ສູນສະຖິຕິແຫ່ງຊາດ, ກະຊວງການເງິນ ໄດ້ດຳເນີນຈັດຕັ້ງປະຕິບັດການທົດລອງຄັ້ງສຸດທ້າຍ ສຳລັບການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ເພື່ອກວດກາຄວາມພ້ອມຮອບດ້ານ ກ່ອນການເດີນສຳຫລວດເກັບກຳຂໍ້ມູນພາກສະໜາມຕົວຈິງ ໃນຂອບເຂດທົ່ວປະເທດໃນ 3 ພະຈິກ 2025, ເຊິ່ງໄດ້ຮັບການຊ່ວຍເຫລືອດ້ານວິຊາການຈາກ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ແລະ ບັນດາຄູ່ຮ່ວມພັດທະນາ.
ສູນສະຖິຕິແຫ່ງຊາດ ໄດ້ເລີ່ມຕົ້ນຫ້າງຫາກະກຽມການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ນັບຕັ້ງແຕ່ປີ 2021, ເຊິ່ງຕະຫລອດໄລຍະຜ່ານມາ, ສູນສະຖິຕິແຫ່ງຊາດ ໄດ້ສຳເລັດບັນດາໜ້າວຽກສຳຄັນຕ່າງໆຫລາຍດ້ານ ເປັນຕົ້ນ ການສ້າງໂປແກມແອັບພລິເຄຊັນສຳລັບສຳພາດ ເກັບກຳຂໍ້ມູນ, ການສ້າງແຜນທີ່ເຂດສຳຫລວດ, ຕະຫລອດຮອດການສ້າງແຜນໂຄສະນາເຜີຍແຜ່ວຽກງານ ການສຳຫລວດ ແລະ ພັດທະນາສ້າງເຄື່ອງມື ສຳລັບປະເມີນຄຸນນະພາບການສຳຫລວດ. ການທົດລອງຄັ້ງສຸດທ້າຍນີ້ ແມ່ນຂະບວນການສຸດທ້າຍຂອງການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດຄັ້ງທີ V ປີ 2025 ກ່ອນຈະມີການລົງເກັບກຳຂໍ້ມູນຕົວຈິງ ພາກສະໜາມໃນເດືອນພະຈິກທີ່ຈະມາເຖິງນີ້.
ສປປ ລາວ ດຳເນີນການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດໃນທຸກໆ 10 ປີ ໂດຍປະຕິບັດຕາມກົດໝາຍ ວ່າດ້ວຍສະຖິຕິ, ເຊິ່ງຈະເກັບກຳຂໍ້ມູນທີ່ສຳຄັນ ກ່ຽວກັບເສດຖະກິດ ແລະ ສັງຄົມ ປະກອບມີ ຂໍ້ມູນປະຊາກອນ ທີ່ແບ່ງຕາມເພດ, ອາຍຸ, ຊົນເຜົ່າ, ພື້ນທີ່ພູມສັນຖານ, ການສຶກສາ, ແຮງງານ, ຄວາມພິການ, ການຍົກຍ້າຍຖິ່ນຖານ, ການເກີດ ແລະ ການຕາຍ, ການຂຶ້ນທະບຽນພົນລະເມືອງ, ພ້ອມທັງຂໍ້ມູນກ່ຽວກັບທີ່ຢູ່ອາໄສ ແລະ ພື້ນຖານໂຄງລ່າງ, ບັນດາຂໍ້ມູນເຫລົ່ານີ້ຈະເປັນບ່ອນອີງ ໃຫ້ລັດຖະບານ ສາມາດຕິດຕາມ ແລະ ປະເມີນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ນອກຈາກນີ້, ຂໍ້ມູນດັ່ງກ່າວຈະຊ່ວຍໃຫ້ລັດຖະບານປະເມີນຜົນ ຂອງການຈັດຕັ້ງປະຕິບັດເປົ້າໝາຍ ການພັດທະນາແບບຍືນຍົງ ຂອງອົງການສະຫະປະຊາຊາດ ເຊິ່ງຖືກສ້າງຂຶ້ນ ແນໃສ່ເພື່ອຮັບປະກັນວ່າ ຈະບໍ່ມີໃຜຖືກປະປ່ອຍໄວ້ທາງຫລັງ.
ທ່ານ ນາງ ເພັດສະໝອນ ສອນ ຫົວໜ້າສູນສະຖິຕິແຫ່ງຊາດ, ກະຊວງການເງິນ ກ່າວວ່າ: ການສໍາຫລວດທົດລອງຄັ້ງສຸດທ້າຍ ແນໃສ່ກວດກາຄວາມພ້ອມທຸກດ້ານ ເປັນຕົ້ນ ບັນດາເຄື່ອງມືທີຈະນຳໃຊ້ເຂົ້າການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025. ການສຳຫລວດທົດລອງ ແມ່ນໜຶ່ງໃນຂັ້ນຕອນທີ່ສຳຄັນ ໃນຂະບວນການຫ້າງຫາກະກຽມການສຳຫລວດ ເຊິ່ງການສຳຫລວດທົດລອງ ຈະຊ່ວຍໃຫ້ສູນສະຖິຕິ ສາມາດເຫັນໄດ້ຈຸດອ່ອນ ແລະ ຂໍ້ຄົງຄ້າງ ເພື່ອປັບປຸງການສຳຫລວດແບບດີຈິຕອນຄັ້ງທຳຂອງ ສປປ ລາວ ຮັບປະກັນຜົນສຳເລັດອັນຈົບງາມ ຂອງການເດີນສຳຫລວດ ແລະ ນັບຈຳນວນປະຊາກອນຕົວຈິງໃນທ້າຍປີນີ້.
ທ່ານ ແກມບິສ ຄາບິລິ (Kambiz Kabiri) ຜູ້ປະການຂອງອົງການ UNFPA ໄດ້ກ່າວວ່າ: ການສໍາຫລວດພົນລະເມືອງ ເປັນເຄື່ອງມືອັນສຳຄັນສຳລັບສະໜອງຂໍ້ມູນ ສຳລັບວາງແຜນພັດທະນາປະເທດຊາດ ເຊິ່ງຂໍ້ມູນທີ່ໄດ້ຈາກການສຳຫລວດ ບໍ່ພຽງແຕ່ຈະຖືກນໍາໃຊ້ເຂົ້າໃນການວາງນະໂຍບາຍ ແລະ ແຜນພັດທະນາເທົ່ານັ້ນ, ແຕ່ຍັງຈະເປັນການສ້າງຄວາມເຂັ້ມແຂງ ປະກອບສ່ວນເຂົ້າໃນການປັບປຸງລະບົບສະຖິຕິໃນ ສປປ ລາວ ແລະ ຫວັງວ່າການທົດລອງພາກສະໜາມ ຄັ້ງສຸດທ້າຍນີ້ ຈະສໍາເລັດຜົນຢ່າງຈົບງາມ.