ຕາມ​ຂ່າວ​ຈາກ ​ຊິນ​ຮວາ,ວັນ​ທີ1 ​ສິງຫາ​ນີ້, ທ່ານຈັນ​ທິ​ຣາ​ວັດ (Chan Thirawat) ລັດຖະ ມົນຕີ​ວ່າການ ​ກະຊວງ​ພັດທະນາ​ ຊົນນະບົດ​ ກຳປູ​ເຈຍ ​ເປີດ​ເຜີຍ​ວ່າ: ປັດຈຸບັນປະຊາກອນ ​ຊົນນະບົດ ​ໃນ​ປະ​ເທດ ຫລາຍ​ກວ່າ 80% ສາມາດ ​ເຂົ້າ​ເຖິງ ລະບົບ ​ນ້ຳ​ສະອາດ ​ແລະ​ ສຸກຂະ​ອານາ​ໄມ​ ເພີ່ມ​ຂຶ້ນ​ຈາກ 70%​ ເມື່ອ 5 ​ປີ​ກ່ອນ ຫລັງ​ຈາກ​​ເຈາະ​ນ້ຳ​ບາ​ດານ 11.741ບໍ່, ສະ​ນ້ຳຊຸມ​ຊົນ 1.271​ ແຫ່ງ, ຖັງ​ເກັບ ​ນ້ຳ​ຝົນ 2.440 ຖັງ ​ແລະ ລະບົບຈ່າຍ​ນ້ຳ 200​ ແຫ່ງ ລວມທັງ​ແຈ​ກຢາຍຖັງ​ເກັບ​ນ້ຳຂະໜາດ​ໃຫຍ່ໃຫ້​ແກ່​ຄອບຄົວ 145.865 ໜ່ວຍ ນັບ​ຕັ້ງ​ແຕ່ມີ 2018 ​ເປັນຕົ້ນມາ. ນອກ​ນີ້ ຍັງ​ກໍ່ສ້າງ​ຫ້ອງ​ນ້ຳສຳລັບປະຊາຊົນ 433.014 ຫ້ອງ ​ແລະ ອ່າງ​ລ້າງ​ມື ​ໃນ​ໂຮງຮຽນ​ລັດ 11.198 ​ແຫ່ງ ​ເພື່ອ​ສະໜັບສະ​ໜູນສຸກຂະ​ອານາ​ໄມໃນ​ຊົນນະບົດ ​ພ້ອມ​ທັງວາງ​ແຜນສູ້​ຊົນ ​ໃຫ້​ບັນລຸເປົ້າໝາຍລະບົບ​ນ້ຳ​ສະອາດ ​ແລະ ສຸກຂະ​ອານາ​ໄມໃຫ້​ໄດ້ 100% ພາຍ​ໃນ​ປີ2025 ​ເນື່ອງ​ຈາກ​ປະຊາກອນກຳປູ​ເຈຍ ​ປະມານ 77% ຈາກ​ທັງ​ໝົດ 16 ​ລ້ານ​ຄົນ ອາ​ໄສ​ຢູ່​​ໃນ​ພື້ນ​ທີ່​ຊົນນະບົດ.

(ພາກ​ຂ່າວ: ຕ່າງປະ​ເທດ)

ຮຽບຮຽງຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

LEAVE A REPLY

Please enter your comment!
Please enter your name here