Wednesday, July 30, 2025
Homeຂ່າວໜ້າໜຶ່ງພິທີຖະແຫຼງຂ່າວ ການຮັບຮອງເອົາອຸທິຍານແຫ່ງຊາດຫີນໜາມໜໍ່ ເຂົ້າເປັນມໍຣະດົກໂລກ ທາງທຳມະຊາດ ແຫ່ງທຳອິດຂອງລາວ.

ພິທີຖະແຫຼງຂ່າວ ການຮັບຮອງເອົາອຸທິຍານແຫ່ງຊາດຫີນໜາມໜໍ່ ເຂົ້າເປັນມໍຣະດົກໂລກ ທາງທຳມະຊາດ ແຫ່ງທຳອິດຂອງລາວ.

—–

ພິທີຖະແຫຼງຂ່າວ ການຮັບຮອງເອົາອຸທິຍານແຫ່ງຊາດຫີນໜາມໜໍ່ ເມືອງບົວລະພາ ແຂວງຄໍາມ່ວນ ເຂົ້າເປັນມໍຣະດົກໂລກທາງທຳມະຊາດຮ່ວມຊາຍແດນ ກັບອຸທິຍານແຫ່ງຊາດຟອງຫຍາ-ແກບາງ ມໍຣະດົກໂລກທາງທຳມະຊາດ ແຂວງກວາງຈິ ສສ ຫວຽດນາມ ຈັດຂຶ້ນໃນຕອນບ່າຍວັນທີ 28 ກໍລະກົດ 2025 ທີ່ສະໂມສອນແຂວງຄໍາມ່ວນ ໂດຍມີ ທ່ານ ນາງ ສວນສະຫວັນ ວິຍາເກດ ລັດຖະມົນຕີ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ປະທານຄະນະກຳມະການຄຸ້ມຄອງມໍຣະດົກແຫ່ງຊາດ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ຮວ່າງນາມ ຮອງປະທານ ຜູ້ປະຈຳການຄະນະກຳມະການປະຊາຊົນແຂວງກວາງຈິ, ທ່ານ ແວເນີ ໂກເລ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງສະຫະພັນເຢຍລະມັນປະຈໍາລາວ, ມີບັນດາຮອງລັດຖະມົນຕີ, ຮອງເຈົ້າແຂວງ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ວັນໄຊ ພອງສະຫວັນ ໄດ້ຖະແຫຼງຂ່າວວ່າ : ການຮັບຮອງເອົາອຸທິຍານແຫ່ງຊາດ ຫີນໜາມໜໍ່ ເຂົ້າເປັນມໍຣະດົກໂລກທາງທຳມະຊາດ ແມ່ນຜ່ານຂະບວນວິວັດການກະກຽມທີ່ຍືດເຍື້ອຍາວນານ, ແມ່ນຄວາມພະຍາຍາມ, ເອົາໃຈໃສ່ຂອງລັດຖະບານ ສປປ ລາວ, ອົງການປົກຄອງທ້ອງຖິ່ນ, ການຊ່ວຍເຫຼືອຂອງປະເທດເພື່ອນມິດ ສສ ຫວຽດນາມ, ການຊ່ວຍເຫຼືອສະໜັບສະໜູນຂອງລັດຖະບານເຢຍລະມັນ, ອົງການພັດທະນາແຫ່ງປະເທດເຢຍລະມັນ ແລະ ການສະໜັບສະໜູນຢ່າງແຂງແຮງຂອງບັນດາອົງການຈັດຕັ້ງສາກົນຕ່າງໆ ແລະ ບັນດານັກຊ່ຽວຊານ ພາຍໃນ ແລະ ຕ່າງປະເທດ ເຊິ່ງໃຊ້ເວລາຫຼາຍປີໃນການສຳຫຼວດ, ການເກັບຂໍ້ມູນວິຊາການ, ການຄົ້ນຄວ້າປຶກສາຫາລື ແລະ ການຮ່ວມມືຫຼາຍຝ່າຍ ກ່ອນຈະສະເໜີເຖິງອົງການອຸຍແນັດສະໂກ ພິຈາລະນາ.

ການຮັບຮອງເອົາອຸທິຍານແຫ່ງຊາດຫີນໜາມໝໍ່ ເມືອງບົວລະພາ ແຂວງຄຳມ່ວນ ເຂົ້າເປັນມໍຣະດົກໂລກທາງທຳມະຊາດ ຢ່າງເປັນທາງການ ໃນກອງປະຊຸມຄະນະກຳມະການມໍຣະດົກໂລກ ຄັ້ງທີ 47 ໃນວັນທີ 13 ກໍລະກົດ 2025 ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ ແມ່ນເປັນການສະແດງເຖິງໝາກຜົນ, ຜົນງານອັນໃຫຍ່ຫຼວງ ຂອງການພົວພັນຮ່ວມມື ແລະ ເຮັດວຽກຮ່ວມກັນຢ່າງໃກ້ຊິດຂອງສອງຝ່າຍ ແລະ ຫຼາຍຝ່າຍ, ບໍ່ພຽງແຕ່ເປັນກຽດສັກສີຂອງແຂວງຄຳມ່ວນເທົ່ານັ້ນ ແຕ່ແມ່ນຄວາມພາກພູມໃຈຂອງປະຊາຊົນລາວບັນດາເຜົ່າ ແລະ ຊາວໂລກ ໃນການອະນຸລັກ ແລະ ການປົກປັກຮັກສາມໍຣະດົກທາງທຳມະຊາດທີ່ຫາຍາກ ແລະ ມີຄຸນຄ່າລະດັບສາກົນ; ອຸທິຍານແຫ່ງຊາດຫີນໜາມໜໍ່ ເປັນພື້ນທີ່ ທີ່ມີຄວາມຫຼາກຫຼາຍ, ມີສັດປ່າ ແລະ ຊີວະນາໆ ພັນອັນມະຫັດສະຈັນ ທີ່ບໍ່ສາມາດພົບເຫັນໄດ້ທົ່ວໄປໃນໂລກ ແຕ່ສິ່ງເຫຼົ່ານັ້ນຍັງຄົງມີຢູ່ໃນເຂດອຸທິຍານແຫ່ງນີ້ເທົ່ານັ້ນ ເຊິ່ງເປັນຫຼັກຖານໃຫ້ຮູ້ວ່າ ຢູ່ແຂວງຄຳມ່ວນ ສປປ ລາວ ມີມໍຣະດົກທາງທຳມະຊາດ ແລະ ສິ່ງແວດລ້ອມທີ່ມີຄວາມໝາຍລະດັບໂລກ.

ທ່ານ ລິນຄຳ ດວງສະຫວັນ ກ່າວໃນພິທີວ່າ : ເພື່ອສືບຕໍ່ປົກປັກຮັກສາ ແລະ ສ້າງຄວາມເຊື່ອໝັ້ນ ຕໍ່ກັບວຽກງານການອະນຸລັກ ແລະ ປົກປັກຮັກສາ ເຂດອຸທິຍານແຫ່ງຊາດຫີນໜາມໜໍ່ ກໍ່ຄືເຂດມໍຣະດົກໂລກທາງທຳມະຊາດ, ໃນນາມຂະແໜງການຮັບຜິດຊອບຄຸ້ມຄອງວຽກງານດັ່ງກ່າວ ຈະໄດ້ຮ່ວມກັບທ້ອງຖິ່ນສຸມໃສ່ຄົ້ນຄວ້າ ປັບປຸງກົງຈັກການຈັດຕັ້ງ, ບັນຈຸສັບຊ້ອນ ແລະ ພັດທະນາບຸກຄະລາກອນ ໃຫ້ມີຄວາມເຂັ້ມແຂງ; ປະສານສົມທົບສ້າງແຜນງານ, ໂຄງການຮ່ວມກັບ ສສ ຫວຽດນາມ; ພ້ອມທັງສືບຕໍ່ຊຸກຍູ້, ສົ່ງເສີມ ແລະ ຂົນຂວາຍ ຊອກຫາແຫຼ່ງທຶນ ສະໜັບສະໜູນ ການຈັດຕັ້ງປະຕິບັດແຜນງານ ແລະ ໂຄງການຕ່າງໆ ຕາມກອບແຜນດໍາເນີນງານ ແລະ ຮຽກຮ້ອງມາຍັງທຸກພາກສ່ວນ ທີ່ກ່ຽວຂ້ອງ ຍົກສູງຄວາມເປັນເຈົ້າການ ໃນການຄຸ້ມຄອງ, ປົກປັກຮັກສາປ່າໄມ້, ທີ່ດິນປ່າ ໄມ້ ແລະ ຊັບພະຍາກອນທຳມະຊາດ ໃຫ້ມີຄວາມຍືນຍົງ ແລະ ບັນລຸໄດ້ຕາມເປົ້າໝາຍ ຍຸດທະສາດການເຕີບໂຕສີຂຽວແຫ່ງຊາດ ແລະ ຍຸດທະສາດປ່າໄມ້ ຮອດປີ 2035 ແລະ ວິໄສທັດ ຮອດປີ 2050 ແລະ ປົກປັກຮັກສາທີ່ດິນປ່າໄມ້ ແລະ ເພີ່ມຄວາມປົກຫຸ້ມປ່າໄມ້ ໃຫ້ໄດ້ 70% ຂອງເນື້ອທີ່ທົ່ວປະເທດ.

ສໍາລັບ ພິທີສະເຫຼີມສະຫຼອງອຸທິຍານແຫ່ງຊາດຫີນໜາມໜໍ່ ເຂົ້າເປັນມໍຣະດົກໂລກທາງທຳມະຊາດແຫ່ງທຳອິດຂອງ ສປປ ລາວ ແລະ ເປັນມໍຣະດົກໂລກຮ່ວມຊາຍແດນແຫ່ງທຳອິດຂອງພາກພື້ນຢ່າງເປັນທາງການ ຈະໄດ້ຈັດຂື້ນໃນທ້າຍປີ 2025 ນີ້.

ພ້ອມກັນນັ້ນຍັງໄດ້ຮັບຟັງການຖະແຫຼງການຮ່ວມຂອງ ທ່ານ ແວເນີ ໂກເລ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງສະຫະພັນເຢຍລະມັນປະຈໍາລາວ, ທ່ານ ຮວ່າງນາມ ຮອງປະທານ ຜູ້ປະຈຳການຄະນະກຳມະການປະຊາຊົນແຂວງກວາງຈິຕື່ມອີກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments