ໃນວັນທີ 9 ສິງຫາ 2025 ຜ່ານມາ, ທ່ານ ພົອ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ທ່ານ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ຫົວໜ້າສະຖາບັນວິທະຍາສາດສັງຄົມແຫ່ງຊາດ, ທ່ານ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ພາກສ່ວນກ່ຽວຂ້ອງ ໄດ້ເຂົ້າຮ່ວມຊົມງານສັບປະດາ ສະເຫລີມສະຫລອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ.
ການຈັດງານສັບປະດາຄັ້ງນີ້ ເພື່ອທົບທວນ ແລະ ເສີມຂະຫຍາຍມູນເຊື້ອ, ຜົນງານອັນໃຫຍ່ຫລວງຂອງແນວລາວອິດສະຫລະ, ແນວລາວຮັກຊາດ ໃນເມື່ອກ່ອນ ແລະ ແນວລາວສ້າງຊາດ ໃນປັດຈຸບັນ ທີ່ໄດ້ຮ່ວມກັບປະຊາຊົນລາວບັນດາເຜົ່າ ຍາດມາໄດ້ໃນຕະຫລອດໄລຍະຜ່ານມາ ແລະ ເປັນໜຶ່ງໃນ 9 ກິດຈະກໍາ ຂອງການສະເຫລີມສະຫລອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ.

ໂອກາດນີ້, ທ່ານ ນາງ ມະນີວັນ ພະມີສິດ ຮອງປະທານສວນບັນດາເຜົ່າ ໄດ້ລາຍງານຫຍໍ້ຄວາມເປັນມາຂອງສວນບັນດາເຜົ່າແຫ່ງນີ້ ເຊິ່ງໄດ້ເປີດໃຫ້ບໍລິການມາແຕ່ປີ 2017 ເພື່ອສ້າງເປັນແຫລ່ງທ່ອງທ່ຽວທາງວັດທະນະທໍາບັນດາເຜົ່າທົ່ວປະເທດ (50 ຊົນເຜົ່າ) ສະຖານທີ່ຕັ້ງຂອງສວນບັນດາເຜົ່າ ຢູ່ບ້ານດານຊີ, ເມືອງນາຊາຍທອງ ນະຄອນຫລວງວຽງຈັນ. ພາຍໃນສວນ ປະກອບດ້ວຍຈຸດທ່ອງທ່ຽວຢ້ຽມຊົມ-ຮຽນຮູ້ຄື: ມີເຮືອນເຜົ່າ ຕົວຈິງ 10 ຊົນເຜົ່າ, ມີຫ້ອງວາງສະແດງຂໍ້ມູນບັນດາເຜົ່າ, ຫ້ອງຂາຍ ເຄື່ອງທີ່ລະນຶກ, ບ່ອນສັກກະລະບູຊາ ວັງພະຍານາກ, ສວນພືດເປັນຢາ, ຣີສອດ, ສະໂມສອນ, ຮ້ານອາຫານ-ກາເຟ, ເຄື່ອງດື່ມ, ຕູບນັ່ງຊົມວິວ, ຈໍາລອງນໍ້າຕົກ, ທໍາມະຊາດ ແລະ ອື່ນໆ.
ສໍາລັບກິດຈະກໍາໃນມື້ທີ 2 ແມ່ນໄດ້ຮັບຊົມການເດີນແບບຂອງບັນດາເຜົ່າ, ຢ້ຽມຊົມເຮືອນຊົນເຜົ່າ, ສໍາຜັດອາຫານ, ເຄື່ອງດື່ມແບບສະໄໝກ່ອນ, ຊົມຜະລິດຕະພັນຊົນເຜົ່າ, ຟ້ອນລໍາວົງສາມັກຄີແບບມວນຊົນທຸກເຜົ່າ ແລະ ຊົມການສະແດງສິລະປະບັນດາເຜົ່າ ດ້ວຍບັນຍາກາດຄຶກຄື້ນຟົດຟື້ນ.