Tuesday, August 26, 2025
Homeຂ່າວໜ້າໜຶ່ງປະດັບຫຼຽນໄຊ ໃຫ້ການນໍາຂັ້ນສູງ ກວຕ ຫວຽດນາມ

ປະດັບຫຼຽນໄຊ ໃຫ້ການນໍາຂັ້ນສູງ ກວຕ ຫວຽດນາມ

ດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ຫງວຽນ ແມງ ຮຸງ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ສສ ຫວຽດນາມ, ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ພ້ອມດ້ວຍ ຮອງລັດຖະມົນຕີ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ຫວ່າງບໍ່ດົນມານີ້ ເພື່ອສືບຕໍ່ຮັດແໜ້ນຄວາມສາມັກຄີຮ່ວມມືໃນຂົງເຂດ ເຕັກໂນໂລຊີ ແລະ ການສື່ສານ.

ການຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້, ທີ່ສຳນັກງານ ກວຕ ໄດ້ມີການພົບປະກັນຢ່າງອົບອຸ່ນລະຫວ່າງ ທ່ານ ບໍ່ວຽງຄໍາ ວົງດາລາ ແລະ ທ່ານ ຫງວຽນ ແມງ ຮຸງ, ໂດຍມີ ທ່ານ ນາງ ຄຳເພົາ ເອີນລາວັນ ເອກອັກຄະລັດຖະທູດ ສປປ ລາວ ປະຈໍາ ສສ ຫວຽດນາມ ຕິດຕາມເຂົ້າຮ່ວມ. ຈຸດປະສົງໃນການພົບປະ ກໍແມ່ນເພື່ອສືບຕໍ່ຮັດແໜ້ນຄວາມສາມັກຄີ ລາວ-ຫວຽດນາມ, ຫວຽດນາມ-ລາວ ໂດຍສະເພາະແມ່ນລະຫວ່າງສອງກະຊວງ ຊຶ່ງໄດ້ພົບປະໃນໄລຍະທີ່ມີການສະເຫຼີມສະຫຼອງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ຄົບຮອບ 48 ປີ (18/07/1977 – 18/07/2025) ອັນເປັນນິມິດໝາຍທີ່ດີ ແລະ ສໍາຄັນ ຊຶ່ງເປັນການສືບຕໍ່ຮັດແໜ້ນສາຍພົວພັນການຮ່ວມມືມິດຕະພາບ ແລະ ຜັນຂະຫຍາຍສັນຍາຮ່ວມມືທັງສອງຝ່າຍທີ່ໄດ້ເຊັນຮ່ວມກັນໃນຜ່ານມາ, ພ້ອມທັງໄດ້ປຶກສາຫາລືການຮ່ວມມື ລະຫວ່າງສອງກະຊວງໃນຕໍ່ໜ້າ.

ທ່ານ ບໍ່ວຽງຄໍາ ວົງດາລາ ໄດ້ກ່າວມີຄໍາເຫັນຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອການພົວພັນຮ່ວມມືແບບຍຸດທະສາດຮອບດ້ານ ລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ ໂດຍສະເພາະແມ່ນການພົວພັນຮ່ວມມື ລະຫວ່າງ ກຕສ ແລະ ກວຕ. ໃນໂອກາດດຽວກັນ, ທ່ານ ໄຊຊະນະ ສິດທິພອນ ຮອງລັດຖະມົນຕີ ກຕສ ກໍກ່າວລາຍງານເນື້ອໃນການສະເໜີທິດທາງການຮ່ວມມືໃນປັດຈຸບັນ ແລະ ແຜນວຽກງານໃນຕໍ່ໜ້າ; ຈາກນັ້ນ, ສອງຝ່າຍ ກໍໄດ້ມີຄໍາເຫັນແລກປ່ຽນ ເພື່ອໃຫ້ການຮ່ວມມືຂອງສອງກະຊວງໄດ້ຮັບໝາກຜົນໃນການຈັດຕັ້ງປະຕິບັດເພື່ອຜັນຂະຫຍາຍໃຫ້ສືບຕໍ່ເປັນຮູບປະທຳຕື່ມອີກດ້ວຍ.

ນອກນີ້, ກໍໄດ້ມີວາລະອັນພິເສດ ຊຶ່ງ ທ່ານ ບໍ່ວຽງຄຳ ວົງດາລາ ໄດ້ຕາງໜ້າ ພັກ-ລັດ ແຫ່ງ ສປປ ລາວ ເປັນກຽດ ປະດັບຫຼຽນໄຊ ໃຫ້ການນໍາຂັ້ນສູງ ແລະ ການຈັດຕັ້ງຂອງ ກວຕ ແຫ່ງ ສສ ຫວຽດນາມ ໂດຍໄດ້ປະດັບຫຼຽນໄຊແຮງງານຊັ້ນ I ໃຫ້ ທ່ານ ຫງວຽນ ແມງ ຮຸງ ທີ່ມີຜົນງານດີເດັ່ນປະກອບສ່ວນດ້ານ ເຫື່ອແຮງ, ສະຕິປັນຍາ ເຂົ້າໃນການນໍາພາ-ຊີ້ນໍາ ການພັດທະນາສ້າງລະບົບປະຕິບັດການຮັກສາຄວາມປອດໄພ, ລະບົບລາຍເຊັນແບບເອເລັກໂຕຣນິກ ແລະ ການກໍ່ສ້າງຊັບພະຍາກອນມະນຸດ ໃນຂະແໜງການເຕັກໂນໂລຊີ ແລະ ການສື່ສານ ຂັ້ນສູນກາງ ແລະ ທ້ອງຖິ່ນ ແລະ ສ້າງຮ່າງນິຕິກໍາ ເພື່ອຄຸ້ມຄອງ ແລະ ການນໍາໃຊ້ເລກໝາຍອິນເຕີເນັດ ສົ່ງເສີມການຫັນປ່ຽນ ແລະ ການນໍາໃຊ້ IPv6 (ໂຕເລກລະບຸ ແລະ ກຳນົດຕົວຕົນພາຍໃນເນັດເວີກ); ຜົນງານດັ່ງກ່າວ, ເປັນການປະກອບສ່ວນອັນສໍາຄັນໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ; ພ້ອມນີ້, ກໍໄດ້ສືບຕໍ່ດຳເນີນພິທີປະດັບຫຼຽນໄຊມິດຕະພາບ ໃຫ້ແກ່ພະນັກງານສູນອິນເຕີເນັດ ສສ ຫວຽດນາມ 5 ສະຫາຍ ໄດ້ແກ່ ທ່ານ ຫງວຽນ ເລ ຖຸຍ ອະດີດຫົວໜ້າສູນອິນເຕີເນັດແຫ່ງຊາດອະດີດປະທານສະພາບໍລິຫານ ຂອງ ສູນອິນເຕີເນັດແຫ່ງຊາດ, ທ່ານ ຮວາງ ມິງ ເກືອງ ອະດີດຫົວໜ້າສູນອິນເຕີເນັດແຫ່ງຊາດຮອງເລຂາພັກ ແຂວງ ຮາຍຟອງ, ທ່ານ ເຈີນ ມິງ ເຕີນ ອະດີດຫົວໜ້າສູນອິນເຕີເນັດແຫ່ງຊາດຮອງອໍານວຍການສະຖາບັນຍຸດທະສາດຂໍ້ມູນຂ່າວສານ ແລະ ການສື່ສານ ແຫ່ງຊາດ, ທ່ານ ເລ ຫງອກ ດຶກ ປະທານສະພາບໍລິຫານສູນອິນເຕີເນັດແຫ່ງຊາດ, ທ່ານ ຫງວຽນ ຮົງ ຖັງ ຫົວໜ້າສູນອິນເຕີເນັດແຫ່ງຊາດ ແລະ ສືບຕໍ່ ດຳເນີນພິທີປະດັບຫຼຽນໄຊມິດຕະພາບ ໃຫ້ ສູນອິນເຕີເນັດ ແຫ່ງຊາດ ແຫ່ງ ສສ ຫວຽດນາມ.

ໃນໂອກາດເດີນທາງເຄື່ອນໄຫວວຽກດັ່ງກ່າວ, ທ່ານລັດຖະມົນຕີ, ຮອງລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ບັນດາກົມ, ສູນ, ສະຖາບັນ ທີ່ຈະໄດ້ມີການຮ່ວມມືແລກປ່ຽນແນວທາງການພັດທະນາ.

(ຂ່າວ: ສຸກສະຫວັນ, ຂໍ້ມູນ-ພາບ: ກຕສ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments