ກະຊວງປ້ອງກັນປະເທດ ປະຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ໃນວັນທີ 12 ສິງຫາ 2025 ທີ່ກະຊວງປ້ອງກັນປະເທດ ໂດຍໃຫ້ກຽດປະຖະກະຖາ ຂອງທ່ານ ພົນໂທ ທອງລອຍ ສີລິວົງ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານເຂົ້າຮ່ວມ.
ທ່ານ ພົນໂທ ທອງລອຍ ສີລິວົງ ໄດ້ຍົກໃຫ້ເຫັນມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງແນວລາວສ້າງຊາດແຕ່ລະໄລຍະ ຊຶ່ງແນວລາວສ້າງຊາດໄດ້ເປັນຄັນທຸງເຕົ້າໂຮມຂະບວນການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ, ຜູ້ຊົງຄຸນວຸດທິ, ນັກຮັກຊາດ, ຮັກເອກະລາດ ແລະ ອິດສະລະພາບ, ເປັນແກນກາງ ຂອງແນວໂຮມເອກະພາບແຫ່ງຊາດ ເຕົ້າໂຮມຂະບວນການຕໍ່ສູ້ກູ້ຊາດຂອງປະຊາຊົນ ແລະ ກຳລັງທີ່ຮັກຊາດຕ່າງໆ ຕໍ່ສູ້ເພື່ອປົກປັກຮັກສາເອກະລາດຂອງຊາດ, ເຕົ້າໂຮມກຳລັງຮັກຄວາມເປັນທຳ ແລະ ຄວາມກ້າວໜ້າຂອງສັງຄົມ ກໍຄືສັນຕິພາບ ເອກະລາດ ເອກະພາບ ປະຊາທິປະໄຕ ວັດທະນະຖາວອນ, ແນວລາວສ້າງຊາດຍັງສືບຕໍ່ດຳລົງບົດບາດເປັນຫລັກແຫລ່ງແນວໂຮມ ໂດຍພາຍໃຕ້ການນໍາພາຂອງພັກ ຊຶ່ງແນວລາວສ້າງຊາດໃນໄລຍະໃໝ່ ແມ່ນການສ້າງມະຫາສາມັກຄີຂອງປວງຊົນລາວທັງຊາດ ແລະ ການເຕົ້າໂຮມກຳລັງແຮງພັດທະນາປະເທດຊາດ, ເປັນບ່ອນສຶກສາອົບຮົມປະຊາຊົນຊັ້ນຄົນຕ່າງໆ, ພີ່ນ້ອງລາວຢູ່ຕ່າງປະເທດ ແລະ ອົງການຈັດຕັ້ງສັງຄົມເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມແນວທາງນະໂຍບາຍຂອງພັກ, ຍຶດໝັ້ນຄວາມສາມັກຄີປອງດອງຂອງປະຊາຊົນລາວບັນດາເຜົ່າຢ່າງສະເໝີຕົ້ນສະເໝີປາຍ ໂດຍຖືສຳພັນທະພາບກຳມະກອນ, ກະສິກອນ ແລະ ນັກຮຽນຮູ້ປັນຍາຊົນ ພາຍໃຕ້ການນໍາພາຂອງພັກ, ບຸກຄະລາກອນຂອງແນວລາວສ້າງຊາດ ທັງ 3 ໄລຍະ ແລະ ມູນເຊື້ອນໍ້າໃຈຮັກຊາດ, ເສຍສະລະຜົນປະໂຫຍດສ່ວນຕົວຮັບໃຊ້ພັກ, ຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນດ້ວຍຄວາມຕື່ນຕົວ ແລະ ສະໝັກໃຈ.

ພ້ອມນີ້, ແນວລາວສ້າງຊາດ ຍັງມີມູນເຊື້ອເສີມສ້າງມິດຕະພາບ, ມິດໄມຕີກັບນານາຊາດຕາມນະໂຍບາຍຂອງພັກແຕ່ລະສະໄໝ ເປັນຕົ້ນ ສາສະໜາ, ເພດ-ໄວ, ຕ້ອນຮັບຄໍາຄິດເຫັນ ແລະ ສ່ອງແສງມານະຈິດຂອງປະຊາຊົນ ຕໍ່ການຈັດຕັ້ງພັກ-ລັດຢ່າງກວ້າງຂວາງ, ແນວລາວສ້າງຊາດເປັນການ ປະກອບສ່ວນສຳຄັນທີ່ຕັດແຍກບໍ່ໄດ້ໃນລະບົບການເມືອງ ປະຊາທິປະໄຕ ປະຊາຊົນ ທີ່ມີພັກປະຊາຊົນ ປະຕິວັດລາວ ເປັນແກນນໍາ, ວຽກງານແນວໂຮມໃນໄລຍະໃໝ່ແມ່ນເສີມສ້າງມະຫາສາມັກຄີປວງຊົນລາວ, ແມ່ນການເຕົ້າໂຮມກຳລັງແຮງທົ່ວສັງຄົມ ແລະ ວຽກງານແນວໂຮມແມ່ນຄວາມຮັບຜິດຊອບໂດຍກົງຂອງພັກ ແລະ ລັດ ກໍຄືແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນແຕ່ລະຂັ້ນ ຊຶ່ງພັກເປັນຄັນທຸງ, ເປັນແກນກາງຂອງວຽກງານແນວໂຮມ ແລະ ແນວລາວສ້າງຊາດ ເປັນອົງການສໍາຄັນທາງການເມືອງ-ສັງຄົມ ເປັນອົງການຫລັກແຫລ່ງ ທັງເປັນເຈົ້າການເຕົ້າໂຮມຄວາມສາມັກຄີປະຊາຊົນທຸກຊັ້ນຄົນ ເພື່ອເສີມຂະຫຍາຍມູນເຊື້ອຂອງແນວລາວສ້າງຊາດ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະໃໝ່ໃຫ້ໜັກແໜ້ນເຂັ້ມແຂງ.