ປະທານກຸ່ມບໍລິສັດ ອິນໂດຈິນ ພ້ອມດ້ວຍຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງໄຊສົມບູນ
ກຸ່ມບໍລິສັດອິນໂດຈິນ ນະຄອນໂຮຈີ່ມິນ ສສ ຫວຽດນາມ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງໄຊສົມບູນ ໃນວັນທີ 31 ກໍລະກົດນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການຕ້ອນຮັບຂອງ ທ່ານ ພອຍຄຳ ຮຸ່ງບຸນຍວງ ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ, ມີທ່ານ ນາງ ພິມພາ ແກ້ວມີໄຊ ສະຖານກົງສູນໃຫຍ່ແຫ່ງ ສປປລາວ ປະຈຳນະຄອນໂຮ່ຈີມິ່ນ ສສ ຫວຽດນາມ, ມີຮອງເລຂາພັກແຂວງ, ຮອງເຈົ້າແຂວງ ແລະ ທ່ານ ເຮືອທິບິກທູ ປະທານກຸ່ມບໍລິສັດ ອິນໂດຈິນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


ໂອກາດນີ້ ທ່ານ ພອຍຄຳ ຮຸ່ງບຸນຍວງ ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ ໄດ້ລາຍງານສະພາບໂດຍຫຍໍ້ຂອງແຂວງ ໃຫ້ປະທານບໍລິສັດ ອິນໂດຈິນ ພ້ອມດ້ວຍຄະນະໄດ້ຮັບຊາບ ແຂວງໄຊສົມບູນ ເປັນແຂວງຕັ້ງໃໝ່ ໄດ້ 8 ປີກວ່າ, ມີເນື້ອທີ່ທັງໝົດ ປະມານ 8.500 ກິໂລຕາແມັດ, ປະກອບມີ 5 ເມືອງ, ມີ 89 ບ້ານ, ມີປະຊາກອນທັງໝົດ 98.000 ກວ່າຄົນ, ເປັນເຂດທຸລະກັນດານ, ປະຊາຊົນສ່ວນຫຼາຍຍັງທຸກຍາກ ແຕ່ເປັນເຂດທີ່ມີດິນຟ້າອາກາດດີ ເໝາະແກ່ການພັດທະນາດ້ານກະສິກໍາ ໂດຍສະເພາະແມ່ນການປູກຝັງລ້ຽງສັດ ມາຮອດປີ 2019 ລັດຖະບານໄດ້ອອກດຳລັດ 414 ວ່າດ້ວຍນະໂຍບາຍການພັດທະນາເສດຖະກິດ ແຂວງໄຊສົມບູນ ໂດຍສຸມໃສ່ 5 ທ່າແຮງຂອງແຂວງ ຄື: ດ້ານກະສິກໍາ, ການທ່ອງ ທ່ຽວ, ບໍ່ແຮ່, ໄຟຟ້າ ແລະ ການເຊື່ອມຈອດ-ເຊື່ອມໂຍງ ພ້ອມກັນນີ້ ຍັງໄດ້ສຸມໃສ່ຍູ້ແຮງຂະບວນການຜະລິດເປັນສິນຄ້າຂອງປະຊາຊົນ ເປັນຕົ້ນແມ່ນການປູກຝັງ-ລ້ຽງສັດ ອັນພົນເດັ່ນແມ່ນສົ່ງເສີມຂະບວນການປູກພືດເປັນສິນຄ້າໃຫ້ກວ້າງຂວາງ ເຊັ່ນ: ຂະບວນການປູກຢ່າງພາລາ, ປູກພືດຜັກສະອາດ, ປູກເຂົ້າ, ສາລີ, ໝາກກ້ຽງ, ໝາກນັດ, ມັນສາຄູ, ມັນຕົ້ນ, ຊາ, ກາເຟ ແລະ ອື່ນໆ ຊຶ່ງທົ່ວແຂວງມີເນື້ອທີ່ປູກຝັງທັງໝົດ 4.800 ເຮັກຕາ, ປູກພືດໄປແລ້ວ 3.300 ເຮັກຕາ, ຍັງບໍ່ທັນປູກ 1.500 ເຮັກຕາ ມາຮອດປັດຈຸບັນໄດ້ມີບັນດາບໍລິສັດ ສະເໜີມາລົງທຶນ ພັດທະນາດ້ານກະສິກໍາ ທັງໝົດ 7 ບໍລິສັດ ສຳລັບດ້ານການລົງທຶນ ເພື່ອພັດທະນາ ໄດ້ຮັບອະນຸມັດໂຄງການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ທັງໝົດ 98 ໂຄງການ ໃນນີ້ ສູນກາງອະນຸມັດ 34 ໂຄງການ ຄື: ດ້ານພະລັງງານໄຟຟ້າ 13 ໂຄງການ, ດ້ານບໍ່ແຮ່ 18 ໂຄງການ, ໂຄງການສຳຫຼວດ ແລະ ກໍ່ສ້າງເສັ້ນທາງ 3 ໂຄງການ, ຂັ້ນແຂວງອະນຸຍາດ 64 ໂຄງການ ຄື: ດ້ານກະສະກຳ ແລະ ປ່າໄມ້ 8 ໂຄງການ, ດ້ານບໍລິການ ແລະ ທ່ອງທ່ຽວ 7 ໂຄງການ, ດ້ານພະລັງງານໄຟຟ້າ 13 ໂຄງການ, ໂຄງການຂຸດຄົ້ນ ແລະ ປຸ່ງແຕ່ງແຮ່ທາດ 6 ໂຄງການ, ໂຄງການຊອກຄົ້ນ-ສຳຫຼວດ ແຮ່ທາດ 30 ໂຄງການ.


ຈາກນັ້ນ ທ່ານ ເຮືອທິບິກທູ ປະທານກຸ່ມບໍລິສັດ ອິນໂດຈິນ ໄດ້ລາຍງານຈຸດປະສົງ ກ່ຽວກັບການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊສົມບູນໃນຄັ້ງນີ້ ເພືື່ອເກັບກຳຂໍ້ມູນ ແລະ ທິດທາງແຜນການໃນການພັດທະນາທາງດ້ານການກະເສດ ກໍຄືການປູກພືດຂອງແຂວງ ເນື່ອງ ຈາກວ່າແຂວງໄຊສົມບູນ ມີທ່າແຮງທາງດ້ານພູມສັນຖານ ທຳມະຊາດ ທີ່ອຳນວຍຄວາມສະດວກໃນການປູກພືດ ເພື່ອຈະໄດ້ນຳໄປປຶກສາຫາລື ແລະ ຂົນຂວາຍບັນດາບໍລິສັດທີ່ຢູ່ໃນເຄືອຄ່າຍ ກຸ່ມບໍລິສັດ ອິນໂດຈິນ ມາພັດທະນາລົງທຶນ ຢູ່ແຂວງໄຊສົມບູນ ເປັນຕົ້ນ ແມ່ນການປູກພືດເປັນຢາ ນອກຈາກນີ້ ທາງບໍລິສັດຍັງຈະຕອບສະໜອງທາງດ້ານເມັດພືດ ສາລີ ແລະ ໝາກຖົ່ວເຫຼືອງ ໃຫ້ແກ່ປະຊົນປູກ ເພື່ອນຳເອົາມາຜະລິດເປັນຫົວອາຫານສັດ ແລ້ວສົ່ງຂາຍອອກຕ່າງປະເທດ ພາຍຫຼັງປະຊາຊົນປູກແລ້ວ ທາງບໍລິສັດຈະໄດ້ເກັບຊື້ຜົນຜະລິດດັ່ງກ່າວຄືນຈາກປະຊາຊົນ ພ້ອມກັນນີ້ ຍັງເປັນການສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ ເພື່ອໃຫ້ຫຼຸດຈາກຄວາມທຸກຍາກຕື່ມອີກ.

LEAVE A REPLY

Please enter your comment!
Please enter your name here