Tuesday, August 26, 2025
Homeຂ່າວໜ້າໜຶ່ງຄະນະບໍລິຫານງານພັກ ແຂວງໄຊສົມບູນ ດໍາເນີນຊີວິດການເມືອງ ທ້າຍສະໄໝທີ I

ຄະນະບໍລິຫານງານພັກ ແຂວງໄຊສົມບູນ ດໍາເນີນຊີວິດການເມືອງ ທ້າຍສະໄໝທີ I

ໃນວັນທີ 25 ສິງຫາ 2025 ນີ້, ທີ່ຫ້ອງວ່າການແຂວງໄຊສົມບູນ ໄດ້ຈັດກອງປະຊຸມດໍາເນີນຊີວິດການເມືອງພາຍໃນຄະນະບໍລິຫານງານພັກ ແຂວງໄຊສົມບູນ ທ້າຍສະໄໝທີ I, ໂດຍການໃຫ້ກຽດເປັນປະທານ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຮອບດ້ານແຂວງໄຊສົມບູນ, ມີສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາພັກແຂວງ, ເຈົ້າແຂວງ ແຂວງໄຊສົມບູນ, ສະຫາຍ ປອ ດາວບົວລະພາ ບາວົງເພັດ ຮອງປະທານຄະນະກວດກາສູນກາງພັກ, ບັນດາສະຫາຍຮອງເລຂາ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ບັນດາສະຫາຍຜູ້ຕາງໜ້າຈາກ ຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການສູນກາງພັກ ແລະ ຄະນະຕິດຕາມຈາກສູນກາງ ເຂົ້າຮ່ວມ.

ໃນໂອກາດນີ້, ສະຫາຍ ເລຂາພັກ ແຂວງໄຊສົມບູນ ໄດ້ລາຍງານໃຫ້ຊາບວ່າ: ກອງປະຊຸມດຳເນີນຊີວິດການເມືອງພາຍໃນຄະນະບໍລິຫານງານພັກ ແຂວງໄຊສົມບູນ ທ້າຍສະໄໝທີ I ນີ້ ບັນດາສະຫາຍ ຄະນະບໍລິຫານງານພັກແຂວງ ຈະໄດ້ຜ່ານບົດສຳຫຼວດຕົນເອງ ແລະ ພ້ອມກັນປະກອບຄຳຄິດເຫັນ ຕີລາຄາຄືນຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ ໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຮອບດ້ານຂອງຕົນ ໃນໄລຍະຜ່ານມາ ໂດຍສະເພາະ ດ້ານວຽກແນວຄິດ-ການ ເມືອງ, ແບບແຜນການນຳພາ-ຊີ້ນຳ ແລະ ວິທີການຈັດຕັ້ງປະຕິບັດ ເພື່ອຊອກໃຫ້ເຫັນບັນຫາຈຸດອ່ອນຂອງຕົນ ທີ່ຈະຕ້ອງໄດ້ປັບປຸງແກ້ໄຂ, ທັງເສີມຂະຫຍາຍຈຸດດີ ທີ່ຈະຕ້ອງເພີ່ມທະວີເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານເມືອງ ທີ່ພັກ-ລັດ ແລະ ປະຊາຊົນ ມອບໝາຍ ໃຫ້ມີປະສິດທິພາບ, ປະສິດທິຜົນ ປະກອບສ່ວນເຂົ້າໃນການສ້າງສາພັດທະນາ ແຂວງໄຊສົມບູນ ໃຫ້ນັບມື້ນັບໄດ້ຮັບການພັດທະນາດີຂຶ້ນຢ່າງບໍ່ຢຸດຢັ້ງ.

ໂອກາດດຽວກັນ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ມີບາງຄໍາເຫັນວ່າ: ການສໍາຫຼວດການນໍາພາລວມ ແລະ ການສໍາຫຼວດຕີລາຄາຕົນເອງ ຕ້ອງບົນພື້ນຖານໜ້າທີ່ຄວາມຮັບຜິດຊອບ, ຕຳແໜ່ງ, ມາດຖານ, ຕີລາຄາຢ່າງເລິກເຊິ່ງ, ຖືກຕ້ອງ, ພາວະວິໄສ ແລະ ແທດຕົວຈິງ ລວມທັງ ການປະຕິບັດບັນດາຂໍ້ຫ້າມ ສໍາລັບສະມາຊິກພັກ-ພະນັກງານ ແລະ ລະບຽບການຕ່າງໆ ເຊິ່ງຕ້ອງຕື່ນຕົວຊອກໃຫ້ເຫັນດ້ານດີ-ຜົນສໍາເລັດ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ຂໍ້ບົກພ່ອງຂອງຕົນເອງ; ໃນກໍລະນີ ໝູ່ຄະນະ ແລະ ເພື່ອນສະຫາຍ ຍັງເຫັນມີບັນຫາໃດ ກໍໃຫ້ຕຳນິສົ່ງຂ່າວກໍ່ສ້າງ ເຊິ່ງກັນ ແລະ ກັນ ບົນຈິດໃຈເພື່ອນສະຫາຍຮ່ວມອຸດົມການອັນດຽວກັນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອພ້ອມກັນກ້າວໜ້າ, ຮັບປະກັນຄວາມສາມັກຄີ ເພື່ອເຮັດໃຫ້ພາຍໃນພັກ ມີຄວາມປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ; ການດໍາເນີນຊີວິດການເມືອງໃນຄັ້ງນີ້, ຕ້ອງບົນພື້ນຖານເສີມຂະຫຍາຍປະຊາທິປະໄຕພາຍໃນພັກ ຢ່າງກວ້າງຂວາງ-ເລິກເຊິ່ງ, ມີລັກສະນະສ້າງສັນ, ຮັບປະກັນຄວາມສາມັກຄີອັນເປັນປຶກແຜ່ນ ພາຍໃນພັກ-ພະນັກງານ; ເດັດດ່ຽວຕໍ່ສູ້ກັບທັດສະນະແນວຄິດທີ່ບໍ່ຖືກຕ້ອງ, ເອົາໃຈໃສ່ສໍາຫຼວດກວດກາ-ຕຳນິສົ່ງຂ່າວຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ພ້ອມກັນແກ້ໄຂໃຫ້ຈະແຈ້ງ, ປອດໃສຂາວສະອາດ ແລະ ມີຄວາມສະຫງົບ; ຕ້ອງມີຄວາມເຂົ້າໃຈຢ່າງເລິກເຊິ່ງ ຕໍ່ການຕິຊົມຕົນເອງ ແລະ ຕິຊົມກັນ ເຊິ່ງແມ່ນຫຼັກການນໍາພາລວມຂອງພັກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments