ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ ຜູ້ແທນຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ ເມື່ອບໍ່ດົນມານີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ, ປະທານຄະນະກຳມະການ ປກຊ-ປກສ ສູນກາງ ໄດ້ເນັ້ນໃຫ້ກະຊວງປ້ອງກັນປະເທດ ສືບ ຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດຫລາຍບັນຫາສຳຄັນ ໂດຍສະເພາະ ໃຫ້ສືບຕໍ່ສ້າງກອງທັບປະຊາຊົນລາວ ໃຫ້ກາຍເປັນກໍາລັງທີ່ເຂັ້ມແຂງ, ເປັນພາຫະນະອັນແຫລມຄົມ ແລະ ເປັນກໍາລັງທີ່ເດັດດ່ຽວຍຶດໝັ້ນບົດບາດການນໍາພາເດັດຂາດໂດຍກົງ ແລະ ຮອບດ້ານຂອງພັກ, ບົນພື້ນຖານຄວາມເປັນຈິງທີ່ໄດ້ຢັ້ງຢືນແລ້ວວ່າ: ນັບແຕ່ມື້ສ້າງຕັ້ງຈົນເຖິງປັດຈຸ ບັນ, ກອງທັບເຮົາຍາມໃດກໍມີຄວາມບໍລິສຸດຕໍ່ພັກ, ຈົງຮັກພັກດີຕໍ່ປະຊາຊົນ, ຕໍ່ຊາດ, ກຽມພ້ອມສູ້ຮົບ ແລະ ສູ້ຮົບມີໄຊ ດ້ວຍຄວາມເສຍສະລະ ເພື່ອຄວາມເປັນເອກະລາດແຫ່ງຊາດ, ເພື່ອປົກປັກຮັກສາລະບອບໃໝ່ ດັ່ງຄໍາສັນລະ ເສີນຂອງປະທານ ໄກສອນ ພົມວິຫານ ທີ່ວ່າ: “ກອງທັບເຮົາແມ່ນກອງທັບວິລະຊົນ ຂອງຊາດລາວວິລະຊົນ”.
ພ້ອມນີ້, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ເນັ້ນໃຫ້ສຸມໃສ່ປັບປຸງອົງຄະນະພັກກະຊວງ ປ້ອງກັນປະເທດ ໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ, ຍົກສູງຄວາມສາມາດນໍາພາຢ່າງຮອບດ້ານ ແລະ ຄວາມສາມາດສູ້ຮົບຂອງຄະນະພັກທຸກຂັ້ນ ແຕ່ເທິງລົງລຸ່ມ, ຜະເຊີນໜ້າ ແລະ ຮັບມື ໃຫ້ໄດ້ທຸກສະຖານະການ ແລະ ທຸກກໍລະນີ, ທັງເປັນແບບຢ່າງນໍາໜ້າໃນທຸກຂົງເຂດໃນສັງຄົມ. ຄຽງຄູ່ກັນນັ້ນ, ຕ້ອງປັບປຸງກໍ່ສ້າງກໍາລັງປະກອບອາວຸດທຸກປະເພດກຳລັງ ຕາມທິດຫັນເປັນທັນສະໄໝ ໂດຍສຸມໃສ່ປັບປຸງກໍ່ສ້າງກໍາລັງດ້ວຍການຍົກລະດັບດ້ານວິຊາສະເພາະ ໄປຄຽງຄູ່ກັບດ້ານການເມືອງ-ແນວຄິດ, ແບບແຜນຊີ້ນໍາບັນຊາ ແລະ ດ້ານການຈັດຕັ້ງ; ພ້ອມທັງເອົາໃຈໃສ່ທະນຸບຳລຸງ, ກໍ່ສ້າງຖັນແຖວພະນັກງານໜຸ່ມສືບທອດ ແຕ່ໜັກແໜ້ນໃຫ້ຫລາຍຂຶ້ນ ໂດຍສະເພາະແມ່ນພະນັກງານຂັ້ນຍຸດທະສາດ, ຍຸດທະບັ້ນຮົບ. ພ້ອມນີ້, ຍັງໃຫ້ສືບຕໍ່ປະຕິບັດຍຸດທະສາດຫັນກໍາລັງລົງສູ່ຮາກຖານ, ປັບປຸງຮາກຖານການເມືອງ, ປະສານສົມທົບກັບຂະແໜງປ້ອງກັນຄວາມສະຫງົບ ແລະ ຂະແໜງການອື່ນໆ ໂດຍສຸມໃສ່ເຂດໃຈກາງທີ່ຕ້ອງເລີກຮື້ເຂດເກາະຫ້ອຍໃຫ້ໄດ້ຢ່າງຂາດຕົວ, ຄຽງຄູ່ກັບເອົາໃຈໃສ່ເຂດຫ່າງໄກສອກ ຫລີກ, ເຂດພູດອຍ, ເຂດຊາຍແດນ ແລະ ເຂດຍຸດທະສາດສໍາຄັນອື່ນໆ. ອັນສໍາຄັນ, ກອງທັບເຮົາແມ່ນກອງທັບປະ ຊາຊົນ, ມາຈາກປະຊາຊົນ ແລະ ອີງໃສ່ປະຊາຊົນ-ຮັບໃຊ້ປະຊາຊົນ. ສະນັ້ນ, ກໍາລັງທີ່ລົງຮາກຖານຕ້ອງເຊື່ອມຊຶມມູນເຊື້ອ “ທະຫານກັບປະຊາຊົນ ຄືປາກັບນໍ້າ” ໂດຍປະຕິບັດການພົວພັນລະຫວ່າງ ກອງທັບ ແລະ ປະຊາຊົນ ແບບກາຍອິນຊີທີ່ຕັດແຍກອອກຈາກກັນບໍ່ໄດ້ ແລະ ໃຫ້ຖືການຊ່ວຍເຫລືອປະຊາຊົນ ໃຫ້ມີການພັດທະນາ ເປັນໜ້າທີ່ການເມືອງຂອງກອງທັບ ທີ່ຕ້ອງໄດ້ເຮັດຢ່າງເປັນປະຈໍາ. ອັນນີ້ແມ່ນທາດແທ້ ແລະ ທັງເປັນມູນເຊື້ອທີ່ດີງາມຂອງກອງທັບເຊິ່ງໃນເງື່ອນໄຂໃໝ່ນີ້ ຕ້ອງເດັດດ່ຽວປົກປັກຮັກສາ ແລະ ເສີມຂະຫຍາຍໃຫ້ແຂງແຮງ, ມີລັກສະນະຫລາກຫລາຍ ແລະ ຮອບດ້ານກວ່າເກົ່າ; ໃຫ້ເອົາເນື້ອໃນການສູ້ຮົບເກັ່ງ, ເຮັດວຽກຂົນຂວາຍ ກໍ່ສ້າງຮາກຖານການເມືອງເກັ່ງ, ເພີ່ມພູນຜະລິດຜົນເກັ່ງ ເຂົ້າສູ່ການເຄື່ອນໄຫວຕົວຈິງຂອງແຕ່ລະກົມກອງ, ພະນັກງານ-ນັກຮົບ ແຕ່ລະຄົນໂດຍໃຫ້ມີແຜນຈັດຕັ້ງລະອຽດ, ມີຄາດໝາຍສູ້ຊົນ, ມີເນື້ອໃນມີມາດຕະການປະຕິບັດ, ມີການແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງ ແລະ ເຮັດໃຫ້ເປັນມາດຕະຖານຂອງພະນັກງານ-ນັກຮົບແຕ່ລະຄົນ; ເປັນເຈົ້າການຄົ້ນຄວ້າ, ກຳແໜ້ນ, ຄາດຄະເນສະພາບການໃຫ້ຖືກຕ້ອງ, ເປັນເສນາທິການ ຢ່າງທັນເວລາ ໃຫ້ແກ່ພັກ-ລັດ ໃນການວາງແຜນນະໂຍບາຍທາງດ້ານປ້ອງກັນປະເທດ, ແກ້ໄຂກໍລະນີເກີດຂຶ້ນຢ່າງຄ່ອງແຄ້ວ, ນິ້ມນວນ, ເດັດຂາດ, ມີປະສິດທິຜົນ ແລະ ທັນການ, ບໍ່ໃຫ້ຖືກທ່າຮັບ ຫລື ຕົກຢູ່ໃນກໍລະນີບັງເອີນ, ໃຊ້ມາດຕະການແກ້ໄຂ ຕ້ອງມີທັງແບບສັງຮວມ, ແກ້ຕາມກໍລະນີ; ເສີມຂະຫຍາຍທ່າແຮງ ທີ່ເຮົາມີເງື່ອນໄຂຕອບສະໜອງຄວາມຕ້ອງການ ໃນການກໍ່ສ້າງກອງທັບ ແລະ ພັດ ທະນາເສດຖະກິດ-ສັງຄົມ ຕາມຄວາມເໝາະສົມ ສາມາດປະກອບສ່ວນເປັນຫລັກແຫລ່ງຂອງພື້ນຖານເສດຖະກິດແຫ່ງຊາດ ໃຫ້ນັບມື້ນັບຫລາຍຂຶ້ນ ໂດຍສະເພາະແມ່ນມູນເຊື້ອການເພີ່ມພູນຜະລິດຜົນ ແລະ ປະຢັດມັດທະຍັດເຄີຍມີປະສົບການ ແລະ ບົດຮຽນການສ້າງພະລາທິການກັບທີ່ ກໍຄື ທິດ “ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ” ເປັນຕົ້ນ ການຜະລິດເປັນສິນຄ້າ, ການແກ້ໄຂຊີວິດການເປັນຢູ່, ການກໍ່ສ້າງປັບປຸງຄ້າຍຄູ ແລະ ອື່ນໆ. ພ້ອມນີ້, ໃຫ້ສືບຕໍ່ປະຕິບັດແນວທາງການຕ່າງປະເທດຂອງພັກ, ຍູ້ແຮງການພົວພັນຮ່ວມມືສາກົນ ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ສ້າງສາຍສໍາພັນສູ້ຮົບແບບພິເສດກັບປະເທດ ເພື່ອນມິດຍຸດທະສາດ ສສ ຫວຽດນາມ, ສປ ຈີນ ແລະ ຣັດເຊຍ ໃຫ້ກາຍເປັນເສົາຄໍ້າທາງດ້ານພົວພັນຕ່າງປະເທດດ້ານການທະຫານຂອງພັກ, ໃຫ້ມີບາດກ້າວຂະຫຍາຍຕົວໃໝ່ ປະກອບສ່ວນໃນການປົກປັກຮັກສາປະເທດຊາດ ແລະ ສ້າງບັນຍາກາດແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມືກັບປະເທດເພື່ອນມິດໃນໂລກ ກັບປະເທດໃກ້ຄຽງ ໂດຍສະເພາະເອົາໃຈໃສ່ບັນດາປະເທດທີ່ມີຊາຍແດນຕິດຈອດກັນ; ຕ້ອງໄດ້ສ້າງ ແລະ ພັດທະນາຄວາມສາມາດເທື່ອລະກ້າວ ເພື່ອໃຫ້ສາ ມາດເຂົ້າຮ່ວມເປັນກໍາລັງປ້ອງກັນສັນຕິພາບຂອງໂລກ ໃນຂອບຂອງອົງການສະຫະປະຊາຊາດ ເມື່ອມີຄວາມຮຽກຮ້ອງ.