Monday, August 4, 2025
Homeຂ່າວໜ້າໜຶ່ງປະທານປະເທດ ແຫ່ງ ສປປ ລາວ ສໍາເລັດເດີນທາງຢ້ຽມຢາມ ສະຫະພັນ ຣັດເຊຍ ຢ່າງເປັນທາງການ

ປະທານປະເທດ ແຫ່ງ ສປປ ລາວ ສໍາເລັດເດີນທາງຢ້ຽມຢາມ ສະຫະພັນ ຣັດເຊຍ ຢ່າງເປັນທາງການ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ວາລາດີເມຍ ປູຕິນ, ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສະຫະພັນ ຣັດເຊຍ ຢ່າງເປັນທາງການແຕ່ວັນທີ 30 ກໍລະກົດ – 1 ສິງຫາ 2025.

ການຢ້ຽມຢາມ ຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນການຢ້ຽມຢາມ ສະຫະພັນຣັດເຊຍ ຢ່າງເປັນທາງການ ຄັ້ງທຳອິດ ພາຍຫຼັງທີ່ ພະນະທ່ານ ທອງລຸນ ສີສຸລິດ ໄດ້ດຳລົງຕຳແໜ່ງເປັນ ປະທານປະເທດ ແຫ່ງ ສປປ ລາວ. ການຢ້ຽມຢ້ຽມຄັ້ງນີ້ ຖືເປັນນິມິດໝາຍສຳຄັນໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຣັດເຊຍ.

ໃນໂອກາດການຢ້ຽມຢາມຄັ້ງນີ້, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສປປ ລາວ ໄດ້ພົບປະເຮັດວຽກກັບຄູ່ຮ່ວມຕໍາແໜ່ງ ພະນະທ່ານ ວາລາດີເມຍ ປູຕິນ, ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ. ໃນການພົບປະດັ່ງກ່າວ, ສອງຝ່າຍໄດ້ທົບທວນຄືນແລະຕິີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງສອງປະເທດທັງໃນຂອບການຮ່ວມມືສອງຝ່າຍແລະຫຼາຍຝ່າຍໃນໄລຍະຜ່ານມາເຊິ່ງໄດ້ຮັບການຮັດເເໜ້ນແລະເສີມຂະຫຍາຍຢ່າງຕໍ່ເນື່ອງບົນພື້ນຖານຄວາມເຂົ້າອົກເຂົ້າໃຈ, ການຊ່ວຍເຫຼືອເຊິ່ງກັນແລະກັນ, ການພົວພັນມິດຕະພາບແລະການຮ່ວມມືອັນເປັນມູນເຊື້ອມາແຕ່ດົນນານບົນພື້ນຖານການເປັນຄູ່ຮ່ວມມືຍຸດທະສາດດ້ານຄວາມໝັ້ນຄົງໃນຂົງເຂດອາຊີ-ປາຊີຟິກ ລະຫວ່າງ ສປປ ລາວ ແລະ ສ. ຣັດເຊຍ.

ພະນະທ່ານ ທອງລຸນ ສີສຸລິດໄດ້ກ່າວສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫຼືອຂອງຣັດເຊຍ ໃນໄລຍະຜ່ານມາ ໂດຍສະເພາະແມ່ນການຊ່ວຍພັດທະນາຊັບພະຍາກອນມະນຸດກໍ່ຄືການໃຫ້ທຶນການສຶກສາແກ່ນັກສຶກສາລາວເພື່ອໄປຮຽນຕໍ່ທີ່ຣັດເຊຍເພີ່ມຂຶ້ນໃນແຕ່ລະປີ, ລວມທັງສະແດງຄວາມຂອບໃຈ ຣັດເຊຍ ທີ່ຈະຊ່ວຍສ້າງໂຮງຮຽນສາມັນສຶກສາ ລາວ-ຣັດເຊຍ ທີ່ ນະຄອນຫຼວງວຽງຈັນ. ນອກຈາກນັ້ນ, ຍັງໄດ້ຕີລາຄາສູງການຊ່ວຍເຫຼືອດ້ານອື່ນໆທີ່ເປັນການປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ ແລະ ສັງຄົມຂອງສປປລາວ. ບົນຈິດໃຈດັ່ງກ່າວ, ສອງຝ່າຍໄດ້ເຫັນດີເປັນເອກະພາບໃນການເພີ່ມທະວີ ແລະ ຊຸກຍູ້ການພົວພັນສອງຝ່າຍໃນຫຼາຍຂົງເຂດໃນອະນາຄົດເປັນຕົ້ນແມ່ນ: ການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດ້ານເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ, ການທ່ອງທ່ຽວແລະອື່ນໆທີ່ສອງຝ່າຍມີທ່າແຮງເພື່ອນຳມາຊຶ່ງຜົນປະໂຫຍດຮ່ວມກັນ.ພ້ອມນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍມີຄວາມສົນໃຈ.

ສອງຝ່າຍໄດ້ຕີລາສູງຕໍ່ການພົວພັນຮ່ວມມືລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຣັດເຊຍ ບົນພື້ນຖານການເປັນຄູ່ຮ່ວມມືຍຸດທະສາດດ້ານຄວາມໝັ້ນຄົງຢູ່ໃນພາກພື້ນ ອາຊີ-ປາຊີຟິກ ໄດ້ຮັບການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍ ອັນໄດ້ນໍາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ ແລະ ຣັດເຊຍ, ພ້ອມທັງຢືນຢັນຈະສືບຕໍ່ຮ່ວມກັນຊຸກຍູ້ສົ່ງເສີມ ການພົວພັນການຮ່ວມມື ທີ່ມີມາແລ້ວນັ້ນ ໃຫ້ໝັ້ນຄົງໜັກແໜ້ນ ແລະ ຂະຫຍາຍການຮ່ວມມືໃນຂົງເຂດທ່າແຮງຂອງສອງປະເທດ ໃຫ້ມີໝາກຜົນຕົວຈິງຂຶ້ນຕື່ມ.

ນອກຈາກນັ້ນ, ທ່ານປະທານປະເທດຍັງໄດ້ສະແດງຄວາມຊົມເຊີຍມາຍັງ ຣັດເຊຍ ທີ່ປະສົບຜົນສໍາເລັດຢ່າງຈົບງາມ ພິທີສະເຫຼີມສະຫຼອງວັນຄົບຮອບ 80 ປີ ແຫ່ງ ໄຊຊະນະມະຫາສົງຄາມປົກປ້ອງປິຕຸພູມ ຂອງ ສະຫະພາບໂຊວຽດ ທີ່ໄດ້ຈັດຂຶ້ນໃນວັນທີ 9 ພຶດສະພາ 2025 ຜ່ານມາ. ພ້ອມນັ້ນ ຍັງໄດ້ກ່າວວ່າ,ໃນໄລຍະທ້າຍປີ 2025 ນີ້, ສອງປະເທດ ລາວ-ຣັດເຊຍ ຈະໄດ້ມີການຈັດກິດຈະກໍາຮ່ວມກັນ ເພື່ອສະເຫຼີມສະຫຼອງເນື່ອງໃນໂອກາດຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຣັດເຊຍ.

ການປຶກສາຫາລືຂອງທັງສອງຝ່າຍດຳເນີນໄປດ້ວຍບັນຍາກາດອັນສ້າງສັນບົນພື້ນຖານແຫ່ງສາຍພົວພັນມິດຕະພາບອັນເປັນມູນເຊື້ອມາແຕ່ດົນນານລະຫວ່າງສອງປະເທດ.ພ້ອມນັ້ນ, ພະນະທ່ານ ທອງລຸນ ສີສຸລິດກໍໄດ້ເຊື້ອເຊີນ ພະນະທ່ານ ວະລາດີເມຍ ປູຕິນ, ປະທານາທິບໍດີ ແຫ່ງ ສ. ຣັດເຊຍ ເດີນທາງໄປຢ້ຽມຢາມ ສປປ ລາວ ໃນໂອກາດທີ່ເໝາະສົມ.

ຂ່າວ, ພາບ: ກົມການຂ່າວ, ກະຊວງການຕ່າງປະເທດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments