Tuesday, August 26, 2025
Homeຂ່າວໜ້າໜຶ່ງຜົນສຳເລັດ 80 ປີແຫ່ງການສ້າງສາ, ການປົກປ້ອງ ແລະ ການພັດທະນາປະເທດຫວຽດນາມ

ຜົນສຳເລັດ 80 ປີແຫ່ງການສ້າງສາ, ການປົກປ້ອງ ແລະ ການພັດທະນາປະເທດຫວຽດນາມ

ໄຊຊະນະອັນຍິ່ງໃຫຍ່ໃນການຕໍ່ສູ້ເພື່ອປົດປ່ອຍຊາດ, ເອກະພາບ ຂອງ ປະເທດ, ປົກປ້ອງປະເທດຊາດ ແລະ ປະຕິບັດໜ້າທີ່ສາກົນ ຢ່າງສົມບູນພາຍຫລັງໄຊຊະນະອັນສະຫງ່າງາມ ຂອງການປະຕິວັດ ເດືອນ ສິງຫາປີ 1945, ສາທາລະນະລັດ ປະຊາທິປະໄຕຫວຽດນາມ ໄດ້ກໍາເນີດຂຶ້ນ ໃນສະພາບການທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ. ລັດ ຖະບານປະຕິວັດ ທີ່ຍັງອ່ອນນ້ອຍຕ້ອງປະເຊີນກັບຄວາມຫຍຸ້ງຍາກ ແລະ ໄພຂົ່ມຂູ່ຫລາຍດ້ານ ໃນທ່າມກາງສະຖານະການທີ່ຂ້ຽວຂາດ ມີທັງສັດຕູ ພາຍໃນ ແລະ ພາຍ ນອກ. ຕໍ່ສະພາບການນັ້ນ, ພາຍໃຕ້ການນຳພາຢ່າງ ເດັດດ່ຽວ, ສະຫລາດ ສ່ອງໃສ ແລະ ຍຶດໝັ້ນຂອງພັກ ແລະ ປະທານໂຮ່ຈີ ມິງ, ທົ່ວປວງຊົນໄດ້ ໂຮມພະລັງເປັນໜຶ່ງດຽວ ສະແດງອອກຢ່າງສູງສຸດ ເຖິງຈິດໃຈແຫ່ງການເພິ່ງພາຕົນເອງ, ຄວາມກ້າຫານ ແລະ ສະຕິປັນຍາ ໃນການສ້າງສັນ, ກ້າວຜ່ານອຸປະສັກ ແລະ ບົດທົດສອບອັນໂຫດຮ້າຍຂອງ ປະຫວັດສາດໄດ້ຢ່າງ ໝັ້ນຄົງ.

ໃນໄລຍະປີ 1945-1946, ພັກ ແລະ ປະທານໂຮ່ຈີມິງ ໄດ້ຊີ້ນຳປະຊາຊົນທັງ ປະເທດດຳເນີນພ້ອມກັນສອງພາລະກິດຄື: ການສ້າງລັດຖະບານປະຕິວັດ ແລະ ການປົກປ້ອງຜົນໄດ້ຮັບຂອງການປະຕິວັດເດືອນສິງຫາ. ການເລືອກ ຕັ້ງຄັ້ງໃຫຍ່ເມື່ອວັນທີ 6 ມັງກອນ 1946 ຈັດຂຶ້ນດ້ວຍຜົນສຳເລັດ, ສະພາ ແຫ່ງຊາດຊຸດທີ 1 ໄດ້ສ້າງຕັ້ງຂຶ້ນ, ລັດຖະທຳມະນູນປະຊາທິປະໄຕສະບັບ ທຳ ອິດ ໄດ້ປະກາດໃຊ້. ລັດຖະບານປະຕິວັດ ໄດ້ເສີມສ້າງຢ່າງຕໍ່ເນື່ອງ, ຂະບວນ ການກຳຈັດ “ສັດຕູ ອຶດຢາກ”, “ສັດຕູກືກໜັງສື” ແລະ “ສັດຕູຮຸກຮານຈາກ ພາຍນອກ” ໄດ້ຖືກຈຸດປະກາຍຂຶ້ນຢ່າງຄຶກຄັກ ແລະ ບັນດາອຳນາດຝ່າຍກົງ ກັນຂ້າມການປະຕິວັດຖືກປາບປາມ.

ເມື່ອຜະເຊີນໜ້າກັບແຜນການຮຸກຮານຄັ້ງທີສອງຂອງຈັກກະພັດຝຣັ່ງ, ໃນຄືນວັນທີ 19 ທັນວາ 1946, ປະທານໂຮ່ຈີມິນ ໃນນາມສູນກາງພັກ ແລະ ລັດຖະບານ, ໄດ້ອອກ “ຄຳຮຽກຮ້ອງໃຫ້ທົ່ວປະເທດລຸກຂຶ້ນຕໍ່ຕ້ານການຮຸກ ຮານ” ດ້ວຍຄວາມມຸ່ງໝັ້ນວ່າ: “ພວກເຮົາຍອມເສຍສະລະທຸກສິ່ງ, ແຕ່ຈະບໍ່ ຍອມເສຍປະເທດ ແລະ ຈະບໍ່ຍອມເປັນຂ້າທາດຢ່າງເດັດຂາດ!”ດ້ວຍແນວ ທາງການຕໍ່ຕ້ານສົງຄາມແບບທົ່ວຊາດ, ທຸກດ້ານ, ຕໍ່ສູ້ໄລຍະຍາວ, ປະສົມ ປະສານການຕໍ່ສູ້ທາງການທະຫານ, ການເມືອງ ແລະ ການທູດຄຽງຄູ່ກັບ ການສ້າງຊາດ, ພັກໄດ້ຊີ້ນຳປະຊາຊົນຫວຽດນາມເອົາຊະນະເທື່ອລະຂັ້ນຕໍ່ຍຸດທະສາດຂອງຈັກກະພັດຝຣັ່ງ. ຈຸດສູງສຸດແມ່ນໄຊຊະນະ ດຽນບຽນຟູ ປີ 1954 -ບົດມະຫາກາບອັນຍິ່ງໃຫຍ່ທີ່ “ກ້ອງກັງວານໄປທົ່ວ 5 ທະວີບ, ສະ ເທືອນທົ່ວໂລກ” ບັງຄັບໃຫ້ລັດຖະບານຝຣັ່ງ ຕ້ອງລົງນາມໃນຂໍ້ຕົກ ລົງເຊີ ແນວ, ຍອມຮັບສິດທິພື້ນຖານຂອງຊາດຫວຽດນາມ ແລະ ຢຸດຕິລົງດ້ວຍ ໄຊຊະນະສົງຄາມຕໍ່ຕ້ານຝຣັ່ງທີ່ຍາວນານ 9 ປີ ພ້ອມທັງການແຊກແຊງ ຈາກສະຫະລັດອາເມລິກາ.

ຢ່າງໃດກໍຕາມ, ຕໍ່ມາຈັກກະພັດອາເມລິກາ ໄດ້ເຂົ້າມາແຊກແຊງພາກ ໃຕ້ຂອງຫວຽດນາມຢ່າງດຸເດືອດໜັກກວ່າເກົ່າ, ດຳເນີນແຜນການແບ່ງ ແຍກປະເທດຫວຽດນາມ ຢ່າງຍືດເຍື້ອ, ຍົກເວັ້ນພາກໃຕ້ໃຫ້ກາຍເປັນ ຫົວ ເມືອງຂຶ້ນຮູບແບບໃໝ່. ທ່າມກາງສະພາບການນັ້ນ, ພາຍໃຕ້ການນຳພາ ຂອງພັກ ແລະ ປະທານໂຮ່ຈີມິງ, ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງ ທັບ ຂອງພວກເຮົາໄດ້ຢືນຢັນປະຕິບັດສອງພາລະກິດຍຸດທະສາດຢ່າງເດັດ ຂາດ ຄື: ການປະຕິວັດສັງຄົມນິຍົມໃນພາກເໜືອ – ການສ້າງແນວຫລັງ ຂະ ໜາດໃຫຍ່ໃຫ້ແກ່ທົ່ວປະເທດ ແລະ ການປະຕິວັດປະຊາທິປະ ໄຕຊາດ ໃນ ພາກໃຕ້-ການຕໍ່ສູ້ເພື່ອປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດຊາດ. ສົງ ຄາມຕໍ່ຕ້ານອາເມຣິກາເພື່ອກູ້ຊາດເປັນມະຫາກາບວີລະກຳຂອງຊາດ ຫວຽດນາມ ໃນສະຕະວັດທີ 20. ຕະຫລອດໄລຍະເວລາ 21 ປີທີ່ຍາວນານ, ເຕັມໄປດ້ວຍຄວາມຫຍຸ້ງຍາກ ແລະ ຄວາມສະຫງ່າງາມ (1954-1975), ພັກ ກອມມູນິດຫວຽດນາມ ໄດ້ຊີ້ນຳປະຊາຊົນສອງພາກຂອງປະເທດໃຫ້ຄ່ອຍໆ ເອົາຊະນະເທື່ອລະຂັ້ນ ຕໍ່ຍຸດທະສາດສົງຄາມຂອງຈັກກະພັດອາເມລິກາ. ພາກເໜືອທັງຕໍ່ສູ້ຕໍ່ຕ້ານສົງຄາມທຳລາຍລ້າງ ທັງມຸ່ງໝັ້ນຟື້ນຟູ ແລະ ພັດ ທະນາເສດຖະກິດ, ປະຕິບັດໜ້າທີ່ແນວຫລັງໃຫຍ່, ສົ່ງກຳລັງສະໜັບສະ ໜູນບໍ່ຂາດສາຍໄປຍັງແນວໜ້າພາກໃຕ້.

ໄຊຊະນະ ອັນຍິ່ງໃຫຍ່ໃນລະດູບານໃໝ່ປີ 1975 ໂດຍມີຈຸດໝາຍສູງສຸດ ຄືບັ້ນຮົບໂຮ່ຈີມິນທີ່ເປັນຂີດໝາຍປະຫວັດສາດ, ໄດ້ປິດສາກລົງດ້ວຍ ໄຊຊະ ນະຢ່າງສົມບູນຂອງສົງຄາມຕໍ່ຕ້ານອາເມລິກາເພື່ອກູ້ຊາດ, ປົດປ່ອຍພາກ ໃຕ້ຢ່າງສົມບູນ ແລະ ລວມປະເທດເປັນເອກະພາບ.

ພາຍຫລັງວັນທ້ອນໂຮມປະເທດຊາດ, ປະເທດຍັງຕ້ອງຜະເຊີນໜ້າ ກັບຄວາມຫຍຸ້ງຍາກມະຫາສານ. ດ້ານໜຶ່ງຕ້ອງເລັ່ງຟື້ນຟູຜົນກະທົບອັນ ໜັກໜ່ວງຈາກສົງຄາມກວ່າ 30 ປີ, ເຮັດໃຫ້ຊີວິດປະຊາຊົນມີສະຖຽນລະ ພາບ, ເສີມສ້າງລັດຖະບານປະຕິວັດ ແລະ ສ້າງເສດຖະກິດທີ່ເປັນອິດສະລະ ແລະ ເພິ່ງຕົນເອງໄດ້. ອີກດ້ານໜຶ່ງ ຕ້ອງຕໍ່ສູ້ປົກປ້ອງຊາຍແດນ, ຮັກສາເອ ກະລາດ ແລະ ອະທິປະໄຕອັນສັກສິດຂອງປະເທດຊາດ, ພ້ອມທັງປະຕິບັດ ໜ້າທີ່ສາກົນອັນສູງສົ່ງໃນການຊ່ວຍເຫລືອປະຊາຊົນກຳປູເຈຍໃຫ້ພົ້ນຈາກ ໄພຂ້າລ້າງເຜົ່າພັນ ແລະ ເລີ່ມຂະບວນການຟື້ນຟູປະເທດ. ໃນຂະນະທີ່ຕ້ອງ ຕໍ່ສູ້ອົດທົນເພື່ອປົກປ້ອງປະເທດຊາດ, ຫວຽດນາມຍັງຕ້ອງຜະເຊີນກັບ ການຖືກປິດລ້ອມ ແລະ ຂວ້ຳບາດຍາວນານຈາກພາຍນອກ. ຂະນະດຽວ ກັນ, ກົນໄກການບໍລິຫານແບບລວມສູນ, ອາດຍາສິດ ແລະ ການເກື້ອກູນ ກໍບໍ່ສອດຄ່ອງອີກຕໍ່ໄປ, ກໍ່ໃຫ້ເກີດຂໍ້ຈຳກັດ ແລະ ບັນຫາຫລາຍດ້ານໃນ ການພັດທະນາເສດຖະກິດ-ສັງຄົມ. ພາຍໃຕ້ເງື່ອນໄຂອັນຫຍຸ້ງຍາກນັ້ນ, ພັກຍັງຄົງຮັກສາບົດບາດການນຳພາຢ່າງໝັ້ນຄົງ, ຢືນຢັນເປົ້າໝາຍເອກະ ລາດຂອງຊາດຄຽງຄູ່ກັບສັງຄົມນິຍົມ, ເສີມສ້າງພະລັງແຫ່ງຄວາມສາມັກຄີ ຂອງຊາດເທື່ອລະກ້າວ, ກ້າວຜ່ານອຸປະສັກ, ຟື້ນຟູເສດຖະກິດຢ່າງວ່ອງໄວ, ຮັກສາສະຖຽນລະພາບທາງການເມືອງ-ສັງຄົມ ແລະ ອະທິປະໄຕຂອງຊາດ, ວາງຮາກຖານເພື່ອການປ່ຽນແປງຍຸດທະສາດໃນແນວຄິດການພັດທະນາ.

ສິບປີຫລັງການທ້ອນໂຮມປະເທດຊາດ (1975-1985) ເປັນໄລຍະເວລາແຫ່ງ ບົດທົດສອບຄັ້ງໃຫຍ່, ເປັນໄລຍະທີ່ພັກຂອງພວກເຮົາຄ່ອຍໆສະແຫວງຫາ ເສັ້ນ ທາງໃໝ່ແຫ່ງການປະຕິຮູບ.

ແນວຄິດການພັດທະນາເລີ່ມກໍ່ໂຕຂຶ້ນຈາກຄວາມເປັນຈິງ ອັນມີຊີວິດຊີ ວາ ຂອງການປະຕິວັດໃນຫວຽດນາມ. ຜົນສຳເລັດ, ລວມທັງຄວາມຫຍຸ້ງ ຍາກ ແລະ ຂໍ້ຈຳກັດໃນເວລານັ້ນ, ໄດ້ປະບົດຮຽນອັນລ້ຳຄ່າໄວ້ ແລະ ວາງ ຮາກຖານທັງດ້ານແນວຄິດ ແລະ ພາກປະຕິບັດໃຫ້ແກ່ຂະບວນການ “ ປ່ຽນແປງໃໝ່” (ການປະຕິຮູບ) ຢ່າງຮອບດ້ານ ທີ່ພັກໄດ້ລິເລີ່ມມາຕັ້ງແຕ່ປີ 1986.

ຜົນສຳເລັດອັນຍິ່ງໃຫຍ່ ແລະ ມີຄວາມໝາຍທາງປະຫວັດສາດໃນການນຳ ພາປະເທດກ້າວສູ່ສັງຄົມນິຍົມ- ປະເທດທີ່ມີລະບອບການເມືອງ ເປັນເອກະ ລາດ, ມີອະທິປະໄຕເໜືອດິນແດນ ແລະ ມີສິດໃນການກຳນົດເສັ້ນທາງ ການພັດທະນາຂອງຕົນເອງໄຊຊະນະຂອງການປະຕິວັດ ເດືອນສິງຫາ ປີ 1945 ໄດ້ເປີດຈຸດປ່ຽນຄັ້ງຍິ່ງໃຫຍ່ໃນປະຫວັດສາດຂອງ ຫວຽດນາມ. ເຫດ ການວັນທີ 2 ກັນຍາ 1945 ກັບການສ້າງຕັ້ງສາທາລະນະລັດ ປະຊາທິປະໄຕ ຫວຽດນາມ – ລັດປະຊາທິປະໄຕ ຂອງປະຊາຊົນແຫ່ງທຳອິດໃນອາຊີ ຕາເວັນ ອອກສຽງໃຕ້-ໄດ້ຢຸດຕິລະບອບສັກດີນາຕະຫລອດໄປ ແລະ ປິດສາກກວ່າ 80 ປີແຫ່ງການຕົກເປັນຫົວເມືອງຂຶ້ນ. ນັບແຕ່ນັ້ນມາ, ປະເທດຊາດຫວຽດ ນາມ ໄດ້ກ້າວເຂົ້າສູ່ຍຸກແຫ່ງເອກະລາດຂອງຊາດ ຄຽງຄູ່ກັບສັງຄົມນິຍົມ.

ສືບເນື່ອງຈາກໄຊຊະນະນັ້ນ, ວັນທີ 6 ມັງກອນ ປີ1946, ການເລືອກຕັ້ງໃຫຍ່ ທົ່ວປະເທດຄັ້ງທຳອິດ ໄດ້ຈັດຂຶ້ນຕາມຫລັກການປະຊາທິປະໄຕ ແລະ ກ້າວ ໜ້າ, ໂດຍມີຜູ້ແທນສະພາແຫ່ງຊາດຈຳນວນ 333 ຄົນໄດ້ຮັບການເລືອກ ຕັ້ງດ້ວຍຄວາມໄວ້ວາງໃຈຈາກປະຊາຊົນທັງປະເທດ. ສະພາແຫ່ງຊາດຊຸດທີ 1 ໄດ້ຜ່ານລັດຖະທຳມະນູນປີ 1946, ວາງຮາກຖານທາງກົດໝາຍສຳລັບ ລັດຮູບແບບໃໝ່, ຢືນຢັນອຳນາດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອ ປະຊາຊົນ, ເຊິ່ງມີຄຸນສົມບັດຄົບຖ້ວນໃນການເປັນຕົວແທນຂອງປະ ເທດ ໃນເວທີສາກົນ.

ພາຍຫລັງ 3 ທົດສະວັດແຫ່ງສົງຄາມປົດປ່ອຍທີ່ຍາວນານ, ໂດຍມີຈຸດ ໝາຍສູງສຸດຄື ໄຊຊະນະອັນຍິ່ງໃຫຍ່ໃນລະດູບານໃໝ່ປີ 1975, ພາກໃຕ້ໄດ້ ຮັບການປົດປ່ອຍຢ່າງສົມບູນ, ແຜ່ນດິນໄດ້ໂຮມເປັນໜຶ່ງດຽວ. ກອງປະ ຊຸມຄະນະກຳມະການສູນກາງຄັ້ງທີ 24 (ກັນຍາ 1975) ໄດ້ກຳນົດພາລະກິດ ໃນການບັນລຸເອກະພາບຂອງປະເທດໃນດ້ານລັດ. ຜົນໄດ້ຮັບຄື ວັນທີ 25 ເມສາ ປີ1976, ມີຜູ້ມີສິດເລືອກຕັ້ງຫລາຍກວ່າ 23 ລ້ານຄົນ (ຄິດເປັນ 98,8% ຂອງຈຳນວນທັງໝົດ) ເຂົ້າຮ່ວມການເລືອກຕັ້ງທົ່ວໄປເພື່ອເລືອກ ສະພາແຫ່ງຊາດຮ່ວມຂອງທົ່ວປະເທດ. ໃນກອງປະຊຸມຄັ້ງທຳອິດ, ລັດຖະ ສະພາ ໄດ້ລົງມະຕິປະກາດຊື່ປະເທດເປັນ “ສາທາລະນະລັດສັງຄົມນິຍົມ ຫວຽດນາມ”, ທຸງຊາດເປັນທຸງແດງ ດາວທອງ, ເພງຊາດຄື “ຕຽນກວນກາ”, ຊື່ປະເທດວ່າ “ສາທາລະນະລັດສັງຄົມນິຍົມ ຫວຽດນາມ”, ກຳນົດໃຫ້ ຮ່າໂນ້ຍ ເປັນເມືອງຫລວງ ແລະ ປ່ຽນຊື່ເມືອງໄຊງ່ອນເປັນ “ນະຄອນໂຮ່ຈີມິງ”.

ການບັນລຸເອກະພາບຂອງປະເທດໃນດ້ານລັດ ໄດ້ສ້າງເງື່ອນໄຂທາງການ ເມືອງພື້ນຖານໃນການລະດົມ ແລະ ເສີມສ້າງພະລັງແຫ່ງຄວາມສາມັກ ຄີຂອງທົ່ວຊາດ, ເປີດທາງໃຫ້ແກ່ພາລະກິດການສ້າງສາ ແລະ ການປົກປ້ອງ ປະເທດຊາດໃນຍຸກສະໄໝໃໝ່, ເນັ້ນໜັກສິດ ໃນການກຳນົດຊາຕາກຳ ຂອງປະຊາຊົນຫວຽດນາມ ຕາມເສັ້ນທາງແຫ່ງຄວາມໝັ້ນຄົງໃນເອກະລາດ ຂອງຊາດຄຽງຄູ່ກັບສັງຄົມນິຍົມ, ເພື່ອສ້າງປະເທດໃຫ້ຮັ່ງມີ, ສີວິໄລ ແລະ ເຂັ້ມແຂງ.

– ການຮັບຮູ້ກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງສູ່ສັງຄົມນິຍົມມີຄວາມ ຊັດເຈນຫລາຍຂຶ້ນ.

ນັບຕັ້ງແຕ່ກໍ່ຕັ້ງໃນເດືອນກຸມພາ ປີ 1930, ພັກກອມມູນິດຫວຽດນາມ ໄດ້ ຢືນຢັນເທິງເສັ້ນທາງສັງຄົມນິຍົມ. ແນວທາງການເມືອງສະບັບທຳອິດ ທີ່ໄດ້ ຮັບການຮັບຮອງໃນກອງປະຊຸມກໍ່ຕັ້ງພັກ ໄດ້ກຳນົດເປົ້າໝາຍຍຸດທະສາດ ວ່າ: “ເຮັດໃຫ້ປະເທດຫວຽດນາມໄດ້ຮັບ ເອກະລາດຢ່າງສົມບູນ” ເພື່ອ “ມຸ່ງ ໄປສູ່ສັງຄົມກອມມູນິດ”. ຕໍ່ມາ, ໂຄງການການເມືອງ ເດືອນຕຸລາ ປີ 1930 ໄດ້ລະບຸຢ່າງຊັດເຈນວ່າ: ການປະຕິວັດໃນຫວຽດນາມຈະ “ຂ້າມໄລຍະທຶນນິ ຍົມ ແລະ ກ້າວເຂົ້າສູ່ເສັ້ນທາງສັງຄົມນິຍົມໂດຍກົງ”. ໄຊຊະນະຂອງການປະ ຕິວັດເດືອນສິງຫາ 1945 ພາຍໃຕ້ການນຳພາຂອງ ພັກ ແລະ ປະທານ ໂຮ່ຈີ ມິງ ໄດ້ລົບລ້າງແອກຫົວເມືອງຂຶ້ນ ແລະ ສັກດີນາ, ເປີດຍຸກສະໄໝ ແຫ່ງ ເອກະລາດຂອງຊາດທີ່ຄຽງຄູ່ກັບສັງຄົມນິຍົມ-ຍຸກສະໄໝທີ່ປະຊາຊົນເປັນ ເຈົ້າຂອງສັງຄົມ ແລະ ຊີວິດຂອງຕົນເອງ.

ທີ່ກອງປະຊຸມໃຫຍ່ຂອງພັກຄັ້ງທີ 2 (ກຸມພາ 1951), ໂຄງການການ ເມືອງຫວຽດນາມ ໄດ້ນຳສະເໜີເປັນຄັ້ງທຳອິດເຖິງເງື່ອນໄຂ ແລະ ແນວ ທາງໃນການກ້າວສູ່ສັງຄົມນິຍົມ. ພາຍຫລັງສອງທົດສະວັດແຫ່ງສົງຄາມ ປົດປ່ອຍ ແລະ ສົງຄາມປົກປ້ອງປະເທດຊາດ, ການຮັບຮູ້ດັ່ງກ່າວຍັງຄົງໄດ້ ຮັບການຢືນຢັນ ແລະ ພັດທະນາ. ຈຸດປ່ຽນຂອງການປະຕິຮູບຮອບດ້ານ ທີ່ ກອງປະຊຸມໃຫຍ່ຂອງພັກຄັ້ງທີ 6 (ທັນວາ 1986) ໄດ້ລິເລີ່ມຂຶ້ນ, ໄດ້ຮັບການ ຫັນເປັນທິດສະດີໂດຍການປະຍຸກໃຊ້ຢ່າງສ້າງສັນລັດທິມາກ-ເລນິນ ແລະ ແນວຄິດໂຮ່ຈີມິງ, ພ້ອມທັງການສະຫລຸບຈາກປະສົບການຕົວຈິງ ຂອງການ ປະຕິວັດໃນປະເທດ, ເຊິ່ງໄດ້ສ້າງຮາກຖານໃຫ້ແກ່ແນວຄິດໃໝ່ກ່ຽວກັບໄລ ຍະເວລາການຫັນປ່ຽນສູ່ສັງຄົມນິຍົມ.

ແນວທາງການສ້າງປະເທດໃນໄລຍະຂ້າມຜ່ານສູ່ສັງຄົມນິຍົມ ໄດ້ຮັບ ການອະນຸມັດຈາກກອງປະຊຸມໃຫຍ່ຄັ້ງທີ 7 (ມິຖຸນາ 1991) ແລະ ແນວທາງ ສະບັບເພີ່ມເຕີມ ແລະ ພັດທະນາ (2011) ທີ່ໄດ້ຮັບການຮັບຮອງ ຈາກກອງ ປະຊຸມໃຫຍ່ຄັ້ງທີ 11 ຖືເປັນຈຸດໝາຍສຳຄັນໃນການພັດທະນາທາງທິດສະ ດີ. ລັກສະນະ 8 ດ້ານຂອງສັງຄົມສັງຄົມນິຍົມ ທີ່ໄດ້ກຳນົດໄວ້ໃນ ແນວທາງ ສະບັບປີ 2011 ຊ່ວຍໃຫ້ພັກມີຄວາມເຂົ້າໃຈເລິກເຊິ່ງຍິ່ງຂຶ້ນ ກ່ຽວກັບປະຊາ ທິປະ ໄຕສັງຄົມນິຍົມ, ສິດໃນການເປັນເຈົ້າຂອງຂອງປະຊາຊົນ; ກ່ຽວກັບ ເປົ້າໝາຍການພັດທະນາຢ່າງວ່ອງໄວ ແລະ ຍືນຍົງ, ໂດຍຢຶດຖືເອົາຄຸນນະ ພາບ, ປະສິດທິພາບ ແລະ ຄວາມສາມາດ ໃນການແຂ່ງຂັນຂອງເສດຖະກິດ ເປັນໃຈກາງ; ກ່ຽວກັບຊັບພະຍາກອນມະນຸດ ແລະ ວັດທະນະທຳ ເຊິ່ງເປັນ ຮາກຖານທາງຈິດໃຈ ແລະ ພະລັງພາຍໃນຂອງການພັດທະນາ; ກ່ຽວກັບພະ ລັງ ແຫ່ງຄວາມສາມັກຄີຂອງທົ່ວຊາດ ທີ່ເຊື່ອມໂຍງກັບການຂະຫຍາຍສາຍ ພົວພັນສາກົນ, ການປະສົມປະສານພະລັງຂອງຊາດ ແລະ ພະລັງຂອງຍຸກ ສະໄໝ.

ນັບຕັ້ງແຕ່ກອງປະຊຸມໃຫຍ່ຄັ້ງທີ 7 ຈົນເຖິງຄັ້ງທີ 13, ແນວທາງການປະ ຕິຮູບ ໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ ແລະ ຍຶດໝັ້ນລັດທິມາກ-ເລນິນ ແລະ ແນວຄິດໂຮ່ຈີມິງ ໃນຖານະຮາກຖານທາງອຸດົມການ ແລະ ເຂັມທິດ ນຳພາການປະຕິບັດທຸກດ້ານ, ພ້ອມທັງເນັ້ນໜັກເຖິງຄວາມ ຈຳເປັນໃນ ການປະຕິຮູບຢ່າງຄົບຊຸດ, ຮອບດ້ານໃນທຸກດ້ານ ແລະ ຄົງໄວ້ເຊິ່ງທິດທາງ ສັງຄົມນິຍົມ.

ຜົນງານຈາກການປະຕິຮູບເກືອບ 4 ທົດສະວັດທີ່ຜ່ານມາ, ໄດ້ພິສູດ ເຖິງຄວາມຖືກຕ້ອງ ແລະ ຄວາມສ້າງສັນຂອງເສັ້ນທາງສັງຄົມນິຍົມໃນ ຫວຽດນາມ. ເສດຖະກິດ ຍັງຄົງຮັກສາອັດຕາການເຕີບໂຕໃນລະດັບສູງ ຂຶ້ນຢ່າງຕໍ່ເນື່ອງ, ຊີວິດຄວາມເປັນຢູ່ຂອງປະຊາຊົນດີຂຶ້ນຢ່າງຊັດເຈນ, ສະ ຖານະ ແລະ ຊື່ສຽງຂອງປະເທດໃນເວທີສາກົນ ກໍໄດ້ຮັບການຍົກລະດັບຢ່າງ ບໍ່ຢຸດຢັ້ງ. ໝາກຜົນເຫລົ່ານີ້ ຢືນຢັນວ່າ ເສັ້ນທາງສູ່ສັງຄົມນິຍົມສອດຄ່ອງ ພາວະເປັນຈິງຂອງຫວຽດນາມ ແລະ ທ່າອ່ຽງການພັດທະນາຂອງຍຸກສະ ໄໝ, ພ້ອມກັນນັ້ນ ຍັງສະແດງໃຫ້ເຫັນເຖິງການພັດທະນາທາງທິດສະດີ ທີ່ຊັດເຈນຍິ່ງຂຶ້ນກ່ຽວກັບສັງຄົມນິຍົມ ແລະ ໄລຍະຂ້າມຜ່ານ ພາຍໃຕ້ການ ນຳພາຂອງພັກກອມມູນິດຫວຽດນາມ.

– ເສດຖະກິດຫລຸດພົ້ນຈາກພາວະຢຸດຈຶ້ງ, ວິກິດ ແລະ ຄວາມຫລ້າຫລັງ, ກາຍເປັນປະເທດກຳລັງພັດທະນາທີ່ມີລາຍໄດ້ປານກາງ.

ໄລຍະປີ 1945-1954 ເປັນໄລຍະເລີ່ມຕົ້ນຂອງການສ້າງເສດຖະກິດໃໝ່ໃນ ຫວຽດນາມ ແລະ ໃນຂະນະດຽວກັນກໍເປັນໄລຍະເວລາທີ່ຫຍຸ້ງຍາກທີ່ ສຸດ ໃນປະຫວັດສາດການພັດທະນາຂອງປະເທດ. ພາຍຫລັງການຍາດເອົາ ອຳນາດການປົກຄອງປະເທດຕ້ອງເຂົ້າສູ່ສົງຄາມຕໍ່ຕ້ານຈັກກະພັດຝຣັ່ງ ອັນຍາວນານ, ພາລະກິດການສ້າງ ແລະ ການປັບປຸງເສດຖະກິດ ຈຶ່ງຖືກດຳ ເນີນໄປໃນສະພາບທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກ. ພາຍໃຕ້ການນຳພາ ຂອງພັກ, ຫວຽດນາມໄດ້ຄ່ອຍໆປ່ຽນແປງເສດຖະກິດທີ່ຍັງຄົງຕົກຄ້າງ ຈາກ ລະບອບຫົວເມືອງຂຶ້ນ ແລະ ສັກດີນາ ທີ່ຫລ້າຫລັງ ແລະ ເອື່ອຍອີງ, ກາຍ ເປັນເສດຖະກິດປະຊາທິປະໄຕ ແລະ ເປັນອິດສະລະ, ທີ່ຕອບສະໜອງໂດຍ ກົງຕໍ່ພາລະກິດການຕໍ່ສູ້ເພື່ອປົດປ່ອຍ ແລະ ສ້າງຊາດ.

ໄລຍະປີ 1955 ເຖິງ 1975, ປະເທດຖືກແບ່ງອອກເປັນສອງພາກ, ໂດຍມີ ສອງຮູບແບບເສດຖະກິດ-ສັງຄົມທີ່ແຕກຕ່າງກັນ. ໃນພາກເໜືອ, ພັກ ແລະ ລັດ ຫວຽດນາມ ໄດ້ຊີ້ນຳການດຳເນີນພາລະກິດ ທາງເສດຖະກິດ ໃຫ້ ເໝາະສົມກັບແຕ່ລະໄລຍະ: ຈາກການຟື້ນຟູ ແລະ ປົວແປງຮໍາບາດແຜ ຂອງສົງຄາມ (1955-1957) ໄປຈົນເຖິງການປະຕິຮູບທີ່ດິນ ແລະ ການປັບ ປ່ຽນສາຍພົວພັນການຜະລິດຕາມແນວທາງສັງຄົມນິຍົມ (1958-1960) ແລ້ວຈຶ່ງປ່ຽນໄປສູ່ການພັດທະນາເສດຖະກິດ ຄຽງຄູ່ກັບການສ້າງແນວ ຫລັງຂະໜາດໃຫຍ່ ເພື່ອສະໜັບສະໜູນແນວໜ້າພາກໃຕ້ ພາຍໃຕ້ເງື່ອນ ໄຂສົງຄາມອັນໂຫດຮ້າຍ (1961-1975).

ໄລຍະປີ 1976 ເຖິງ 1985, ຫລັງຈາກປະເທດໂຮມເປັນໜຶ່ງດຽວ, ທົ່ວປະເທດກ້າວສູ່ສັງຄົມນິຍົມ. ນີ້ແມ່ນໄລຍະເວລາທີ່ພາລະກິດການປັບ ປຸງ, ສ້າງສັນ ແລະ ພັດທະນາເສດຖະກິດ ຖືກກຳນົດໃຫ້ເປັນພາ ລະກິດ ສຳຄັນ ຂອງທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ. ປະຊາຊົນທົ່ວປະເທດ ໄດ້ເລັ່ງດຳເນີນການຕາມແຜນພັດທະນາ 5 ປີຄັ້ງທີສອງ (1976-1980) ແລະ ແຜນພັດທະນາ 5 ປີຄັ້ງທີສາມ (1981-1985). ເຖິງວ່າ ຈະບັນລຸຜົນ ບາງດ້ານໃນເບື້ອງຕົ້ນ ໃນການຟື້ນຟູການຜະລິດ ແລະ ສ້າງຖານວັດຖຸ- ເຕັກນິກ, ແຕ່ໂດຍລວມແລ້ວ ເສດຖະກິດຍັງຄົງອ່ອນແອ. ຂໍ້ຈຳກັດຂອງ ກົນໄກການບໍລິຫານແບບລວມສູນ ແລະ ການເກື້ອກູນທີ່ຍືດເຍື້ອມາ ແຕ່ ດົນນານ ປະກອບກັບຄວາມຫຍຸ້ງຍາກຈາກພາຍນອກ, ໄດ້ເຮັດໃຫ້ເສດ ຖະ ກິດຕົກຢູ່ໃນສະພາວະຢຸດຈຶ້ງ, ບໍ່ສົມດຸນ ແລະ ມີຮອດສັນຍານ ຂອງວິກິດ ການຮ້າຍແຮງ.

ໄລຍະປີ 1986 ເປັນຕົ້ນມາ (ໄລຍະການປະຕິຮູບ), ຕໍ່ໜ້າຄວາມຈຳ ເປັນ ອັນຮີບດ່ວນຂອງພາວະເປັນຈິງ, ນັບຕັ້ງແຕ່ປີ 1986, ພັກກອມມູນິດ ໄດ້ລິ ເລີ່ມ ແລະ ຊີ້ນຳຂະບວນການປະຕິຮູບປະເທດຢ່າງຮອບດ້ານ, ໂດຍເລີ່ມ ຈາກການປະຕິຮູບວິທີຄິດທາງເສດຖະກິດ. ດ້ວຍການຄ່ອຍໆຍົກເລີກ ກົນ ໄກການເກື້ອກູນ, ພັດທະນາເສດຖະກິດຫລາຍພາກສ່ວນ ແລະ ດຳເນີນ ກົນໄກຕະຫລາດພາຍໃຕ້ການບໍລິຫານຈັດການຂອງລັດ ຕາມແນວທາງ ສັງຄົມນິຍົມ, ເສດຖະກິດ ຂອງຫວຽດນາມ ໄດ້ມີການປ່ຽນ ແປງໃນທາງ ບວກ. ພາຍໃນປີ 1995, ບັນດາຕົວຊີ້ວັດຫລັກຂອງແຜນພັດ ທະນາ 5 ປີ (1991-1995) ລ້ວນສຳເລັດ ແລະ ເກີນເປົ້າໝາຍ, ເຮັດໃຫ້ປະເທດຫລຸດພົ້ນ ຈາກວິກິດເສດຖະກິດ-ສັງຄົມ ແລະ ສ້າງແຮງຍູ້ໜູນເຂົ້າສູ່ໄລຍະການພັດ ທະນາໃໝ່ ທີ່ມຸ່ງສູ່ການຫັນເປັນອຸດສາຫະກຳ ແລະ ຄວາມທັນສະໄໝ.

ຈາກປະເທດທີ່ທຸກຍາກ, ຫລ້າຫລັງ ແລະ ແບກຮັບຜົນກະທົບໜັກໜ່ວງ ຈາກສົງຄາມ ແລະ ການປິດລ້ອມຂວໍ້າບາດ, ຫວຽດນາມ ໄດ້ກ້າວຂຶ້ນເທື່ອ ລະຂັ້ນ ແລະ ກາຍເປັນປະເທດກຳລັງພັດທະນາທີ່ມີລາຍໄດ້ປານກາງ. ຈົນເຖິງປີ 2024, ຂະໜາດເສດຖະກິດຂອງຫວຽດນາມຢູ່ໃນອັນດັບທີ 32 ຂອງໂລກ, ຢູ່ໃນກຸ່ມ 20 ເສດຖະກິດອັນດັບຕົ້ນ ດ້ານການຄ້າ ແລະ ການ ດຶງດູດການລົງທຶນຈາກຕ່າງປະເທດ. ຄວາມສຳເລັດນັ້ນ ເປັນຫລັກຖານ ທີ່ມີຊີວິດຊີວາເຖິງຂອບເຂດ, ຄວາມສາມາດທາງສະຕິປັນຍາ ແລະ ຄວາມກ້າຫານຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ໃນການ ຂ້າມຜ່ານຄວາມຫຍຸ້ງຍາກ, ຈຸດປະກາຍພະລັງພາຍໃນ, ສວຍໂອກາດ, ບູລະນະຢ່າງເລິກເຊິ່ງ ແລະ ພັດທະນາຢ່າງຍືນຍົງ.

(ອ່ານຕໍ່ພາກທີ2)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments