ໃນຕອນເຊົ້າວັນທີ 23 ສິງຫານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍການນໍາແຂວງຫຼວງພະບາງ, ອະດີດການນຳຂັ້ນສູງ, ມວນຊົນຊາວແຂວງຫຼວງພະບາງ ແລະ ແຂກ ທັງພາຍໃນ ແລະ ຕ່າງປະເທດ ໄດ້ຮ່ວມໃສ່ບາດເນື່ອງໃນໂອກາດງານບຸນຫໍ່ເຂົ້າປະດັບດິນ ແລະ ບຸນຊ່ວງ ເຮືອເດືອນເກົ້າ ປະຈໍາປີ 2025 ຢູ່ຕໍ່ໜ້າວັດແສນສຸຂະຣາມ ນະຄອນ-ຫຼວງພະບາງ.

ການໃສ່ບາດດັ່ງກ່າວ ແມ່ນການປະຕິບັດຮີດຄອງປະເພນີອັນດີງາມຂອງຊາວພຸດ ທີ່ມີຈິດໃຈເຫຼື້ອມໃສສັດທາ ໃນທາງພຸດທະສາສະໜາ ຊຶ່ງໃນໂອກາດວັນຫໍ່ເຂົ້າປະດັບດິນ ແລະ ບຸນຊ່ວງເຮືອເດືອນເກົ້າ ຂອງທຸກໆປີ ຢູ່ນະຄອນ-ຫຼວງພະບາງ, ຊາວນະຄອນ-ຫຼວງພະບາງ ກໍຄືຊາວພຸດ ຜູ້ທີ່ມີຈິດໃຈເຫຼື້ອມໃສສັດທາທັງຫຼາຍ ໄດ້ພ້ອມກັນຫ້າງຫາກະກຽມເຂົ້າໜຽວ, ເຂົ້າຕົ້ມ, ເຂົ້າໜົມ ແລະ ປັດໃຈສັງຄະທານ ມາໃສ່ບາດຢາດນໍ້າ ຢູ່ຕາມວັດວາອາຣາມ ແລະ ເສັ້ນທາງຕ່າງໆ ພາຍໃນຕົວເມືອງນະຄອນ-ຫຼວງພະບາງ ເພື່ອອຸທິດບຸນກຸສົນ ເຖິງດວງວິນຍານ ຂອງຜູ້ທີ່ໄດ້ລ່ວງລັບໄປແລ້ວ ໂດຍສະເພາະ ຜູ້ທີ່ເຄົາລົບຮັກ ແລະ ຜູ້ມີບຸນຄຸນ. ການປະຕິບັດກິດຈະກໍາໃສ່ບາດ ຢູ່ນະຄອນ-ຫຼວງພະບາງ, ນອກຈາກເປັນການສົ່ງເສີມວັດທະນະທຳ-ຮີດຄອງປະເພນີອັນດີງາມ ຂອງຊາວຫຼວງພະບາງ ກໍຄືຊາວລາວໃນທົ່ວປະເທດ ທີ່ໄດ້ສືບທອດກັນມາແຕ່ບູຮານນະການ ໃຫ້ມີຄວາມຍືນຍົງແລ້ວ, ຍັງເປັນການປະຕິບັດ ໜຶ່ງໃນກິດຈະກຳສົ່ງເສີມການທ່ອງທ່ຽວ ເພື່ອດຶງດູດນັກທ່ອງທ່ຽວ ເຂົ້າມາທ່ອງທ່ຽວ ແຂວງຫຼວງພະບາງ ໃຫ້ຫຼາຍຂຶ້ນ, ປະກອບສ່ວນສ້າງລາຍຮັບ ແລະ ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ, ທີ່ສຳຄັນແມ່ນປະກອບສ່ວນເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມຂອງແຂວງ ໃຫ້ຂະຫຍາຍຕົວເພີ່ມຂຶ້ນ.

ພາຍຫຼັງຈາກສຳເລັດການໃສ່ບາດ, ທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ກໍໄດ້ໃຫ້ກຽດເຂົ້າຮ່ວມພິທີເປີດ ແລະ ຊົມການແຂ່ງຂັນຊ່ວງເຮືອ ປະຈຳປີ 2025 ທີ່ແຄມຝັ່ງນໍ້າຄານ, ນະຄອນ-ຫຼວງພະບາງ. ໃນໂອກາດນີ້, ທ່ານ ສຳນານ ສົນທະນີ ເລຂາພັກນະຄອນ-ຫຼວງພະບາງ ຮອງປະທານຄະນະກຳມະການຈັດງານບຸນ ໄດ້ລາຍງານໃຫ້ຮູ້ວ່າ: ບຸນຊ່ວງເຮືອປີນີ້ ມີເຮືອຊ່ວງເຂົ້າຮ່ວມການແຂ່ງຂັນທັງໝົດ 22 ລໍາ, ທີ່ມາຈາກບ້ານຈໍານວນໜຶ່ງ ພາຍໃນນະຄອນຫຼວງພະບາງ, ຈາກບາງພະແນກການອ້ອມຂ້າງແຂວງ, ຈາກບາງຫົວໜ່ວຍທຸລະກິດ ແລະ ຈາກບາງເມືອງ-ບາງແຂວງອ້ອມຂ້າງ. ສຳລັບການແຂ່ງຂັນ ແມ່ນເລີ່ມຈາກຄູ່ ນາງດຳ ແລະ ນາງດ່ອນ ຕາມຮີດຄອງປະເພນີ ທີ່ເຄີຍປະຕິບັດມາແຕ່ດົນນານ ແລ້ວຈຶ່ງສືບຕໍ່ດຳເນີນການແຂ່ງຂັນຕາມຕາຕະລາງ ທີ່ໄດ້ຈັບສະຫຼາກຄູ່ກັນໄວ້, ສ່ວນການແຂ່ງຂັນ ແມ່ນໄດ້ປະຕິບັດໃນຮູບແບບ ເສຍສອງຄັ້ງແລ້ວຂັດອອກ, ພ້ອມທັງ ຈັດອັນດັບທີ່, ສ່ວນເຮືອທີ່ເສຍຄັ້ງໜຶ່ງ ແມ່ນສາມາດສືບຕໍ່ແຂ່ງຂັນ ເຂົ້າຮອບຕໍ່ໄປ ຊຶ່ງການແຂ່ງຂັນທັງໝົດ ແມ່ນໃຫ້ສຳເລັດພາຍໃນມື້ດຽວ.
(ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ)