Tuesday, August 26, 2025
Homeບຸນປະເພນີບຸນຫໍ່ເຂົ້າປະດັບດິນ ຫຼື ເອີ້ນວ່າບຸນເດືອນ 9

ບຸນຫໍ່ເຂົ້າປະດັບດິນ ຫຼື ເອີ້ນວ່າບຸນເດືອນ 9

ເມື່ອຮອດເດືອນເກົ້າດັບຂອງທຸກປີ ຊາວພຸດທະບໍລິສັດ ກໍ່ໄດ້ເຮັດບຸນຫໍ່ເຂົ້າປະດັບດິນ ຕາມຮີດຄອງປະເພນີທີ່ສືບທອດກັນມາແຕ່ບູຮານ.

ບຸນຫໍ່ເຂົ້າປະດັບດິນໝາຍເຖິງການເຮັດບຸນອຸທິດສ່ວນບຸນກຸສົນສົ່ງໄປໃຫ້ຍາດຜູ້ທີ່ລ່ວງລັບໄປແລ້ວ ໄປຢູ່ໃນພົບພູມອື່ນ ຊຶ່ງ ພວກຍາດພີ່ນ້ອງທີ່ຍັງມີຊີວິດຢູ່ນີ້ ມີຄວາມຮໍ່າເພີງ ແລະ ຄິດຮອດຄິດເຖິງວ່າ ຍາດຂອງຕົນທີ່ລ່ວງລັບໄປນັ້ນ ໄປເກີດທີ່ດີເຖິງສຸກແລ້ວບໍ່ ຫລື ຕົກທຸກໄດ້ຍາກລຳບາກຫຼາຍປານໃດ; ດັ່ງນັ້ນ, ພໍເຖິງບຸນຫໍ່ເຂົ້າປະດັບດິນວຽນມາເຖິງ ຈຶ່ງໄດ້ພາກັນຫໍ່ເຂົ້າຕົ້ມ, ເຂົ້າໜົມ, ມີກ້ວຍອ້ອຍສ້ອຍປີ, ເຄື່ອງສົ້ມຂອງຫວານ, ຄຳໝາກກອກຢາ ແລະ ປູປາອາຫານທຸກຢ່າງລວມກັນ ແລ້ວອຸທິດໄປໃຫ້ ຍາດຂອງຕົນ ໃຫ້ໄດ້ໄປເກີດທີ່ດີເຖິງສຸກ ຜູ້ທີ່ຕົກທີ່ທຸກກໍຂໍໃຫ້ພົ້ນຈາກທຸກ ຜູ້ທີ່ໄດ້ສຸກແລ້ວ ກໍຂໍໃຫ້ສຸກຍິ່ງໆຂຶ້ນໄປ.

ອາຫານທີ່ລວມກັນແລ້ວ ຫໍ່ດ້ວຍໃບຕອງເປັນຫໍ່ໆ ແລ້ວນໍາໄປວາງໄວ້ຕາມຕ້າຍວັດ, ສາລາໂຮງທັມ, ຂ້າງວິຫານ, ຫ້ອຍຕາມກົກໄມ້ ຫລືບໍ່ກໍວາງໄວ້ຕາມດິນ ເພິ່ນຈຶ່ງ ເອີ້ນວ່າເຂົ້າປະດັບດິນ.

ການຢາຍຫໍ່ເຂົ້ານີ້ຈະຢາຍໃນຕອນເຊົ້າເລີ່ມເວລາ 3 ຫາ 4 ໂມງເຊົ້າຂອງມື້ວັນສິນດັບເດືອນເກົ້າ ເພາະມີ ຄວາມເຊື່ອສືບຕໍ່ກັນມາແຕ່ບູຮານວ່າ : ເປັນມື້ທີ່ປະຕູນາຮົກເປີດໃນຮອບປີ ຍົມພະບານຈະປ່ອຍໃຫ້ຜີນະຮົກອອກມາຢ້ຽມພີ່ ນ້ອງໃນໂລກມະນຸດ. ສ່ວນຫຼາຍ ທຸກຄົນຈະຫໍ່ເຂົ້າຫລາຍກວ່າຈຳນວນຂອງຍາດພີ່ນ້ອງທີ່ໄດ້ລ່ວງລັບໄປ ເພາະຈະຕ້ອງ ມີຈຳນວນໜຶ່ງເຜື່ອຜີບໍ່ມີຍາດ ຈະເປັນເຜດຫລື ພວກສັມພະເວສີ ກໍແລ້ວແຕ່ບຸນກັມນໍາແຕ່ງຂອງແຕ່ລະຕົນ. ການທຳບຸນເຂົ້າປະດັບດິນນີ້ ໃຫ້ເປັນຈາຄະເຈຕນາ ບໍ່ມີການຂີ້ຖີ່, ຫວງແຫນ ຮອດແຕ່ນົກກາ ໝູໝາ ທັງຫລາຍຈະອຸດົມສົມບູນ, ໄດ້ກິນອີ່ມໜຳສຳລານ ເພາະທຸກທີ່ຈະເຕັມໄປດ້ວຍເຂົ້າປະດັບດິນນັ້ນເອງ.

ພໍຮອດຕອນເຊົ້າ ທຸກຄອບຄົວກໍກະກຽມຫຸງຫາເຂົ້າປາອາຫານໄປເຮັດບຸນວັດ ດ້ວຍການຖວາຍຈະຕຸປັຈຈັຍ ເຄື່ອງໄທຍະທານຕ່າງໆ ຈາກນັ້ນພຣະສົງຄ໌ຈະສະແດງພຣະທັມມະເທສນາກ່ຽວກັບອານິສົງຂອງບຸນເຂົ້າປະດັບດິນ ແລະ ໃຫ້ພອນແກ່ຍາດໂຍມ ແລະ ອຸທິດສ່ວນບຸນກຸສົນໄປໃຫ້ຍາຕິພີ່ນ້ອງທີ່ໄດ້ລ່ວງລັບໄປແລ້ວນັ້ນ.

ມູນເຫດແຫ່ງການເຮັດບຸນປະດັບດິນນີ້ເກີດຂຶ້ນຕາມຄວາມເຊື່ອ ຕາມນິທານທັມມະບົດ ໂດຍກ່າວເຖິງຍາດຂອງພຣະເຈົ້າ ພິມພິສານ ທີ່ລັກເງິນວັດມາເປັນຂອງຕົນເອງ, ລັກກິນຂອງທີ່ຈະຖວາຍແກ່ພຣະສົງຄ໌ ພໍຕາຍໄປແລ້ວໄດ້ໄປເກີດເປັນເຜດໃນນະຮົກ.

ເມື່ອພຣະເຈົ້າພິມພິສານຖວາຍທານແດ່ພຣະສະມະນະໂຄດົມພຸທທະເຈົ້າ ຍາມໃດກໍບໍ່ໄດ້ຢາດນໍ້າອຸທິສສ່ວນບຸນໄປໃຫ້ພວກຍາດເຫລົ່ານັ້ນ; ພໍຕົກກາງຄືນ ພວກເຜດທີ່ເປັນຍາດຂອງພຣະອົງ ໄດ້ມາສົ່ງສຽງຮ້ອງທີ່ໂລກເສົ້າ ສະແດງເຖິງຄວາມອຶດຫິວ ຢູ່ໃກ້ໆພຣະຣາຊວັງທີ່ພຣະອົງປະທັບຢູ່ ໂດຍສະແດງກິຣິຍາ ແລະ ຮູບຮ່າງເປັນຕາຢ້ານໃຫ້ພຣະເຈົ້າພິມພິສານໄດ້ເຫັນ ແລະ ໄດ້ຍິນ.

ພໍຮອດຕອນເຊົ້າ ພຣະອົງຈຶ່ງໄດ້ໄປຖາມພຣະພຸທທະເຈົ້າ ພຣະພຸທທະອົງຄ໌ຈຶ່ງໄດ້ເລົ່າເຖິງເລື່ອງ ຄວາມເປັນມາຂອງຍາດພຣະອົງທີ່ລັກຂອງສົງຄ໌, ລັກໂລບຂອງວັດວາສາສນາ ຈຶ່ງຕ້ອງໄດ້ທົນທຸກທໍລະມານເປັນເວລາອັນຍາວນານ ຕັ້ງແຕ່ຄັ້ງສາສນາຂອງພຣະກັສສະປະພຸທທະເຈົ້າ ຈົນມາເຖິງສາສນາຂອງພຣະໂຄດົມສັມມາສັມພຸທທະເຈົ້າ.

ຫລັງຈາກນັ້ນ, ພຣະເຈົ້າພິມພິສານກໍຖວາຍທານອີກ ແລະ ອຸທິດສ່ວນບຸນກຸສົນໄປໃຫ້ພວກຍາດທີ່ຕາຍໄປແລ້ວໄດ້ຮັບສ່ວນບຸນ ເມື່ອໄດ້ຮັບສ່ວນບຸນແລ້ວ ຍາດເຫຼົ່ານັ້ນໄດ້ມາສະແດງຕົນໃຫ້ ພຣະເຈົ້າພິມພິສານເຫັນ ແລະ ຊາບວ່າ ທຸກທີ່ພວກເຂົາເຈົ້າໄດ້ຮັບນັ້ນ ໄດ້ເບົາບາງລົງຫຼາຍແລ້ວ ຍ້ອນການອຸທິດສ່ວນບຸນກຸສົນຂອງພຣະອົງນັ້ນເອງ.

ຮຽບຮຽງໂດຍ: ນັກບິນເກົ່າ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments