ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນມູນເຊື້ອກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ ສສ ຫວຽດນາມ ຄົບຮອບ 80 ປີ (19 ສິງຫາ 1945-19 ສິງຫາ 2025) ທີ່ນະຄອນຫຼວງຮາໂນ້ຍ ສສ ຫວຽດນາມ ໃນວັນທີ 17 ສິງຫາ 2025, ໂດຍມີ ທ່ານ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ, ມີ ພົນເອກ ເລືອງ ຕາມ ກວາງ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ, ມີຫົວໜ້າຄະນະຜູ້ແທນບັນດາປະເທດ, ອະດີການນໍາກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ແລະ ນາຍຕໍາຫຼວດ ຫວຽດນາມ ເຂົ້າຮ່ວມ.

ທ່ານ ໂຕ ເລິມ ໄດ້ກ່າວປາໄສຕໍ່ພິທີຄັ້ງນີ້ວ່າ: ເມືອຫວນຄືນມູນເຊື້ອ ແລະ ຄວາມເຕີບໃຫຍ່ຂະຫຍາຍຕົວ ຂອງກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ ຫວຽດນາມ ຕະຫຼອດໄລຍະ 80 ປີ ຜ່ານມາ, ພາຍໃຕ້ການນໍາພາ-ຊີ້ນໍາ ອັນສະຫຼາດສ່ອງໃສຂອງພັກ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ ຫວຽດນາມ ທີ່ໄດ້ເດັດດ່ຽວຕໍ່ສູ້ເອົາຊະນະສັດຕູທຸກຮູບແບບ, ບໍ່ເຄີຍຫວັ່ນໄຫວຕໍ່ອຸປະສັກຄວາມຫຍຸ້ງຍາກໃດໆ, ຍອມເສຍສະຫຼະຜົນປະໂຫຍດ ແລະ ຄວາມສຸກສ່ວນຕົວ, ອຸທິດເຫື່ອແຮງ, ສະຕິປັນຍາ ເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍ່ຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ, ການເສຍສະຫຼະ, ອຸທິດຕົນຂອງບັນດາສະຫາຍ ໄດ້ປະກອບສ່ວນສໍາຄັນເຂົ້າໃນພາລະກິດ ພັດທະນາປະເທດຫວຽດນາມ ເວົ້າລວມ, ເວົ້າສະເພາະ ແມ່ນວິລະກໍາປະຫວັດສາດອັນລໍ້າເລີດ ຂອງກໍາລັງປ້ອງກັນຄວາສມສະຫງົບ ປະຊາຊົນ ຫວຽດນາມ.
ເນື່ອງໃນໂອກາດ ສະເຫຼີມສະຫຼອງ ຄົບຮອບ 80 ປີ ວັນວັນມູນເຊື້ອ ກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ ສສ ຫວຽດນາມ ຖືເປັນໂອກາດສຳຄັນໃນການລະນຶກປະຫວັດສາດ ອັນສະຫງ່າງາມຂອງຊາດ, ຈິດວິນຍານແຫ່ງວິລະກຳອັນກ້າຫານ ແລະ ຄຸນຄ່າທາງອຸດົມການ ຂອງກອງກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ ຫວຽດນາມ, ບໍ່ວ່າຈະຢູ່ໃນສະຖານະການ ຫຼື ຄວາມຫຍຸ້ງຍາກໃດກໍຕາມ, ກໍຍັງຄົງ ຢຶດໝັ້ນ ໃນຄວາມຈົງຮັກພັກດີຕໍ່ປະເທດຊາດ, ປະຊາຊົນ, ພັກ ແລະ ລັດ, ປະຕິບັດພາລະກິດທີ່ໄດ້ຮັບມອບໝາຍຈາກພັກ, ລັດ ແລະ ປະຊາຊົນ ຢ່າງໂດດເດັ່ນ. ເປັນກອງກຳລັງປະກອບອາວຸດຫຼັກທີ່ພັກ ໃຫ້ຄວາມໄວ້ວາງໃຈ ຢ່າງແທ້ຈິງ. ພ້ອມກັນນີ້, ຍັງເປັນໂອກາດໃນການປູກຈິດສຳນຶກ ແຫ່ງຄວາມພາກພູມໃຈ ແລະ ກຽດສັກສີຂອງຊາດ, ສົ່ງເສີມລັດທິດແຫ່ງຄວາມວິລະກຳປະຕິວັດ, ຫຼໍ່ຫຼອມຄວາມຮັກຊາດ, ຄວາມຮັກສັງຄົມນິຍົມ, ຈິດໃຈແຫ່ງການເພິ່ງຕົນເອງ, ຄວາມມຸ່ງໝັ້ນໃນການຜ່ານຜ່າອຸປະສັກ ແລະ ສິ່ງທ້າທາຍທັງໝົດ, ສ້າງກອງກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ ຫວຽດນາມ ໃຫ້ມີຄວາມບໍລິສຸດ, ເຂັ້ມແຂງ, ມີລະບຽບວິໄນ, ມີຄວາມເກັ່ງກ້າ ແລະ ທັນສະໄໝ ຢ່າງແທ້ຈິງ. ຕອບສະໜອງພາລະກິດໃນການປົກປ້ອງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ຢ່າງໝັ້ນຄົງ ແລະ ກ້າວສູ່ຄວາມສຳເລັດ ໃນການສ້າງປະເທດຫວຽດນາມ ທີ່ປະຊາຊົນຮັ່ງມີ, ປະເທດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ, ມຸ່ງໝັ້ນກ້າວຕາມເສັ້ນທາງສັງຄົມນິຍົມ ຢ່າງໝັ້ນຄົງ.

ຈາກນັ້ນ, ໃນພິທີ ທ່ານ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານພັກຄອມມູນິດ ຫວຽດນາມ ໄດ້ປະດັບຫຼຽນຄໍາແຫ່ງຊາດ ໃຫ້ກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ ຫວຽດນາມ, ເຊິ່ງຫຼຽນດັ່ງກ່າວ ກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ ຫວຽດນາມ ໄດ້ຮັບ 5 ປີຊ້ອນ.
ທີ່ມາ: ຄວາມສະຫງົບ