ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ສະຫາຍ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ນາງ ຫວໍ ທິ ແອັງ ຊວນ, ຮອງປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ແຕ່ວັນທີ 21-22 ສິງຫາ 2025 ເພື່ອສືບຕໍ່ເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ໃນວັນທີ 21 ສິງຫາ 2025, ທີ່ ສໍານັກງານປະທານປະເທດ, ສະຫາຍ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສະຫາຍ ນາງ ຫວໍ ທິ ແອັງ ຊວນ, ຮອງປະທານປະເທດ ແຫ່ງ ສສ. ຫວຽດນາມ, ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍ.

ໃນໂອກາດດັ່ງກ່າວ, ສະຫາຍ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມປິຕິຍິນດີຕ້ອນຮັບອັນອົບອຸ່ນ ມາຍັງ ຄະນະຜູ້ແທນ ສສ. ຫວຽດນາມ, ຊຶ່ງໄດ້ນໍາເອົາໄມຕີຈິດມິດຕະພາບອັນດູດດື່ມ, ຄວາມສາມັກຄີຮັກເເພງອັນສະໜິດສະໜົມ ຖານສະຫາຍອ້າຍນ້ອງ ຂອງ ພັກ-ລັດ ແລະ ປະຊາຊົນຫວຽດນາມ ມາສູ່ພັກ-ລັດ ແລະ ປະຊາຊົນລາວ, ພ້ອມທັງໄດ້ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນຄັ້ງນີ້, ຊຶ່ງເປັນຄັ້ງທໍາອິດພາຍຫຼັງດໍາລົງຕໍາແໜ່ງເປັນ ຮອງປະທານປະເທດ ແຫ່ງ ສສ. ຫວຽດນາມ ແລະ ຍັງເປັນການປະກອບສ່ວນທີ່ສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ຫວຽດນາມ ທີ່ມີມູນເຊື້ອມາແຕ່ດົນນານຢູ່ແລ້ວນັ້ນ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ພິເສດການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ແມ່ນມີຂຶ້ນໃນທ່າມກາງບັນຍາກາດທີ່ ສອງພັກ, ສອງລັດ ພວມກະກຽມ ແລະ ສ້າງຂະບວນການຕ່າງໆ ເພື່ອຕ້ອນຮັບວັນສຳຄັນ ຂອງ ສອງພັກ, ສອງລັດ ທີ່ຈະມາເຖິງ ໂດຍສະເພາະແມ່ນ ວັນມະຫາໄຊຊະນະອັນຍິ່ງໃຫຍ່ ທີ່ນຳເອົາຄວາມເປັນເອກະລາດມາສູ່ສອງປະເທດ ລາວ ແລະ ຫວຽດນາມ, ນັ້ນກໍ່ຄື ວັນສະຖາປະນາ ສສ. ຫວຽດນາມ ຄົບຮອບ 80 ປີ ແລະ ວັນສະຖາປະນາ ສປປ ລາວ ຄົບຮອບ 50ປີ.

ພ້ອມນີ້, ສອງສະຫາຍຮອງປະທານປະເທດ ລາວ ແລະ ຫວຽດນາມ ໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນຮ່ວມກັນຢ່າງກົງໄປກົງມາ ແລະ ດ້ວຍບັນຍາກາດໄມຕີຈິດມິດຕະພາບຖານສະຫາຍອ້າຍນ້ອງ, ຊຶ່ງສອງຝ່າຍໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບ ສະພາບການພັດທະນາເສດຖະກິດ-ສັງຄົມພາຍໃນປະເທດຂອງຕົນ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດທີ່ສອງປະເທດຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງໄດ້ຕີລາຄາຜົນການພົວພັນຮ່ວມມືຜ່ານມາ ກໍຄື ທິດທາງແຜນການຈຸດສຸມຂອງການຮ່ວມມື ລະຫວ່າງສອງປະເທດ ໃນຕໍ່ໜ້າ. ສອງຝ່າຍໄດ້ມີຄວາມປິຕິຍິນດີທີ່ເຫັນວ່າ ການພົວພັນຮ່ວມມືຂອງສອງປະເທດ ໃນໄລຍະຜ່ານມາ ແມ່ນສືບຕໍ່ມີການພັດທະນາຢ່າງບໍ່ຢຸດຢັ້ງ ໃນທຸກຂົງເຂດວຽກງານ ເປັນຕົ້ນ ການຮ່ວມມືທາງດ້ານການເມືອງ: ສືບຕໍ່ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ໃນລະດັບສູງ, ໝັກແໜ້ນ ແລະ ນັບມື້ມີຄວາມໃກ້ຊິດສະໜິດສະໜົມກວ່າເກົ່າ, ໂດຍສະເພາະ ສອງຝ່າຍ ສືບຕໍ່ມີການພົບປະແລກປ່ຽນຄະນະຜູ້ແທນ ແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ຢ່າງເປັນປົກກະຕິ, ພິເສດແມ່ນການເດີນທາງເຂົ້າຮ່ວມ ພິທີເປີດການນຳໃຊ້ທ່າເຮືອ ເລກ 3 ຂອງທ່າເຮືອຫວຸງອ່າງ ຂອງ ສອງສະຫາຍປະທານປະເທດ ລາວ ແລະ ຫວຽດນາມ ໃນທ້າຍເດືອນເມສາ 2025 ທີ່ຜ່ານມມາ; ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ: ສຶບຕໍ່ເປັນເສົາຄໍ້າຂອງການພົວພັນຮ່ວມມືສອງປະເທດ, ມີການຮ່ວມມືດ້ວຍຫຼາຍຮູບການ ແລະ ວິທີການຕ່າງໆ ທີ່ແໜ້ນແຟ້ນ, ມີຄວາມໃກ້ຊິດ ເພື່ອຮັບປະກັນກັບສະພາບການໃຫມ່ ທີ່ນັບມື້ນັບມີການຜັນແປໄປຢ່າງສະຫຼັບສັບຊ້ອນ, ພິເສດທັງສອງລັດຖະບານ ໄດ້ຮ່ວມມືສ້າງສໍາເລັດໂຄງການສໍາຫຼວດຮ່ອງຮອຍເສັ້ນທາງປະຫວັດສາດສາຍພູຫຼວງ-ໂຮຈິມິນ ຊຶ່ງເປັນສັນຍາລັກແຫ່ງການຮ່ວມສໍາພັນສູ້ຮົບ ລະຫວ່າງສອງກອງທັບ ກໍ່ຄືປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ; ດ້ານວຽກງານການຕ່າງປະເທດ: ສອງຝ່າຍໄດ້ມີການປະສານສົມທົບກັນເປັນຢ່າງດີ ໃນການເປັນເສນາທິການໃຫ້ແກ່ການນໍາຂັ້ນສູງ ສອງພັກ-ສອງລັດ, ພ້ອມທັງສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ; ດ້ານເສດຖະກິດ-ການຄ້າ: ເຫັນວ່າມູນຄ່າການຄ້າສອງສົ້ນເພີ່ມຂຶ້ນໃນແຕ່ລະປີ, ການລົງທຶນຂອງຫວຽດນາມ ກໍສືບຕໍ່ເປັນປະເທດອັນດັບຕົ້ນໆ ທີ່ເຂົ້າມາລົງທຶນຢູ່ລາວ; ການຮ່ວມມືດ້ານອື່ນໆເຊັ່ນ: ດ້ານເຕັກໂນໂລຊີ, ການສຶກສາ, ສາທາລະນະສຸກ, ຖະແຫຼງຂ່າວ, ວັດທະນະທໍາ, ກິລາ, ທ່ອງທ່ຽວ, ອົງການຈັດຕັ້ງມະຫາຊົນ ແລະ ການໄປມາຫາສູ່ ລະຫວ່າງປະຊາຊົນສອງປະເທດ ກໍໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ; ແລະ ບັນດາໂຄງການຮ່ວມມືທີ່ເປັນຍຸດທະສາດລະຫວ່າງສອງປະເທດ ກໍສືບຕໍ່ມີຄວາມຄືບໜ້າ ແລະ ເປັນຮູບປະທໍາ. ພິເສດ ສອງຝ່າຍ ຕ່າງກໍ່ສະແດງຄວາມປີຕິຍິນດີເປັນຢ່າງຍິ່ງ ທີ່ອົງການອຸຍແນສ໌ໂກ (UNESCO) ໄດ້ຮັບຮອງເອົາສວນອຸທິຍານແຫ່ງຊາດ ຫີນໜາມໜໍ່, ແຂວງຄຳມ່ວນ, ສປປ ລາວ ຂຶ້ນເປັນມໍລະດົກໂລກທາງທຳມະຊາດ ທີ່ມີຊາຍແດນຮ່ວມກັບສວນອຸທິຍານ ຟອງຍາແກ່ບາງ, ແຂວງກວາງບີງ, ສສ. ຫວຽດນາມ.

ພ້ອມດຽວກັນນີ້, ສອງສະຫາຍຮອງປະທານປະເທດ ລາວ-ຫວຽດນາມ ໄດ້ເຫັນດີເປັນເອກະພາບ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍ ໂດຍຈະສືບຕໍ່ຊຸກຍູ້ຂະແໜງການທີ່ກ່ຽວຂ້ອງສອງຝ່າຍ ເປັນເຈົ້າການໃນການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ບັນດາຂໍ້ຕົກລົງຂອງການນໍາຂັ້ນສູງສອງພັກ, ສອງລັດ ກໍຄື ບົດບັນທຶກການຮ່ວມມືຂອງບັນດາກະຊວງ, ຂະແໜງການຕ່າງໆ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະການເຊື່ອມຈອດພື້ນຖານດ້ານເສດຖະກິດຂອງສອງປະເທດ ໂດຍຜ່ານບັນດາໂຄງການຮ່ວມມືທີ່ເປັນຍຸດທະສາດທີ່ສໍາຄັນ ເພື່ອເປັນພື້ນຖານອັນສໍາຄັນໃຫ້ແກ່ການເຊື່ອມໂຍງພາກພື້ນ ແລະ ເປັນທ່າແຮງຂັບເຄື່ອນທາງດ້ານເສດຖະກິດຂອງລາວ ແລະ ຫວຽດນາມ ໃນອະນາຄົດ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດເຫັນຕໍ່ກັບສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.
ພ້ອມນີ້, ສອງສະຫາຍຮອງປະທານປະເທດ ລາວ-ຫວຽດນາມ ໄດ້ສະແດງຄໍາໝາຍໝັ້ນວ່າ ຈະສືບຕໍ່ໃຫ້ການຮ່ວມມືຢ່າງໃກ້ຊິດ, ສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ກໍຄື ການຊຸກຍູ້ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ໃຫ້ຈະເລີນຮຸ່ງເຮືອງຂຶ້ນໄປເລື້ອຍໆ.