Tuesday, August 26, 2025
Homeຂ່າວຕ່າງປະເທດ80 ປີ ແຫ່ງການສ້າງຕັ້ງຂະແໜງການທູດ ຫວຽດນາມ ເຕີບໃຫຍ່ພ້ອມກັບປະເທດຊາດ

80 ປີ ແຫ່ງການສ້າງຕັ້ງຂະແໜງການທູດ ຫວຽດນາມ ເຕີບໃຫຍ່ພ້ອມກັບປະເທດຊາດ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ 24 ສິງຫາ ຜ່ານມາວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງຂະແໜງການທູດຫວຽດນາມ (28 ສິງຫາ 1945 – 28 ສິງຫາ 2025), ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ມີບົດຂຽນ “ການທູດຫວຽດນາມ – 80 ປີແຫ່ງການສ້າງຕັ້ງ ແລະ ເຕີບໃຫຍ່ພ້ອມກັບປະເທດຊາດ”.

ບົດຂຽນໄດ້ຢືນຢັນວ່າ: 80 ປີແຫ່ງການສ້າງຕັ້ງ ແລະ ເຕີບໃຫຍ່ ພາຍໃຕ້ການຊີ້ນຳຂອງພັກ ແລະ ປະທານໂຮ່ຈິມິນ, ຂະແໜງການທູດຫວຽດນາມ ມີການປະກອບສ່ວນຢ່າງຫຼວງຫຼາຍເຂົ້າໃນພາລະກິດການປະຕິວັດຂອງຊາດ. ເນື່ອງຈາກມີການພົວພັນດ້ານເສດຖະກິດ – ການຄ້າກັບເກືອບ 30 ປະເທດ ແລະ ເຂດແຄວ້ນ, ມາຮອດປັດຈຸບັນຫວຽດນາມ ໄດ້ມີການພົວພັນດ້ານເສດຖະກິດ – ການຄ້າກັບ 230 ກວ່າປະເທດ ແລະ ເຂດແຄວ້ນ; ຍອດວົງເງິນສົ່ງອອກ – ນໍາເຂົ້າບັນລຸເກືອບ 800 ຕື້ໂດລາ, ນອນໃນກຸ່ມ 20 ປະເທດມີຂອບເຂດການຄ້າໃຫຍ່ທີ່ສຸດໃນໂລກ. ຫວຽດນາມ ກາຍເປັນຕ່ອງໂສ້ສຳຄັນໃນເສດຖະກິດໂລກ ແລະ ທີ່ຕັ້ງໃນລະບົບຜະລິດທົ່ວໂລກກໍນັບມື້ເພີ່ມຂຶ້ນ. ບັນດາຄວາມມານະພະຍາຍາມດ້ານການທູດໄດ້ປະກອບສ່ວນນຳຫວຽດນາມ ຈາກປະເທດຖືກປິດລ້ອມ, ບືນຕົວຂຶ້ນເປັນປະເທດສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບໃນກວ່າ 70 ອົງການສາກົນ ແລະ ພາກພື້ນ, ລວມທັງບັນດາກົນໄກມີບົດບາດສຳຄັນເປັນແກ່ນສານໃນການຄຸ້ມຄອງທົ່ວໂລກ.

ທ່ານປະທານປະເທດ ເຊື່ອໝັ້ນວ່າ, ດ້ວຍຄຸນທາດ, ພູມປັນຍາຂອງຂະແໜງການທູດຫວຽດນາມ ທີ່ທັນສະໄໝ, ໄດ້ຫຼໍ່ຫຼອມຜ່ານປະຫວັດສາດນັບພັນປີຂອງຊາດ, ເຕີບໃຫຍ່ພາຍໃຕ້ສະໄໝໂຮ່ຈິມິນ, ໃນສັງກາດໃໝ່, ຂະແໜງການທູດຈະສືບຕໍ່ປະກອບສ່ວນເຂົ້າໃນການເດີນທາງນຳປະເທດຊາດກ້າວຂຶ້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments