Thursday, August 14, 2025
Homeຂ່າວໜ້າໜຶ່ງສຳມະນາວິທະຍາສາດ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ສຳມະນາວິທະຍາສາດ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ງານສຳມະນາວິທະຍາສາດ ເນື່ອງໃນໂອກາດສະເຫລີມສະຫລອງ ວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ຈັດຂຶ້ນໃນວັນທີ 12 ສິງຫາ 2025 ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍມີທ່ານ ລາວປາວຊົ່ງ ນະວົງໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍບັນດາຫົວໜ້າກົມ, ຮອງກົມ, ການນໍາ, ອະດີດການນໍາ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳລາວ, ສື່ມວນຊົນ ຈາກທຸກຂະແໜງການທັງສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ລາວປາວຊົ່ງ ນະວົງໄຊ ໃຫ້ຮູ້ວ່າ: ການສຳມະນາໃນຄັ້ງນີ້, ໄດ້ຮ່ວມກັນສົນທະນາ ແລະ ແລກປ່ຽນຄວາມຄິດເຫັນ ກ່ຽວກັບການພັດທະນາຂອງສື່ມວນຊົນ ຈາກອະດີດສູ່ປັດຈຸບັນ, ບົດບາດຂອງປັນຍາປະດິດ (AI) ໃນຍຸກອຸດສາຫະກຳ 4.0, ຄວາມສຳຄັນຂອງຈັນຍາບັນສື່ ແລະ ທິດທາງໃນອະນາຄົດ. ພ້ອມນີ້, ທ່ານ ລາວປາວຊົ່ງ ນະວົງໄຊ ຍັງໄດ້ຍົກໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວ ຂອງສື່ມວນຊົນລາວ ໃນໄລຍະຜ່ານມາຈົນຮອດປັດຈຸບັນ ກໍຄື ຍຸກແຫ່ງການຂະຫຍາຍຕົວທາງດ້ານດີຈິຕອນ ສື່ມວນຊົນລາວໄດ້ມີການພັດທະນາຕົນເອງ ຢ່າງກ້າວກະໂດດ ທາງດ້ານປະລິມານ ແລະ ຄຸນນະພາບ, ໄດ້ນຳໃຊ້ເຕັກນິກ, ເຄື່ອງມື, ວັດຖຸອຸປະກອນທີ່ທັນສະໄໝ ເຂົ້າໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຕົນ ໄດ້ຢ່າງວ່ອງໄວ, ທັນເຫດການ ແລະ ອື່ນໆ. ຢ່າງໃດກໍຕາມ ໃນຍຸກທີ່ AI ມີບົດບາດຫລາຍຂຶ້ນ, ສື່ມວນຊົນລາວ ຕ້ອງຕື່ນຕົວໃນການນຳໃຊ້ເຕັກໂນໂລຊີຢ່າງມີຈັນຍາບັນ, ປ້ອງກັນການແຜ່ຂະຫຍາຍຂອງຂ່າວປອມ ແລະ ປົກປ້ອງຄວາມເປັນສ່ວນຕົວຂອງຜູ້ຮັບຂໍ້ມູນຂ່າວສານ.

ການສຳມະນາໃນຄັ້ງນີ້, ບັນດາວິທະນາກອນ ໄດ້ຍົກໃຫ້ເຫັນຄວາມສຳຄັນ, ສິດ, ໜ້າທີ່, ພາລະບົດບາດ, ວິໄສທັດ ແລະ ຜົນງານ ການຂີດຂຽນ, ການນຳສະເໜີຂ່າວ, ບົດ, ສາລະຄະດີ ແລະ ອື່ນໆ ຂອງສື່ມວນຊົນລາວ ໃນຍຸກປັດຈຸບັນ ລວມທັງການຈັດຕັ້ງປະຕິບັດວຽກງານ, ການປະກອບສ່ວນ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງສື່ມວນຊົນລາວ ໃນອະດີດຮອດປັດຈຸບັນ. ພ້ອມທັງຍົກໃຫ້ເຫັນການພັດທະນາຂອງສື່ມວນຊົນ ໃນຍຸກແຫ່ງການເຕີບໃຫຍ່ຂະຫຍາຍຕົວ ທາງດ້ານດີຈິຕອນ ກໍຄື ການນຳໃຊ້ສື່ອອນລາຍ ເຂົ້າໃນການນຳສະເໜີຂ່າວຕ່າງໆ.

ພ້ອມດຽວກັນນີ້, ຜູ້ເຂົ້າຮ່ວມ ຍັງໄດ້ຮັບຟັງ ແລະ ຮຽນຮູ້ປະສົບການ, ຈັນຍາບັນ, ການນຳສະເໜີຂ່າວ ແລະ ອື່ນໆ ຂອງສື່ຕ່າງປະເທດ ທີ່ຈັດຕັ້ງປະຕິບັດວຽກງານຢູ່ ສປປ ລາວ ເປັນຕົ້ນ ການນຳໃຊ້ສື່ແບບໃໝ່ ກໍຄື AI ເຂົ້າໃນການນຳສະເໜີຂ່າວ, ການຕອບໂຕ້ຂ່າວປອມ, ຂ່າວບິດເບືອນຄວາມຈິງ ແລະ ອື່ນໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments