ສຳນັກຂ່າວເອເອຟພີ ລາຍງານຈາກນະຄອນຫລວງລອນດອນ ປະເທດອັງກິດ ເມື່ອວັນທີ 14 ສິງຫາວ່າ: ສຳນັກງານ ສິ່ງແວດລ້ອມ (ອີເອ) ຂອງອັງກິດ ລະບຸວ່າ: ພາວະການຂາດແຄນນໍ້າຂອງປະເທດນີ້ ໄດ້ຈັດໃຫ້ເປັນຄວາມສຳຄັນລະດັບຊາດ ເນື່ອງຈາກອັງກິດ ໄດ້ປະສົບກັບ ໄລຍະ 6 ເດືອນທຳອິດຂອງປີນີ້ທີ່ແຫ້ງແລ້ງທີ່ສຸດ ນັບແຕ່ປີ 1976 ຜ່ານມາ.
ໂດຍອີເອ ລະບຸວ່າ: ໃນ 5 ພື້ນທີ່ ຈາກທັງໝົດ 14 ພື້ນທີ່ ໃນອັງກິດ ພວມຜະເຊີນກັບໄພແຫ້ງແລ້ງ ແລະ ອີກ 6 ພື້ນທີ່ພວມປະສົບກັບສະພາບອາກາດແຫ້ງແລ້ງເປັນເວລາດົນນານ, ສົ່ງຜົນໃຫ້ປະລິມານນໍ້າຫລຸດລົງ ແລະ ເກີດຄວາມເສຍຫາຍຕໍ່ຜົນຜະລິດທາງດ້ານກະສິກຳຢ່າງໜັກ.
ກຸ່ມໄພແຫ້ງແລ້ງແຫ່ງຊາດ (ເອັນດີຈີ) ປະກອບດ້ວຍລັດຖະບານອັງກິດ, ຕົວແທນພາກກະສິກຳ ແລະ ບໍລິສັດນໍ້າໄດ້ຈັດກອງປະຊຸມເພື່ອປຶກສາຫາລື ກ່ຽວກັບສະຖານະການດັ່ງກ່າວ. ໃນຂະນະທີ່ຫລາຍພື້ນທີ່ ຂອງອັງກິດ ກຽມພ້ອມຮັບມືກັບຄື້ນຄວາມຮ້ອນໃນຮອບທີ 4 ຂອງລະດູຮ້ອນໃນປີນີ້.