Thursday, July 31, 2025
Homeແຈ້ງການສໍາຄັນລະດົມທຶນເພື່ອຊ່ວຍເຫລືອຜູ້ປະສົບໄພພິບັດ ປີ 2025

ລະດົມທຶນເພື່ອຊ່ວຍເຫລືອຜູ້ປະສົບໄພພິບັດ ປີ 2025

ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຂໍຖືເປັນກຽດຮຽນແຈ້ງມາຍັງທ່ານຊາບວ່າ: ເນື່ອງຈາກສະພາບລົມພາຍຸໝູນເຂດຮ້ອນວູທີບ ແລະ ວິພາ ໃນປີ 2025 ເຄື່ອນທີ່ຢູ່ເຂດທະເລຈີນຕອນເໜືອ ພາຍຸສອງຫົວນີ້ ໄດ້ເຄື່ອນທີ່ຜ່ານທາງພາກເໜືອຂອງ ສສ ຫວຽດນາມ ແລະ ພາກເໜືອ, ພາກກາງ ແລະ ພາກໃຕ້ ຂອງ ສປປ ລາວ ແລະ ສະພາບຝົນຕົກຫນັກຕາມລະດູການ ເຮັດໃຫ້ເກີດມີຝົນຕົກໜັກ ຫາ ໜັກຫຼາຍ ຢູ່ບາງທ້ອງຖິ່ນໃນຂອບເຂດທົ່ວປະເທດ. ອີງຕາມຂໍ້ມູນທີ່ໄດ້ຮັບຊາບໃນເບື້ອງຕົ້ນ ເກີດໄພນໍ້າຖ້ວມກະທົບຢູ່ 14 ແຂວງ, 63 ເມືອງ, 527 ບ້ານ, 26,562 ຄອບຄົວ, ເຮືອນເສຍຫາຍ ຈຳນວນ 2,709 ຫຼັງ (ໃນນັ້ນເສຍຫາຍ100% ຈໍານວນ 192 ຫຼັງ), ເສຍຊີວິດ 19 ຄົນ, ສູນຫາຍ 04 ຄົນ, ເນື້ອທີ່ທໍາການຜະລິດເສຍຫາຍ 24,516 ເຮັກຕາ, ໂຮງຮຽນ 14 ແຫ່ງ, ເສັ້ນທາງເສຍຫາຍ 111 ເສັ້ນ, ຂົວ 30 ແຫ່ງ. ປັດຈຸບັນ ຄະນະກຳມະການຄຸ້ມຄອງໄພພິບັດແຕ່ລະຂັ້ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ພວມສຸມໃສ່ໃຫ້ການຊ່ວຍເຫລືອບັນເທົາທຸກແກ່ຜູ້ປະສົບໄພພິບັດ, ແກ້ໄຂບັນດາພື້ນຖານໂຄງລ່າງເພື່ອໃຫ້ສາມາດກັບມານຳໃຊ້ໄດ້ເປັນປົກກະຕິ ແລະ ດຳເນີນການປະເມີນຜົນກະທົບທີ່ເກີດຂຶ້ນທັງຫມົດ.

ເນື່ອງຈາກວ່າຜົນກະທົບທີ່ເກີດຂຶ້ນເປັນວົງກວ້າງ ແລະ ກະທົບຢູ່ຫລາຍພື້ນທີ່ ແລະ ເພື່ອເປັນທ່າແຮງປະກອບສ່ວນໃນການຊ່ວຍເຫລືອຜູ້ປະສົບໄພພິບັດທີ່ເກີດຂຶ້ນ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈຶ່ງຂໍແຈ້ງມາຍັງ ບັນດາທ່ານ ຜູ້ອໍານວຍການບໍລິສັດ ລັດວິສາຫະກິດ, ເອກະຊົນ, ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ທຸກໆຂັ້ນ, ພະນັກງານ, ທະຫານ, ຕໍາຫລວດ, ປະຊາຊົນ, ຊາວຕ່າງດ້າວ, ຊາວຕ່າງປະເທດທີ່ອາໄສຢູ່ ພາຍໃນ ແລະ ຕ່າງປະເທດ ເພື່ອມີສ່ວນຮ່ວມໃນການປະກອບສ່ວນ ຊ່ວຍເຫລືອດ້ານງົບປະມານ, ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ແກ່ປະຊາຊົນທີ່ຖືກກະທົບ ຕາມຄວາມສະໝັກໃຈ. ສໍາລັບຜູ້ທີ່ປະສົງຢາກຮ່ວມບໍລິຈາກຊ່ວຍເຫຼືອຜູ້ປະສົບໄພພິບັດນໍ້າຖ້ວມໃນປີ 2025 ນີ້ ສາມາດປະສານມາຍັງ ກອງເລຂາຄະນະກຳມະການຄຸມໄພພິບັດຂັ້ນສູນກາງ, ກົມສັງຄົມສົງເຄາະ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ສຳນັກງານຕັ້ງຢູ່ ຕຶກອົງການປະກັນສັງຄົມແຫ່ງຊາດ, ຊັ້ນ ສີ່ (4)

(ເບີໂທຕິດຕໍ່: 020 22219355, 020 22451177, 020 58886555, 020 55565535) ຫລື ທ່ານໃດທີ່ມີປະສົງທີ່ຢາກຈະບໍລິຈາກ ກໍ່ສາມາດໂອນເງິນບໍລິຈາກຜ່ານບັນຊີທະນາຄານ ດັ່ງລາຍລະອຽດລຸ່ມນີ້:

ຊື່ທະນາຄານ: ທະນາຄານການຄ້າຕ່າງປະເທດລາວມະຫາຊົນ

  1. ເລກບັນຊີ 0101223417537 ອອກຊື່ CENTRAL DISATER MANAGEMENT FUND (ສະກຸນເງິນກີບ);
  2. ເລກບັນຊີ 0101223417779 ອອກຊື່ CENTRAL DISATER MANAGEMENT FUND (ສະກຸນເງິນໂດລາ);
  3. ເລກບັນຊີ 0101223417582 ອອກຊື່ CENTRAL DISATER MANAGEMENT FUND (ສະກຸນເງິນບາດ).

ດັ່ງນັ້ນ, ຈຶ່ງຮຽນແຈ້ງມາຍັງທຸກພາກສ່ວນໃນສັງຄົມ ເພື່ອປະກອບສ່ວນຊ່ວຍເຫລືອບັນເທົາທຸກຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດ ເພື່ອຮ່ວມຊ່ວຍກັນຊ່ວຍເຫລືອແກ້ໄຂສະພາບໃຫ້ກັບຄືນສູ່ສະພາບປົກະຕິໂດຍໄວ ໃນຄັ້ງນີ້ດ້ວຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments