Home ຂ່າວໜ້າໜຶ່ງ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບຄູ່ຮ່ວມຕໍາແໜ່ງສາຍພັກ ປະທານພັກຣັດເຊຍເອກະພາບ

ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບຄູ່ຮ່ວມຕໍາແໜ່ງສາຍພັກ ປະທານພັກຣັດເຊຍເອກະພາບ

0
7

ໃນໂອກາດເຄື່ອນໄຫວຢ້ຽມຢາມ ສ. ຣັດເຊຍ ຢ່າງເປັນທາງການ ລະຫວ່າງວັນທີ 30 ກໍລະກົດ – 1 ສິງຫາ 2025. ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ພົບປະກັບຄູ່ຮ່ວມຕໍາແໜ່ງສາຍພັກ ພະນະທ່ານ ເດີມິຕຣີ ເມັດເວເດັບ, ປະທານພັກຣັດເຊຍເອກະພາບ ແລະ ໄດ້ຕ້ອນຮັບການເຂົົ້າຢ້ຽມຂໍ່ານັບຂອງປະທານສະມາຄົມມິດຕະພາບ ຣັດເຊຍ-ລາວ.

ນອກຈາກນີ້, ທ່ານປະທານປະເທດ ຍັງໄດ້ລົງລາຍເຊັນ ຮູບພາບຂອງເພິ່ນເອງ ເພື່ອນຳໄປວາງສະແດງໄວ້ ທີ່ ມະຫາວິທະຍາໄລສ້າງຄູ ເກຣເຊັນ, ທີ່ ນະຄອນຊານປີເຕີສະເບີກ, ສ. ຣັດເຊຍ, ເຊິ່ງເປັນມະຫາວິທະຍາໄລທີ່ ທ່ານປະທານປະເທດ ຈົບການສຶກສາ ໃນຍຸກສະຫະພາບໂຊວຽດ.

ຂ່າວ, ພາບ: ກົມການຂ່າວ, ກະຊວງການຕ່າງປະເທດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here