ພິທີຖະແຫຼງຂ່າວ ເທດສະການຄຳລາວ 2025 ຄັ້ງທຳອິດໃນ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 22 ສິງຫາ ຜ່ານມາ ທີໂຮງແຮມສຸພັດຕຣາ ນະຄອງຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານ ຈັນທອນ ສິດທິໄຊ ຜູ້ອໍານວຍການໃຫຍ່ ທະນາຄານຄໍາລາວ ຈໍາກັດ, ທັງເປັນປະທານຄະນະກຳມະການຈັດງານເທດສະການ ຄຳລາວ 2025 ຊຶ່ງມີແຂກຈາກພາກສວ່ນຕ່າງໆທ່ີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຈັນທອນ ສິດທິໄຊ ໄດ້ກ່າວໃນງານຖະແຫຼງຂ່າວວ່າ: ເທດສະການຄຳລາວ ຄັ້ງທຳອິດໃນລາວ 2025 ຄັ້ງນີ້ແມ່ນການຈັດງານລະດັບຊາດປະຈຳປີ ທີ່ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ, ງານດັ່ງກ່າວ ບໍ່ແມ່ນພຽງແຕ່ເປັນການເຕົ້າໂຮມທຸກພາກສ່ວນໃນອຸດສາຫະກໍາຄໍາ ແລະ ພາກສ່ວນປິ່ນອ້ອມອື່ນໆເທົ່ານັ້ນ ແຕ່ຍັງເປັນການສ້າງກິດຈະກໍາສຳຄັນ ເພື່ອຊຸກຍູ້ສົ່ງເສີມ ໃຫ້ຂະແໜງການອຸດສາຫະກຳຄຳລາວເຕີບໃຫຍ່ຂະຫຍາຍຕົວ ແລະ ກາຍເປັນທ່າແຮງສຳຄັນໃນການດຶງດູດການທ່ອງທ່ຽວ, ການອະນຸລັກວັດທະນະທຳ ແລະ ການຮັກສາຮີດຄອງປະເພນີອັນດີງາມຂອງຊາດລາວ, ພ້ອມທັງ ຈະເປັນການປະກອບສ່ວນເປັນພື້ນຖານສຳຄັນໃນການພັດທະນາເສດຖະກິດ-ສັງຄົມໃນປັດຈຸບັນ ກໍຄື ອະນາຄົດ, ພ້ອມນີ້ ຍັງເປັນການສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງທະນາຄານຄໍາລາວ ໃນການສົ່ງເສີມ ແລະ ພັດທະນາອຸດສາຫະກຳຄໍາໃຫ້ນັບມື້ມີການຂະຫຍາຍຕົວ, ພ້ອມທັງ ເປັນການສ້າງໂອກາດໃຫ້ແກ່ປະຊາຊົນລາວໃນການມີສ່ວນຮ່ວມໃນການພັດທະນາເສດຖະກິດແບບຍືນຍົງ ແລະ ມີຄວາມຫຼາກຫຼາຍ.

ທ່ານ ຈັນທອນ ສິດທິໄຊ ກ່າວເນັ້ນຕື່ມວ່າ: ສຳລັບ ຈຸດປະສົງ ແລະ ເປົ້າໝາຍຫຼັກແມ່ນເປັນການສົ່ງເສີມ ແລະ ພັດທະນາອຸດສາຫະກຳຄໍາລາວ ເຂົ້າສູ່ມາດຕະຖານສາກົນ ເພື່ອປະກອບສ່ວນເຂົ້າໃນການພັດທະນາອຸດສາຫະກຳຄຳ ແລະ ຕະຫຼາດຄຳລາວໃຫ້ເຕີບໃຫຍ່ ແລະ ໃຫ້ສາມາດກ້າວສູ່ມາດຕະຖານຕະຫຼາດສາກົນ ຊຶ່ງແມ່ນເປົ້າໝາຍຍຸດທະສາດ ທີ່ຈະຊ່ວຍຍົກລະດັບຄຸນນະພາບ ແລະ ມາດຕະຖານຂອງຜະລິດຕະພັນຄຳລາວ ໃຫ້ສາມາດແຂ່ງຂັນໄດ້ໃນຕະຫຼາດໂລກ, ເພື່ອເປັນການຍົກລະດັບ ແລະ ສົ່ງເສີມຄວາມຄິດສ້າງສັນໃນຂະແໜງການຄຳ ແລະ ຂະແໜງການປິ່ນອ້ອມ ໃຫ້ມີເວທີໃນການວາງສະແດງ ແລະ ໃຫ້ເປັນຂະບວນການສ້າງສັນຢ່າງຕໍ່ເນື່ອງ.
ການສົ່ງເສີມນະວັດຕະກຳ ແລະ ຄວາມຄິດສ້າງສັນຈະເປັນກຸນແຈສຳຄັນໃນການພັດທະນາອຸດສາຫະກຳຄຳລາວ ໃຫ້ມີຄວາມທັນສະໄໝ ແລະ ຕອບສະໜອງຄວາມຕ້ອງການຂອງຕະຫຼາດ, ເພື່ອສືບສານ ແລະ ຕໍ່ຍອດໃຫ້ປະຊາຊົນລາວ ເຂົ້າໃຈເຖິງຄຸນຄ່າຂອງຄຳ ທີ່ຕິດພັນກັບປະເພນີ-ວັດທະນະທຳລາວ ທີ່ມີການສືບສານກັນມາຍາວນານ. ຄຳບໍ່ພຽງແຕ່ເປັນໂລຫະມີຄ່າເທົ່ານັ້ນ ແຕ່ຍັງເປັນສ່ວນໜຶ່ງຂອງເອກະລັກວັດທະນະທຳລາວ ທີ່ສະແດງເຖິງຄວາມງາມ ແລະ ຄວາມເປັນເອກະລັກຂອງປະຊາຊົນບັນດາເຜົ່າ; ການສ້າງຄວາມຮູ້ ແລະ ໂອກາດທຸລະກິດ ແລະ ເພື່ອຮວບຮວມເອົາກິດຈະກຳທີ່ສ້າງຄວາມຮູ້, ຄວາມບັນເທີງ ແລະ ໂອກາດທາງທຸລະກິດໄວ້ບ່ອນດຽວກັນ ແລະ ຈະເປັນການແລກປ່ຽນຄວາມຮູ້, ປະສົບການ ແນວທາງການພັດທະນາອຸດສາຫະ ກຳຄຳໃນອະນາຄົດ.ແລະ ການສ້າງເຄືອຂ່າຍທຸລະກິດທີ່ຈະນຳໄປສູ່ການພັດທະນາອຸດສາຫະກຳຄຳລາວ ຢ່າງຍືນຍົງ. ການເປີດໂຕແອັບພລິເຄຊັນ LBB PLUS ນະວັດຕະກຳດດີຈີຕອນທີ່ຈະຫັນວິທີການຊື້-ຂາຍ ແບບກັບທີ່ ໄປສູ່ການຊື້-ຂາຍ ແບບອອນລາຍ ແລະ ການລົງທຶນຄຳໃນລາວ ທີ່ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ. ແອັບພລິເຄຊັນນີ້, ຈະເຮັດໃຫ້ການເຂົ້າເຖິງຕະຫຼາດຄຳເປັນເລື່ອງທີ່ງ່າຍດາຍ, ປອດໄພ ແລະ ໂປ່ງໃສຫຼາຍຂຶ້ນ, ພ້ອມທັງ ສ້າງໂອກາດໃຫ້ປະຊາຊົນທົ່ວໄປສາມາດເຂົ້າມາມີສ່ວນຮ່ວມໃນການລົງທຶນໃນຄຳໄດ້ສະດວກຫຼາຍຂຶ້ນ; ໃນງານມີຮ້ານວາງສະແດງຄຳ ຈຳນວນ 50 ຮ້ານ, ຮ້ານວາງສະແດງຜ້າໄໝ 15 ຮ້ານ; ງານເດີນແບບ Fashion Show ຈາກຮ້ານຄຳ ແລະ ຮ້ານຜ້າໄໝ; ກິດຈະກຳການສ້າງເຄືອຂ່າຍທຸລະກິດ ຊຶ່ງເປັນໂອກາດສຳຄັນສຳລັບຜູ້ປະກອບການ, ນັກລົງທຶນ ແລະ ຜູ້ສົນໃຈໃນຂະແໜງການຄຳ ໃນການພົບປະ, ແລກປ່ຽນ ແລະ ສ້າງຄວາມຮ່ວມມືທາງທຸລະກິດ. ນີ້ຈະເປັນການວາງພື້ນຖານສຳຄັນສຳລັບການພັດທະນາອຸດສາຫະກຳຄຳລາວໃນອະນາຄົດ.

ງານດັ່ງກ່າວ ຈະໄດ້ຈັດຂຶ້ນແຕ່ວັນທີ 5-7 ກັນຍາ 2025 ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ຄາດວ່າຈະມີຈຳນວນຜູ້ເຂົ້າຮ່ວມ ທັງພາຍໃນ ແລະ ຕ່າງປະເທດ ປະມານ 30,000 ຄົນ.