ວິທະຍຸສາກົນ ແຫ່ງ ສປ ຈີນ, ວັນທີ 11 ສິງຫານີ້ ດ່ານຊາຍແດນນານສານເປີດເຜີຍໃຫ້ຮູ້ວ່າ: ໃນ 7 ເດືອນ ຂອງປີນີ້ (ມັງກອນ-ກໍລະກົດ), ສິນຄ້າຂາເຂົ້າ-ຂາອອກ ຜ່ານດ່ານນານສານໄດ້ບັນລຸ 287.100 ໂຕນ, ມູນຄ່າຫລາຍກວ່າ 452 ລ້ານຢວນ, ປະລິມານສິນຄ້າໄດ້ເພີ່ມຂຶ້ນ 82%, ມູນຄ່າສິນຄ້າໄດ້ເພີ່ມຂຶ້ນ 178% ເມື່ອທຽບໃສ່ໄລຍະດຽວກັນ ຂອງປີກາຍ ແລະ ການຄ້າ ກັບຕ່າງປະເທດມີທ່າອ່ຽງທີ່ດີຂຶ້ນ. ດ່ານນານສານຕັ້ງຢູ່ເມືອງເຈີ້ນຄ່າງ ນະຄອນລີນຊ່າງ ແຂວງຢຸນນານຈີນ, ຕິດກັບມຽນມາ, ແມ່ນດ່ານຊາຍແດນທີ່ສຳຄັນແຫ່ງໜຶ່ງທີ່ນອນຢູ່ໃນເສັ້ນທາງສາຍໄໝທາງໃຕ້ໃນສະໄໝບູຮານ. ຄຽງຄູ່ກັບດ່ານດັ່ງກ່າວໄດ້ຮັບການກໍ່ສ້າງໃຫ້ສົມບູນຂຶ້ນຢ່າງບໍ່ຢຸດຢັ້ງ, ການຄ້າຂ້າມຊາຍແດນ ກໍ່ໄດ້ຮັບການພັດທະນາດີຂຶ້ນຢ່າງຕໍ່ເນື່ອງ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ