ທ່ານ ນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີ (ລມຕ) ກະຊວງ ຖະແຫຼງຂ່າວ,​ ວັດທະນະທຳ​ ແລະ ​ທ່ອງທ່ຽວ​ (ຖວທ)​ ຂອງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ຫວູ​ ຫ້າຍ​ ກວາງ ​(Vu Hai Qiang vice president of VOV) ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງ ສສ ຫວຽດນາມ​ ພ້ອມດ້ວຍຄະນະເຂົ້າຢ້ຽມຂໍ່ານັບພົບປະ ໃນວັນວັນທີ 29 ກໍລະກົດ 2022 ຜ່ານມານີ້ ທີ່ຫ້ອງຮັບແຂກກະຊວງ ຖວທ, ເນື່ອງໃນໂອກາດຄະນະດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

ໃນໂອກາດດັ່ງກ່າວ ທ່ານ ນາງ​ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງ ຕໍ່ ທ່ານ​ ຫວູ​ ຫ້າຍ​ ກວາງ ພ້ອມຄະນະ ທີ່ເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຄັ້ງນີ້ ໂດຍສະເພາະການຕິດຕາມກວດກາຜົນສຳເລັດໃນການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອຂອງລັດຖະບານ ສສ​​ ຫວຽດນາມ ​ໃນການຍົກລະດັບຫ້ອງອັດສຽງ-ສົ່ງສຽງໃຫ້ແກ່ວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ​ ວິທະຍຸກະຈາຍສຽງຫວຽດນາມໃນຊຸມປີຕໍ່ໜ້າ ຊຶ່ງເປັນມິດໝາຍສຳຄັນໃນການປະກອບສ່ວນເສີມສ້າງສາຍພົວພັນຮ່ວມມືຮອບດ້ານ ແລະ ຄວາມສາມັກຄີແບບພິເສດ ທີ່ຍິ່ງໃຫຍ່ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ທີ່ມີມູນເຊື້ອອັນດີງາມແລ້ວນັ້ນໃຫ້ນັບມື້ເພີ່ມພູນຄູນສ້າງຍິ່ງໆຂຶ້ນ ແລະ ທ່ານ ລມຕ ຍັງໄດ້ອວຍພອນໃຫ້ຄະນະຜູ້ແທນຈົ່ງປະສົບຜົນສຳເລັດໃນການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້.​

ທ່ານ ຫວູ ຫ້າຍ​ ກວາງ ໄດ້ສະແດງຄວາມຂອບໃຈຕໍ່ ລັດຖະມົນຕີກະຊວງ ຖວທ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມນີ້ຍັງໄດ້ແຈ້ງຈຸດປະສົງໃນການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃຫ້ ລມຕ ກະຊວງ ຖວທ ໄດ້ຮັບຊາບຕື່ມອີກ.​

ຂ່າວ-ພາບ: ວັນເພັງ

#Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)

LEAVE A REPLY

Please enter your comment!
Please enter your name here