍຸເຂົ້ານີ້ ພ້ອມທັງຈັດແຜນການການເດີນທາງຂອງທ່ານໃຫ້ເໝາະສົມ ແລະ ປອດໄພດ້ວຍ.

ອີກເທື່ອໜຶ່ງ, ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ຂໍສະແດງຄວາມຂອບໃຈທີ່ບັນດາທ່ານໃຫ້ຄວາມໄວ້ເນື້ອເຊື່ອໃຈ ແລະ ເດີນທາງກັບພວກເຮົາມາໂດຍຕະຫຼອດ.

ພວກເຮົາຕ້ອງຂໍອະໄພໃນຄວາມບໍ່ສະດວກມານະທີ່ນີ້ດ້ວຍ.

ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ

25 ສິງຫາ 2025

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments