ໃນວັນທີ 22 ສິງຫາ 2025 ນີ້, ສະຫາຍ ນາງ ຫວໍ ທິ ແອັງ ຊວນ ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາ ຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ນະຄອນ ຫລວງວຽງຈັນ ໃນໂອກາດ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 21-22 ສິງຫາ 2025 ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ.

ການວາງພວງມາລາ ໃນຄັ້ງນີ້, ເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ແລະ ຄຸນງາມ ຄວາມດີ, ນ້ຳໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນຂອງບັນພະບູລຸດລາວ ກໍຄື ບັນດານັກຮົບປະຕິວັດຂອງລາວ ທີ່ເສຍສະລະຊີວິດ, ເລືອດເນື້ອເພື່ອພາລະກິດປະຕິວັດ ຢ່າງອົງອາດກ້າຫານ ພາຍໃຕ້ການນຳພາ-ຊີ້ນຳ ຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະ ແລະ ປະກາດເອກະລາດ, ສະຖາປະນາ ເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.

———————————
ພາບ: ກົມສື່ມວນຊົນ, ຄະນະໂຄສະນາອົບຮົມສູນກາງພັກ
ບົດຂ່າວ: ກົມການຂ່າວ, ກະຊວງການຕ່າງປະເທດ