The Sun ສື່ດັງຂອງອັງກິດ ລາຍງານວ່າ ແມນເຊັສເຕີ ຊິຕີ ຂາຍນັກເຕະອອກຈາກທີມໃນໄລຍະລະດູຮ້ອນນີ້ ສ້າງລາຍໄດ້ເຂົ້າສະໂມສອນທໍາລາຍສະຖິຕິຂອງ ເຊວຊີ ເມື່ອ 5 ປີກ່ອນ.

ແມນເຊສເຕີ ຊີຕີ ໃຊ້ເງິນຊື້ນັກເຕະໜ້າໃໝ່ມາເສີມທີມບໍ່ໜ້ອຍ ທັງ ເອີລິງ ຮາແລນ, ຮູລຽນ ອັນວາເຣສ ແລະ ຄາວິນ ຟີວລິບ ໃນຂະນະດຽວກັນ ກໍພະຍາຍາມທີ່ຈະດຶງ ມາກ ກູກູເຣຢາ ມາຮ່ວມທີມອີກຄົນດ້ວຍ.

ຢ່າງໃດກໍຕາມ ທີມຂາຍນັກເຕະສ້າງເງິນເຂົ້າສະໂມສອນໄປກວ່າ 174 ລ້ານປອນ ກັບການຂາຍນັກເຕະ 10 ຄົນ ທໍາລາຍສະຖິຕິເມື່ອລະດູຮ້ອນປີ 2017 ຂອງ ເຊວຊີ ທີ່ຂາຍນັກເຕະໄດ້ເງິນໄປ 166 ລ້ານປອນ.

ກາບຣຽວ ເຊຊຸສ (45 ລ້ານປອນ) ຣາຮິມ ສະເຕີລິ່ງ (47,5 ລ້ານປອນ) ແລະ ໂອເລັກຊານເດີ ຊິນເຊນໂກ (32 ລ້ານປອນ) ເປັນ 3 ນັກເຕະທີ່ສ້າງເງິນເຂົ້າສະໂມສອນຫຼາຍທີ່ສຸດ ນອກຈາກນີ້ ຍັງມີລາຍໄດ້ອີກ 29 ລ້ານປອນ ໃນການປ່ອຍ ເກວິນ ບາຊູນູ ແລະ ໂຣເມໂອ ລາເວຍ ໄປໃຫ້ ເຊົາແຮມຕັນ ລວມເຖິງ ເປໂດຣ ປໍໂຣ ທີ່ຍ້າຍໄປຢູ່ກັບ ສະປໍຕິງ ລິສບອນ ດ້ວຍຄ່າຕົວ 7 ລ້ານປອນ.

LEAVE A REPLY

Please enter your comment!
Please enter your name here