Monday, August 4, 2025
Homeຂ່າວໜ້າໜຶ່ງຮອງປະທານປະເທດ ລົງຊ່ວຍຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກນ້ຳຖ້ວມຢູ່ບ້ານຫາດບໍ່ ເມືອງໜອງແຮດ

ຮອງປະທານປະເທດ ລົງຊ່ວຍຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກນ້ຳຖ້ວມຢູ່ບ້ານຫາດບໍ່ ເມືອງໜອງແຮດ

ໃນວັນທີ 3 ສິງຫາ 2025 ນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້, ຊ່ວຍເຫລືອ ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ຢູ່ບ້ານຫາດບໍ່ ເມືອງໜອງແຮດ ແຂວງຊຽງຂວາງ ເຊິ່ງເປັນບ້ານທີ່ຢູ່ເຂດຫ່າງໄກສອກຫລີກ ໂດຍໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ເປັນຕົ້ນ ເຂົ້າສານ, ເຂົ້າຈີ່, ໜີ່, ປ໋ອງປາ, ນ້ຳດື່ມ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ໃນຄົວເຮືອນ ແລະ ອື່ນໆ ໄປມອບໃຫ້ປະຊາຊົນ ເພື່ອຊ່ວຍເຫລືອບັນເທົາທຸກ ໃນເບື້ອງຕົ້ນ.

ທ່ານ ໜໍເຢັ່ງຢ່າ ຮອງເລຂາພັກເມືອງ, ເຈົ້າເມືອງໜອງແຮດ ໄດ້ໃຫ້ຮູ້ວ່າ: ບ້ານຫາດບໍ່ ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ໃນວັນທີ 22 ກໍລະກົດ 2025 ຜ່ານມາ, ມີ 34 ຫລັງຄາເຮືອນ ໄດ້ຮັບຜົນກະທົບ. ໃນນັ້ນ, ມີຜູ້ເສຍຊິວິດ 1 ຄົນ, ມີເຮືອນຖືກນ້ຳໄຫລຊຸ 5 ຫລັງ, ພ້ອມນີ້ຍັງມີຮ້ານຂາຍເຄື່ອງ, ຫ້ອງການບ້ານ, ໂຮງຮຽນ, ຫໍພັກຄູ, ໂຕະ, ຕັ່ງ ຖືກນ້ຳໄຫລຊຸ ເສຍຫາຍ, ຫົນທາງຖືກຕັດຂາດ ປັດຈຸບັນຍັງບໍ່ສາມາດ ເຂົ້າ-ອອກໄດ້ເທື່ອ, ພາກສ່ວນທີ່ກ່ຽວຂ້ອງ ພວມເລັ່ງແກ້ໄຂ. ສ່ວນຜົນເສຍຫາຍ ຍັງຢູ່ໃນຂັ້ນຕອນເກັບກຳຂໍ້ມູນຕົວຈິງ ເຊິ່ງປັດຈຸບັນ ນໍ້າໄດ້ບົກແຫ້ງລົງແລ່ວ.

ໂອກາດນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ເນັ້ນໃຫ້ຄະນະນຳຂັ້ນເມືອງ ກໍຄື ອຳນາດການປົກຄອງບ້ານ ທີ່ໄດ້ຮັບຜົນກະທົບ ໃຫ້ເອົາໃຈໃສ່ແຈກຢາຍເຄື່ອງຊ່ວຍເຫລືອ ທີ່ໄດ້ຮັບ ໃຫ້ປະຊົນໃຫ້ທົ່ວເຖິງ, ຕິດພັນກັບການປັບປຸງ, ສ້ອມແປງບັນດາພື້ນຖານໂຄງລ່າງ ເປັນຕົ້ນ ເຮືອນ ປະຊາຊົນ, ເສັ້ນທາງ, ໂຮງຮຽນ ແລະ ອື່ນໆ ທີ່ເປ່ເພ ເສຍຫາຍ. ພ້ອມທັງໃຫ້ລົງໃກ້ຊິດຕິດແທດ ເພື່ອຊ່ວຍເຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບ ໂດຍສະເພາະແມ່ນ 5 ຄອບຄົວທີ່ຖືກນ້ຳໄຫລຊຸ ໃຫ້ມີທີ່ຢູ່ອາໄສ ໃນເບື້ອງຕົ້ນ, ພ້ອມທັງໃຫ້ມີແຜນເພື່ອຈັດສັນ, ຍົກຍ້າຍຄອບຄົວທີ່ຢູ່ແຄມນ້ຳ ໃຫ້ໄປຢູ່ບ່ອນທີ່ສູງກວ່າເກົ່າ ຫລື ຍົກຍ້າຍໄປຢູ່ບ່ອນໃໝ່ ເພື່ອຮັບປະກັນທາງດ້ານຊີວິດ ແລະ ຊັບສິນ ຂອງປະຊາຊົນ. ພ້ອມນີ້, ທ່ານຍັງເນັ້ນໃຫ້ການນຳຂັ້ນເມືອງ ລົງໃກ້ສິດຕິດແທດ, ຊ່ວຍເຫລືອ ຕິດຕາມການກວດກາສຸຂະພາບຂອງພໍ່ແມ່ປະຊາຊົນ, ເກັບກຳຂໍ້ມູນຜົນເສຍຫາຍຕົງຈິງ ແລະ ອື່ນໆ ໃຫ້ສຳເລັດໂດຍໄວ ແນໃສ່ພື້ນຟູຊີວິດການເປັນຢູ່ຂອງປະຊົນ ທີ່ໄດ້ຮັບຜົນກະທົບ ໃຫ້ກັບຄືືນສູ່ສະພາບປົກກະຕິໂດຍໄວ. ພ້ອມທັງ ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ຈົ່ງມີສະຕິລະວັງຕົວ, ມີຄວາມສາມັກຄີຊ່ວຍເຫລືອເຊິ່ງກັນ ແລະ ກັນ, ພ້ອມກັນ ຮັກສາຄວາມສະອາດ ພາຍໃນເຮືອນ ກໍຄື ບ້ານ ເພື່ອຕ້ານການແຜ່ລະບາດຂອງພະຍາດທີ່ອາດຈະເກີດຂຶ້ນ ແລະ ອື່ນໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments