Monday, August 4, 2025
Homeຂ່າວໜ້າໜຶ່ງປະທານປະເທດລາວ ໄດ້ຮັບຫຼຽນກຽດຕິຍົດ ແລະ ຄຸນງາມຄວາມດີ ຊັ້ນ 1 ຈາກ ທ່ານພະສັງຄະລາດປະທານອົງການສາສະໜາໂອຕໍດັອກ ສ.ຣັດເຊຍ

ປະທານປະເທດລາວ ໄດ້ຮັບຫຼຽນກຽດຕິຍົດ ແລະ ຄຸນງາມຄວາມດີ ຊັ້ນ 1 ຈາກ ທ່ານພະສັງຄະລາດປະທານອົງການສາສະໜາໂອຕໍດັອກ ສ.ຣັດເຊຍ

ໃນໂອກາດເຄື່ອນໄຫວຢ້ຽມຢາມ ສ. ຣັດເຊຍ ຢ່າງເປັນທາງການ ລະຫວ່າງວັນທີ 30 ກໍລະກົດ – 1 ສິງຫາ 2025 ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ໄປຢ້ຽມຊົມ ໂບດໂອຕໍດອກ (Danilov Monastery) ພ້ອມທັງໄດ້ຮັບຫຼຽນກຽດຕິຍົດ ແລະ ຄຸນງາມຄວາມດີ ຊັ້ນ 1 ຈາກ ທ່ານພະສັງຄະລາດປະທານອົງການສາສະໜາໂອຕໍດັອກ ສ.ຣັດເຊຍ ນອກຈາກນີ້ຍັງໄດ້ໄປຢ້ຽມຊົມ ຫໍພິພິຕະພັນ ແລະ ໂບດຂອງກອງທັບທະຫານຣັດເຊຍ (PatriotPark)ຫຼື ອຸທິຍານຮັກຊາດຕື່ມອີກ.

ການຢ້ຽມຢາມ ສ. ຣັດເຊຍ ຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນຄັ້ງນີ້ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ດໍາເນີນໄປຢ່າງສົມກຽດ ແລະ ສໍາເລັດຜົນອັນຈົບງາມແຕ່ຕົ້ນຈົນຈົບ, ທັງເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນການເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຣັດເຊຍ, ຣັດເຊຍ-ລາວ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ.

ຂ່າວ, ພາບ: ກົມການຂ່າວ, ກະຊວງການຕ່າງປະເທດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments