ແຫລ່ງຂ່າວຈາກ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ແຂວງສະຫວັນນະເຂດ ໄດ້ຈັດພິທີໂຮມຊຸມນຸມ ເນື່ອງໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ(13 ສິງຫາ 1950-13 ສິງຫາ 2025) ໃນວັນທີ 13 ສິງຫາ 2025 ຢູ່ຫໍວັດທະນະທໍາ ໄກສອນ ພົມວິຫານໂດຍມີ ສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານພັກແຂວງ,ເຈົ້າແຂວງສະຫວັນນະເຂດ, ສະຫາຍ ຄໍາເກິ່ງ ສຸດທິເດດ ກໍາມະການພັກແຂວງຮັກສາການປະທານແນວລາວສ້າງຊາດແຂວງ, ມີຮອງເລຂາພັກແຂວງ, ຮອງເຈົ້າແຂວງ, ຄະນະປະຈຳພັກແຂວງ, ກຳມະ ການພັກແຂວງ, ຄະນະກົງສຸນໃຫຍ່ຫວຽດນາມປະຈໍາແຂວງ, ຄະນະກົງສຸນໃຫຍ່ຣາຊະອານາຈັກໄທປະຈໍາແຂວງ,ພະນັກງານປະຕິວັດອາວຸໂສບໍານານ, ຄະນະກໍາມະການສູນກາງສູນກາງແນວລາວສ້າງຊາດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ ຜ່ານການຖ່າຍທອດສົດຈາກສູນກາງແນວລາວສ້າງຊາດ.
ໃນພິທີໄດ້ຮັບຟັງການປາໄສເຖິງການກໍາເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງແນວລາວສ້າງຊາດ ໂດຍຍົກໃຫ້ຜົນງານພົ້ນເດັ່ນຂອງແນວລາວສ້າງຊາດໃນແຕ່ລະໄລຍະ ຄື: ໄລຍະແນວລາວອິດສະຫລະແຕ່ປີ 1950-1956 ແນວລາວອິດສະຫລະ ໄດ້ປະຕິບັດບົດບາດອອກໜ້າແທນພັກໃນການເຕົ້າໂຮມກ້ອນກໍາລັງສໍາພັນທະພາບ ລະຫວ່າງຊົນຊັ້ນກຳມະກອນ-ຊາວກະສິກອນ ແລະ ບັນດາກຳລັງການເມືອງ, ການຈັດຕັ້ງສັງຄົມຕ່າງໆ, ອອກແຮງເຕົ້າໂຮມຄວາມສາມັກຄີປອງດອງທົ່ວປວງຊົນລາວຜູ້ຮັກຊາດ ແລະ ສຳພັນພິເສດກັບກອງທັບ ແລະ ປະຊາຊົນຫວຽດນາມອ້າຍນ້ອງ, ສໍາພັນ 3 ຊາດອິນດູ ຈີນ.

ໄລຍະແນວລາວຮັກຊາດ ປີ 1956-1979 ໂດຍເຕົ້າໂຮມທຸກກຳລັງຮັກຊາດ, ຜູ້ຊົງຄຸນວຸທິ, ຜູ້ມີທ່າອ່ຽງຮັກສັນຕິພາບ ແລະ ກ້າວໜ້າໃນເຂດສັດຕູ, ຈັດຕັ້ງກອງປະຊຸມປະສົມການເມືອງລະຫວ່າງ ແນວລາວຮັກຊາດ ກັບກຳລັງເປັນກາງຮັກຊາດ ຄັ້ງວັນທີ 13 ຕຸລາ 1965 ຢູ່ແຂວງຫົວພັນ ເພື່ອຕີເອົາໄຊຊະນະສັດຕູໃນທຸກໆບັ້ນຮົບທັງບັ້ນຮົບນ້ອຍ-ໃຫຍ່ຢ່າງມີໄຊ. ປຸກລະດົມຂະບວນການມະຫາຊົນເຂົ້າລວມລາວ ຄັ້ງທີ 3, ປະຕິບັດສັນຍາ-ອະນຸສັນຍາວຽງຈັນ ວັນທີ 21 ກຸມພາ 1973; ລຸກຮືຂຶ້ນ ຢຶດອໍານາດການປົກຄອງທົ່ວປະເທດ ວັນທີ 23 ສິງຫາ 1975 “ແບບບົວບໍ່ຊໍ້ານໍ້າບໍ່ຂຸ່ນ”; ສະຖາປະນາ ສປປ ລາວ ວັນທີ 2 ທັນວາ 1975. ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ, ພັກໄດ້ເຄື່ອນໄຫວເປີດເຜີຍ, ມີອົງການລັດເຮັດບົດບາດບໍລິຫານຄຸ້ມຄອງ, ແນວລາວຮັກຊາດໄດ້ຍົກສູງບົດ ບາດໃນການເຕົ້າໂຮມກ້ອນກຳລັງສາມັກຄີປອງດອງທົ່ວປວງຊົນ, ໂຄສະນາ-ສຶກສາອົບຮົມປະຊາຊົນຢ່າງກວ້າງຂວາງ, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ປຸກລະດົມປະຊາຊົນບັນດາເຜົ່າປະຕິບັດແຜນນະໂຍບາຍຮຳບາດແຜສົງຄາມ. ໄລຍະປີ 1979-1993 ພັກໄດ້ນໍາພາແນວລາວຮັກຊາດ ດໍາເນີນກອງປະຊຸມໃຫຍ່ ແລະ ໄດ້ປ່ຽນຊື່ ຈາກແນວລາວຮັກຊາດ ມາເປັນແນວລາວສ້າງຊາດຈົນເຖິງປະຈຸບັນ; ໄລຍະ 2020-2025 ເປັນໄລຍະທີ່ສະພາບສາກົນ, ພາກພື້ນມີຄວາມສັບສົນ ແລະ ພາຍໃນປະເທດມີຄວາມຫຍຸ້ງຍາກດ້ານເສດຖະກິດ, ການເງິນ, ເງິນຕາ, ການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ປະສົບກັບໄພພິບັດທຳມະຊາດຢ່າງໜັກໜ່ວງ ໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ ຂອງພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນລາວບັນດາເຜົ່າ. ແຕ່ພາຍໃຕ້ການນໍາພາຂອງພັກ, ລັດຖະບານ, ແນວລາວສ້າງຊາດ, ຄະນະພັກ-ອົງການ ປົກຄອງແຕ່ລະຂັ້ນຍັງຮັກສາໄດ້ຄວາມສາມັກຄີເປັນປຶກແຜ່ນພາຍໃນຊາດ ໂດຍມະຕິກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ 11 ໄດ້ກຳນົດ 4 ການຫັນປ່ຽນ ໃນວຽກງານແນວໂຮມ.

ໂດຍລວມແລ້ວ ແນວລາວສ້າງຊາດເປັນສ່ວນປະກອບສໍາຄັນ ທີ່ຕັດແຍກບໍ່ໄດ້ໃນລະບົບການເມືອງປະຊາທິປະໄຕ ປະຊາຊົນ ທີ່ມີພັກປະຊາຊົນປະຕິວັດລາວ ເປັນແກນນໍາ; ວຽກງານແນວໂຮມໃນໄລຍະໃໝ່ ແມ່ນເສີມສ້າງມະຫາສາມັກຄີປວງຊົນລາວ, ແມ່ນການເຕົ້າໂຮມກຳລັງແຮງທົ່ວສັງຄົມ ແລະ ວຽກງານແນວໂຮມແມ່ນຄວາມຮັບຜິດຊອບ ໂດຍກົງຂອງພັກ ແລະລັດ ກໍຄື ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນແຕ່ລະຂັ້ນ ເຊິ່ງພັກເປັນຄັນທຸງ, ເປັນແກ່ນກາງຂອງວຽກງານແນວໂຮມ ແລະ ແນວລາວສ້າງຊາດ ເປັນອົງການສໍາຄັນທາງການເມືອງ-ສັງຄົມ, ເປັນອົງການຫລັກແຫລ່ງ, ເປັນເຈົ້າການເຕົ້າໂຮມຄວາມສາມັກຄີປະຊາຊົນທຸກຊັ້ນຄົນ, ຊົນເຜົ່າ, ເພດໄວ, ສາສະໜາ, ພີ່ນ້ອງລາວຢູ່ຕ່າງປະເທດ ຊ່ວຍພັກ ແລະ ລັດໃນແຕ່ລະຂັ້ນ.