Home ຂ່າວການເມືອງ ຄະນະຜູ້ແທນກົງສູນໃຫຍ່ ສສຫວຽດນາມ ປະຈໍາພາກໃຕ້ລາວ ວາງພວງມາລາ ຢູ່ອະນຸສາວະລີ ຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ

ຄະນະຜູ້ແທນກົງສູນໃຫຍ່ ສສຫວຽດນາມ ປະຈໍາພາກໃຕ້ລາວ ວາງພວງມາລາ ຢູ່ອະນຸສາວະລີ ຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ

0
5

ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນນັກຮົບເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 78 ປີ (27/71947 – 27/7/2025), ໃນຕອນເຊົ້າວັນທີ 27 ກໍລະກົດ 2025 ນີ້ຄະນະຜູ້ແທນກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກໃຕ້ລາວ , ນໍາໂດຍທ່ານນາງ ຕ້າເຟືອງຢຸງ (Ta Phuong Dung), ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກໃຕ້ລາວ, ພ້ອມຄະນະ ໄດ້ເຂົ້າວາງພວງມາລາ, ທູບ-ທຽນ ທີ່ອະນຸສາວະລີ ຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ ຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ ທັງນີ້ກໍເພື່ອລະນຶກວັນນັກຮົບເສຍສະຫຼະຊີວິດເພື່ອຊາດ.

ເຂົ້າຮ່ວມພິທີ ຍັງມີຜູ້ຕາງໜ້າສະມາຄົມຊາວຫວຽດນາມ ປະຈຳແຂວງຈຳປາສັກ; ຜູ້ຕາງໜ້າສະມາຄົມວິສາຫະກິດ ຫວຽດນາມ ແລະ ຜູ້ຕາງໜ້າພະແນກອຸດສາຫະກຳ ແລະ ການຄ້າ ນະຄອນ ດານັງ ປະຈຳ ພາກໃຕ້ລາວ.

ໃນພິທີ, ບັນດາຜູ້ແທນໄດ້ທົບທວນຄືນມູນເຊື້ອຕໍ່ສູ້ ອັນກ້າຫານ ແລະມິດຕະພາບອັນບໍລິສຸດສັດຊື່ ຕິດພັນຢ່າງສະໜິດແໜ້ນໃນການເດີນຂະບວນປະຕິວັດອັນສະຫງ່າລາສີຂອງສອງປະເທດ. ທ່ານນາງ ຕ້າເຟືອງຢຸງ ເນັ້ນໜັກວ່າ, ນີ້ບໍ່ພຽງແຕ່ແມ່ນການເຄື່ອນໄຫວການເມືອງທີ່ສຳຄັນເທົ່ານັ້ນ, ແຕ່ຍັງເປັນການສະແດງອອກຢ່າງເລິກເຊິ່ງກ່ຽວກັບຮີດຄອງປະເພນີ “ຄັນເຈົ້າມີເຮືອນແລ້ວຢ່າລືມແພໄມ້ໃຜ່”, “ຕອບບຸນແທນຄຸນ”, ບັນດາຄຸນຄ່າທີ່ໄດ້ຝຶກຝົນຫຼໍ່ຫຼອມໃນປະຫວັດສາດນັບພັນປີຂອງຊາວ ຫວຽດນາມ.

ທ່ານນາງ ຕ້າເຟືອງຢຸງ ເຊື່ອໝັ້ນວ່າ: ຄົນຮຸ່ນຫຼັງຈະສືບຕໍ່ຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ – ລາວ ທີ່ສົມຄວນໄດ້ຮັບການເສຍສະຫຼະຂອງຄົນຮຸ່ນນກ່ອນ.

ໃນບັນຍາກາດອັນສະຫງ່າລາສີທີ່ອະນຸສາວະລີ ທີ່ເປັນສັນຍາລັກແຫ່ງຄວາມສາມັກຄີແບບພິເສດລະຫວ່າງປະຊາຊົນສອງປະເທດ ລາວ – ຫວຽດນາມ, ບັນດາຜູ້ແທນໄດ້ ກົ້ມຫົວໄວ້ອາໄລໜຶ່ງນາທີ ເຄົາລົບລະນຶກເຖິງວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ – ຜູ້ເສຍສະຫຼະຊີວິດເພື່ອເອກະລາດ, ເສລີພາບ ແລະ ອຸດົມການປະຕິວັດຂອງປະຊາຊົນສອງປະເທດ.

———

ຂ່າວ-ພາບ: ຈັນທະວີສັກ

NO COMMENTS

LEAVE A REPLY

Please enter your comment!
Please enter your name here