Tuesday, July 22, 2025
Homeຂ່າວພາຍໃນ6 ເດືອນຕົ້ນ ດ່ານສາກົນນາເພົ້າເກັບລາຍຮັບໄດ້ 334,8 ຕື້ກວ່າກີບ

6 ເດືອນຕົ້ນ ດ່ານສາກົນນາເພົ້າເກັບລາຍຮັບໄດ້ 334,8 ຕື້ກວ່າກີບ

ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ການຈັດເກັບລາຍຮັບໃນໄລຍະ 06 ເດືອນຕົ້ນປີ 2025, ດ່ານພາສີສາກົນນາເພົ້າ ແຂວງຄຳມ່ວນ ສາມາດເກັບລາຍ 334,8 ຕື້ກວ່າກີບ ເທົ່າກັບ 168,26% ຂອງແຜນການ (199 ຕື້ກີບ). ໃນຂະຍະທີ່ ດ່ານພາສີສາກົນນາເພົ້າ ໄດ້ຮັບຕົວເລກມອບໝາຍຈາກກະຊວງການເງິນ ໃນປີ 2025 ຈຳນວນ 398 ຕື້ກີບ, ທຽບໃສ່ໄລຍະດຽວຂອງປີຜ່ານມາຈໍານວນ 305 ຕື້ກີບ, ເພີ່ມຂຶ້ນ 30,49%.

ທ່ານ ສຸພັດ ສຸແສງໄທ ຮັກສາການຫົວໜ້າຄະນະຄຸ້ມຄອງດ່ານສາກົນນາເພົ້າ ໄດ້ລາຍງານເມື່ອບໍ່ດົນມານີ້ວ່າ: ລາຍຮັບຈາກໝວດສິນຄ້າຕົ້ນຕໍ ທີ່ໄດ້ລື່ນແຜນປະກອບມີ: ຄ່າຊັກພິເສດ ຂາອອກ ປະຕິບັດໄດ້ 235,9 ຕື້ກວ່າກີບ; ປະເພດພາຫະນະ ປະຕິບັດໄດ້ 3,1 ຕື້ກວ່າກີບ; ສິ້ນສ່ວນ-ອາໄຫລ່ ປະຕິບັດໄດ້ 1,8 ຕື້ກວ່າກີບ; ເຄື່ອງກໍ່ສ້າງປະຕິບັດໄດ້ 3,2 ຕື້ກວ່າກີບ; ເຄື່ອງໃຊ້ດ້ວຍໄຟຟ້າ ປະຕິບັດໄດ້ 3,7 ຕື້ກວ່າກີບ; ເຄື່ອງອຸປະໂພກ-ບໍລິໂພກ ປະຕິບັດໄດ້ 3,8 ຕື້ກວ່າກີບ; ສິນຄ້າຕາມສັນຍາອາຊຽນ 42 FORM-D ປະຕິບັດໄດ້ 42,9 ຕື້ກວ່າກີບ; ສິນຄ້າຕາມສັນຍາສອງຝ່າຍ 43 FORM-S ປະຕິບັດໄດ້ 4,5 ຕື້ກວ່າກີບ. ສຳລັບລາຍຮັບຈາກໝວດສິນຄ້າຕົ້ນຕໍ ທີ່ໄດ້ຫລຸດແຜນປະກອບມີປະເພດ ນໍ້າມັນເຊື້ອໄຟ; ຄ່າທໍານຽມຕ່າງໆ; ຄ່າປັບໃໝ ແລະ ຂາຍເຄື່ອງຮິບ.

ທ່ານ ສຸພັດ ສຸແສງໄທ ໃຫ້ຮູ້ຕື່ມວ່າ: ສາຍເຫດທີ່ພາໃຫ້ເກັບລາຍຮັບໄດ້ລື່ນແຜນການໃນ 06 ເດືອນຕົ້ນປີຜ່ານມາ ແມ່ນໄດ້ຈາກການສົ່ງອອກສິນຄ້າປະເພດແຮ່ທາດຕ່າງໆ ເພີ່ມຂຶ້ນ, ການນໍາເຂົ້າສິນຄ້າຕາມສັນຍາອາຊຽນເພີ່ມຂຶ້ນ, ສິນຄ້າປະເພດ ອາໄຫລ່, ເຄື່ອງກໍ່ສ້າງ, ເຄື່ອງໄຟຟ້າ ແລະ ເຄື່ອງອຸປະໂພກ-ບໍລິໂພກ ກໍເພີ່ມຂຶ້ນເຊັ່ນດຽວກັນ. ຄຽງຄູ່ກັບການເພີ່ມຂຶ້ນສະຖິຕິການນໍາເຂົ້າສິນຄ້າ, ບາງໝວດກໍຫລຸດລົງຫລາຍປະເພດສິນຄ້າ ເຊັ່ນ: ນໍ້າມັນເຊື້ອໄຟ ແລະ ຄ່າທໍານຽມຕ່າງໆ ຍ້ອນສະພາບເສັ້ນທາງເປ່ເພ ກະທົບຕໍ່ການຂົນສົ່ງສິນຄ້າ ເສດຖະກິດພາຍໃນປະເທດ ແລະ ຂອງໂລກ, ອັດຕາເງິນເຟີ້ ເພີ່ມທະວີສູງຂຶ້ນເລື້ອຍໆ. ພ້ອມນີ້, ການປະຕິບັດມູນຄ່າແຈ້ງຕາມລາຄາຊື້-ຂາຍຕົວຈິງ ຍັງບໍ່ທັນຄຸ້ມຄອງໄດ້ຢ່າງມີປະສິດທິພາບ ຄຽງຄູ່ກັບຂໍ້ສະດວກຍັງມີຫຍຸ້ງຍາກຈໍານວນໜຶ່ງທີ່ຕ້ອງໄດ້ສືບຕໍ່ແກ້ໄຂ ເນື່ອງຈາກການໃຊ້ລະບົບທີ່ທັນສະໄໜ ເຂົ້າໃນການບໍລິການ ຖ້າລະບົບສັນຍານອິນເຕີເນັດຂັດຂ້ອງ ແມ່ນເຮັດໃຫ້ພົບຄວາມຫຍຸ້ງຍາກຫລາຍ ແລະ ລະບົບເຄືອຂ່າຍສາຍໄຍແກ້ວທາງດ່ານ ກໍມີພຽງເຄືອຂ່າຍດຽວຂອງບໍລິສັດ ລາວໂທລະຄົມ. ນອກຈາກນີ້, ການສຶກສາອົບຮົມແນວຄິດ ເຖິງວ່າໄດ້ເຮັດຢ່າງຕໍ່ເນື່ອງ, ແຕ່ການຫັນປ່ຽນຕົວຈິງກໍຍັງມີໜ້ອຍ ເປັນຕົ້ນ ການບຸກທະລຸທາງດ້ານຈິນຕະນາການ ຍັງບໍ່ທັນໄດ້ຮັບການຈັດຕັ້ງປະຕິບັດຢ່າງເດັດຂາດ, ພະນັກງານສະມາຊິກພັກຈໍານວນໜຶ່ງ, ຄວາມຮູ້-ຄວາມສາມາດ, ປະສົບການຍັງມີຈໍາກັດ, ຄວາມເປັນແບບຢ່າງນຳພາຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ, ການປະຕິບັດມູນຄ່າແຈ້ງພາສີຕາມລາຄາຊື້-ຂາຍຕົວຈິງ ຍັງບໍ່ສາມາດຄຸ້ມຄອງໄດ້ຢ່າງມີປະສິດທິພາບ, ສ່ວນຫລາຍແມ່ນໄດ້ເຍືອງເບິ່ງລາຄາຂອງສອງດ່ານ, ດ່ານນໍ້າພາວ ແລະ ດ່ານແດນສະຫວັນ. ສໍາລັບຕົວເລກຄາດຄະເນລາຍຮັບໃນໄລຍະ 06 ເດືອນທ້າຍປີ 2025 ຈະປະຕິບັດໃຫ້ໄດ້ 117,8 ຕື້ກວ່າກີບ ແລະ ຄາດຄະເນຕົວເລກປະຕິບັດລາຍຮັບໝົດປີ 2025 ໃຫ້ໄດ້ 452,6 ຕື້ກວ່າກີບ.

ຂ່າວ-ພາບ: ແດງສະຫວັດ ແສນພານິດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments