ຕາມ​ຂ່າວ​ຈາກຣອຍ​ເຕີ, ວັນ​ທີ1​ ສິງຫາ​ນີ້, ອັດຕາ​ເງິນ​ເຟີ້ຂອງ​ອິນ​ໂດ​ເນ​ເຊຍ ​ເພີ່ມ​ສູງ​ຂຶ້ນ ລະດັບ 4,94% ສູງ​ສຸດ ​ໃນ​ຮອບ 7​ ປີ ຫລາຍກວ່າ​ທະນາຄານ​ຄາດ​ການ​ໄວ້. ອັດຕາ​ເງິນ​ເຟີ້​ພື້ນຖານ ຫລື ອັດຕາການ​​ແລກປ່ຽນ ຂອງ​ດັດຊະນີລາຄາຜູ້​ບໍລິ​ໂພ​ກ ທົ່ວ​ໄປ ຊຶ່ງ​ລັດຖະບານອິນ​ໂດ​ເນ​ເຊຍ ຄວບ​ຄຸມ​ຢູ່ລວມທັງ​ລາຄາ​ອາຫານ ​ຍັງ​ມີ​ການ​ເໜັງ​ຕີງ​ໃກ້​ຄຽງ​ກັບ​ທີ່​ຄາດ​ການ​ໄວ້ 2,86% ​ໂດຍ​ເພີ່ມ​ຂຶ້ນຈາກ ​ເດືອນ​ກ່ອນ 2,63% ​ແຕ່​ຢ່າງ​ໃດ​ກໍ່ຕາມ ອິນ​ໂດ​ເນ​ເຊຍ ​ໄດ້ຮັກສາ​ ອັດຕາ ມາດຕະຖານ​ ເງິນ​ເຟີ້ ລະດັບ​ ຕ່ຳ​ສຸດ ​ເປັນ​ປະຫວັດສາດ ​ໃນ​ເດືອນ ກຸມພາ ​ປີ​ກາຍ​ນີ້ ລະດັບ 3,5%.

(ພາກ​ຂ່າວ: ຕ່າງປະ​ເທດ)

ຮຽບຮຽງຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

LEAVE A REPLY

Please enter your comment!
Please enter your name here