ວິທະຍຸສາກົນແຫ່ງ ສປ ຈີນ, ວັນທີ 22 ກໍລະກົດນີ້, ການເຄື່ອນໄຫວ ລາດຕະເວນຮ່ວມ ເພື່ອບັງຄັບໃຊ້ ກົດໝາຍ ຕາມແມ່ນ້ຳຂອງ ລະຫວ່າງ ສປ ຈີນ, ສປປ ລາວ, ມຽນມາ ແລະ ໄທ ຄັ້ງທີ 155 ເລີ່ມຕົ້ນຂຶ້ນ ຢ່າງເປັນທາງການ. ການເຄື່ອນໄຫວຄັ້ງນີ້ ຈະດຳເນີນການບັງຄັບໃຊ້ ກົດໝາຍຮ່ວມ ຊະນິດຕ່າງໆ ເຊັ່ນ: ກວດສອບ ຢາເສບຕິດ ທາງບົກ ແລະ ທາງນ້ຳ, ຝຶກອົບຮົມຮ່ວມກັນ ແລະ ອື່ນໆ ຢູ່ເຂດສຳຄັນ ຂອງແມ່ນ້ຳຂອງ, ສຸມຄວາມພະຍາຍາມ ຮ່ວມກັນ ເພື່ອປາບປາມ ອາດຊະຍາກຳ ຂ້າມຊາດ ທີ່ຜິດກົດໝາຍ ປະເພດຕ່າງໆ ເຊັ່ນ: ຢາເສບຕິດ, ຫລອກລວງ, ການຄ້າເຖື່ອນ ແລະ ການເຂົ້າເມືອງ ຜິດກົດໝາຍ ເປັນຕົ້ນ. ການເຄື່ອນໄຫວຄັ້ງນີ້ ຈະດຳເນີນ ເປັນເວລາ 4 ວັນ 3 ຄືນ, ໃນໄລຍະນີ້, ພາກສ່ວນບັງຄັບໃຊ້ ກົດໝາຍ ທີ່ກ່ຽວຂ້ອງ ຂອງ ສປ ຈີນ, ສປປ ລາວ, ມຽນມາ ແລະ ໄທ ຍັງຈະຈັດກອງປະຊຸມ ແລກປ່ຽນ ຂໍ້ມູນຫລາຍຝ່າຍ ເພື່ອປຶກສາຫາລື ຈຸດສຸມໃນການຮ່ວມມື ບັງຄັບໃຊ້ກົດໝາຍ ກ່ຽວກັບ ສະຖານະການ ຄວາມໝັ້ນຄົງ ຕາມລ່ອງແມ່ນ້ຳຂອງ ໃນຕໍ່ໜ້າ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ