Home ຂ່າວໜ້າໜຶ່ງ ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

0
4

ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ 2 ວັນ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະ ບານ,ບັນດາທ່ານເຈົ້າແຂວງ,ເຈົ້າຄອງນະຄອນຫຼວງວຽງຈັນ,ຜູ້ຕາງໜ້າສະພາແຫ່ງຊາດ, ອົງການຈັດຕັ້ງພັກ-ລັດ ທຽບເທົ່າກະຊວງ,ສູນກາງແນວລາວສ້າງຊາດ,ອົງການຕຸລາການ,ສະຫະພັນນັກຮົບເກົ່າລາວ, ບັນດາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ອົງການກວດກາແຫ່ງລັດແລະອົງການກວດສອບແຫ່ງລັດເຂົ້າຮ່ວມ.

ພາຍຫລັງສໍາເລັດກອງປະຊຸມທ່ານ ສອນໄຊ ສິດພະໄຊ, ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ໂຄສົກລັດຖະບານໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມຄັ້ງນີ້ວ່າ: ກອງປະ ຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາເຫັນ ແລະ ພິຈາລະນາ ຮັບຮອງເອົາບັນດາຫົວຂໍ້ສໍາຄັນ ຄື:

ວາລະທີ 1.ກອງປະຊຸມໄດ້ພິຈາລະນາເຫັນດີດ້ານຫຼັກການຮັບຮອງເອົາບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຕົວຈິງໃນໄລຍະ 6 ເດືອນຕົ້ນປີ ແລະ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025 ຂອງລັດຖະບານ ໃນນີ້ຕໍ່ການສະຫຼຸບວຽກງານ 6 ເດືອນຕົ້ນປີ 2025 ຂອງລັດຖະບານເຫັນວ່າ ທົ່ວປະເທດ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ,ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວໃນລະດັບ 4.5%,ສາມາດເກັບລາຍຮັບງົບປະມານ ໄດ້37,758 ຕື້ກີບ ເທົ່າກັບ 55% ຂອງແຜນການປີ, ແຜນລາຍຈ່າຍປະຕິບັດໄດ້ 28,223 ຕື້ກີບ ເທົ່າກັບ 39% ຂອງແຜນການປີໂດຍໄດ້ສຸມໃສ່ລາຍຈ່າຍທີ່ເປັນບູລິມະສິດ ເປັນຕົ້ນ ການເບີກຈ່າຍເງິນເດືອນ, ເງິນອຸດໜູນຄ່າຄອງຊີບໃຫ້ພະນັກງງານ-ລັດຖະກອນ, ທະຫານ, ຕຳຫຼວດ, ພະນັກງານບຳນານ ແລະ ຜູ້ເສຍອົງຄະ, ທັງປະຕິບັດເງິນອຸດໜູນຕໍ່ຄູອາສາສະໜັກ ແລະ ເງິນເດືອນຂັ້ນຕໍ່າຂອງພະນັກງານ-ລັດຖະກອນ; ການແກ້ໄຂໜີ້ສິນພາຍໃນ ແລະ ຕ່າງປະເທດປະຕິບັດໄດ້ຕາມສັນຍາ; ອັດຕາເງິນເຟີ້ ຫຼຸດລົງເປັນແຕ່ລະເດືອນສະເລ່ຍ 6 ເດືອນຕົ້ນປີ ຢູ່ໃນລະດັບ 11%, ຄາດວ່າໝົດປີອັດຕາເງິນເຟີ້ຈະຢູ່ໃນລະດັບບໍ່ເກີນ 1 ຕົວເລກ; ຄັງສໍາຮອງເງິນຕາຕ່າງປະເທດ ກຸ້ມການນໍາເຂົ້າ 4.9ເດືອນ ຊຶ່ງທ້າຍປີ 2025 ຄາດວ່າຈະສາມາດກຸ້ມການນໍາເຂົ້າບໍ່ຫຼຸດ 5 ເດືອນ; ໄດ້ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫຼາດ ເຮັດໃຫ້ລາຄາສິນຄ້າເໜັງຕີງບໍ່ຫຼາຍຊຶ່ງມີທ່າອ່ຽງດີຂຶ້ນ, ພ້ອມກັນນັ້ນ ກໍ່ໄດ້ກະກຽມປະຕິບັດໂຄງການສ້າງສາງນໍ້າມັນເຊື້ອໄຟ; ໄດ້ຊຸກຍູ້ສົ່ງເສີມການຜະລິດເຂົ້ານາແຊງ ສາມາດປະຕິບັດໄດ້ ໃນເນື້ອທີ່ 84,700 ກວ່າເຮັກຕາ, ຜົນຜະລິດໄດ້ 423,800 ກວ່າໂຕນ, ເທົ່າກັບ 94% ຂອງແຜນການປີ. ນອກນັ້ນ ຍັງສົ່ງເສີມການຜະລິດກະສິກໍາ ສົ່ງອອກເປັນສິນຄ້າ ທົດແທນການນຳເຂົ້າ ເປັນຕົ້ນ ພືດຜັກ, ໝາກໄມ້, ປາ, ສັດໃຫຍ່ ແລະ ອື່ນໆ ໂດຍສາມາດສົ່ງສິນຄ້າກະສິກຳ-ປ່າໄມ້ ບັນລຸ1,120 ລ້ານກວ່າໂດລາ ເທົ່າກັບ 75% ຂອງແຜນການປີ; ສຸມໃສ່ຄຸ້ມຄອງ, ຕິດຕາມ ແລະ ກວດກາໂຄງການແຮ່ທາດ ທີ່ໄດ້ອະນຸມັດຜ່ານມາ ໂດຍໄດ້ອອກຄຳສັ່ງ ສະບັບເລກທີ 06/ນຍ, ທັງປະຕິບັດມາດຕະການໂຈະການພິຈາລະນາໂຄງການໃໝ່ຕາມແຈ້ງການ 1090/ຫສນຍ ສໍາລັບແຮ່ໂລຫະທາດ ຢ່າງເຂັ້ມງວດ ແລະ ໄດ້ສືບຕໍ່ສຸມໃສ່ກວດກາໂຄງການແຮ່ຄຳ, ແຮ່ຫາຍາກ ແລະ ແຮ່ທາດອື່ນໆ ທີ່ໄດ້ຮັບອະນຸຍາດຜ່ານມາ ແລະ ປະຕິບັດມາດຕະການເຂັ້ມງວດ, ເດັດຂາດຕໍ່ໂຄງການທີ່ລະເມີດສັນຍາ, ສ້າງຜົນກະທົບບໍ່ດີຕໍ່ສິ່ງແວດລ້ອມ-ສັງຄົມ, ລວມທັງ ໂຄງການທີ່ລາຍງານຂໍ້ມູນຜົນການຜະລິດ ບໍ່ຖືກກັບຄວາມເປັນຈິງ ຊຶ່ງເຮັດໃຫ້ການເຄື່ອນໄຫວວຽກງານດັ່ງກ່າວ ນັບມື້ມີຄວາມເຂັ້ມງວດ ແລະ ເດັດຂາດຫຼາຍຂຶ້ນ; ແກ້ໄຂຍານພາຫະນະທີ່ນຳເຂົ້າບໍ່ຖືກຕ້ອງແລະ ຄຸ້ມຄອງລົດລັດ ຕາມດຳລັດ 599/ລບ ແລະ ຂໍ້ຕົກລົງ 169/ນຍ ມີຄວາມຄືບໜ້າເປັນກ້າວໆ; ຄົ້ນຄວ້າ ແລະ ສະເໜີທິດທາງປັບປຸງການປະຕິຮູບລັດວິສາຫະກິດຈຳນວນໜຶ່ງ ຊຶ່ງກົມການເມືອງສູນກາງພັກ ໄດ້ຕົກລົງເຫັນດີດ້ານຫຼັກການແລ້ວ; ສຸມໃສ່ແກ້ໄຂສະພາບຂາດເຂີນໄຟຟ້າ ແລະ ໄດ້ເລັ່ງຊຸກຍູ້ໂຄງການແຫຼ່ງຜະລິດທີ່ຈັດໃນບຸລິມະສິດ; ສຸມໃສ່ປະຕິບັດໂຄງການປັບປຸງ ແລະ ຍົກລະດັບໂຄງລ່າງພື້ນຖານດ້ານຄົມມະນາຄົມ ແລະ ຂົນສົ່ງເພື່ອເຊື່ອມຈອດ-ເຊື່ອມໂຍງຢູ່ພາຍໃນປະເທດ, ກັບພາກພື້ນ ແລະ ສາກົນ, ທັງອຳນວຍຄວາມສະດວກ ແລະ ຫຼຸດຕົ້ນທຶນການຜະລິດ, ການບໍລິການ, ການຄ້າແລະ ການລົງທຶນ ເປັນຕົ້ນເສັ້ນທາງ ສີໄຄ-ໂພນໂຮງ, ເສັ້ນທາງເລກທີ 13 ໃຕ້, ຂົວຂ້າມນໍ້າຂອງຫ້ວຍແກ້ວ-ກ້ອນຕືນ ແຂວງບໍ່ແກ້ວ ສຳເລັດ 98%, ຂົົວຂ້າມນໍ້າຂອງ ປາກຊັນ-ບຶງການ ສຳເລັດ 97%, ຂົວ 12 ແຫ່ງ ຕາມເສັ້ນທາງ ຈຳປາສັກ-ສາລະວັນ ສຳເລັດ 61%; ຊຸກຍູ້ໂຄງການກໍ່ສ້າງທາງດ່ວນທີ່ໄດ້ເຊັນ MOU ຜ່ານມາ ເປັນຕົ້ນທາງດ່ວນລາວ-ຈີນ (ຊ່ວງແຕ່ແຂວງອຸດົມໄຊ-ຊາຍແດນບໍ່ເຕ່ນ), ທາງດ່ວນ ວຽງຈັນ-ຮ່າໂນ້ຍ, ທາງລົດໄຟວຽງຈັນ-ທ່າແຂກ-ຫວຸງອ່າງ. ນອກນັ້ນ ກຳລັງເລັ່ງສ້າງແຜນປັບປຸງ-ກໍ່ສ້າງເສັ້ນທາງ ແລະ ຂົວ ເປັນຕົ້ນ ເສັ້ນທາງເລກທີ 13 ເໜືອ, ຂົວຂ້າມນໍ້າຂອງຊຽງແມນ-ຫຼວງພະບາງ, ຂົວມິດຕະພາບລາວ-ໄທ ແຫ່ງທີ 6 ສາລະວັນ-ອຸບົນຣາດຊະທານີ ແລະ ທາງຫຼວງທ້ອງຖິ່ນອື່ນໆຕື່ມອີກ;ສາມາດຂຶ້ນທະບຽນອອກໃບຕາດິນໄດ້ 76,900ກວ່າຕອນ ເທົ່າກັບ 26% ຂອງແຜນການປີ; ສືບຕໍ່ສຸມໃສ່ແກ້ໄຂສະພາບຂາດຄູສອນ ໂດຍສຸມໃສ່ປະຕິບັດຕາມນະໂຍບາຍ ແລະ ມາດຕະການທີ່ລັດຖະບານ ໄດ້ກຳນົດໃນມະຕິ 09/ລບ ເປັນຕົ້ນ ເພີ່ມເງິນເບ້ຍລ້ຽງໃຫ້ນັກສຶກສາທີ່ຮຽນສາຍຄູ, ການກຳນົດໂຄຕ້າຄູສອນ ໃຫ້ສອດຄ່ອງກັບແຜນກໍ່ສ້າງຄູ, ຫັນຄູອາສາສະໝັກເຂົ້າເປັນລັດຖະກອນຄູ ແລະ ການທົດແທນຄູທີ່ສູນເສຍດ້ວຍຮູບການຕ່າງໆ, ທັງປະຕິບັດນະໂຍບາຍເອົາຄູອາສາສະໝັກເຂົ້າບັນຈຸເປັນທະຫານພັນທະແຕ່ປະຕິບັດໜ້າທີ່ຄູສອນ; ປັບປຸງ ແລະ ຍົກລະດັບຕາໜ່າງການບໍລິການສາທາລະນະສຸກໃນທົ່ວປະເທດ ໂດຍກໍ່ສ້າງຍົກລະດັບພື້ນຖານໂຄງລ່າງ ແລະ ພັດທະນາບຸກຄະລາກອນທາງການແພດ ທັງຢູ່ສູນກາງ ແລະທ້ອງຖິ່ນ; ສຸມໃສ່ປັບປຸງກົງຈັກການຈັດຕັ້ງ ຕາມມະຕິຂອງສູນກາງພັກ ເລກທີ 03/ຄບສພ ແລະ ມະຕິຂອງສະພາແຫ່ງຊາດ ເລກທີ 05/ສພຊ ຊຶ່ງຂັ້ນສູນກາງ ແມ່ນສໍາເລັດໂດຍພື້ນຖານ ແລະ ກໍາລັງສືບຕໍ່ໃນຂັ້ນທ້ອງຖິ່ນ; ໄດ້ເອົາໃຈໃສ່ເພີ່ມທະວີການຮ່ວມມືກັບບັນດາປະເທດເພື່ອນມິດ ແລະ ຄູ່ຮ່ວມພັດທະນາ ໂດຍເປັນເຈົ້າການເຂົ້າຮ່ວມ ແລະ ຈັດຕັ້ງປະຕິບັດ ຂອບການຮ່ວມມືຕ່າງໆຂອງສາກົນ ຊຶ່ງໄດ້ນໍາເອົາຜົນປະໂຫຍດ ແລະ ໝາກຜົນສຳເລັດຕົວຈິງມາໃຫ້ປະເທດຫຼາຍຂຶ້ນ ທັງສາມາດເຮັດໃຫ້ບົດບາດ ແລະ ອິດທິພົນຂອງລາວໃນເວທີພາກພື້ນ ແລະ ສາກົນສູງເດັ່ນຂຶ້ນ.

ສຳລັບທິດທາງແຜນວຽກຈຸດສຸມໃນໄລຍະ 6 ເດືອນທ້າຍປີ 2025, ກອງປະຊຸມ ໄດ້ຊີ້ນໍາຂະ ແໜງການ ແລະ ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ບັນດາວຽກງານສໍາຄັນ ດັ່ງນີ້:

1) ສືບຕໍ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ສຸມໃສ່ລົງກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕິດພັນວຽກງານ 3 ສ້າງ ໃຫ້ເຂັ້ມແຂງ; ແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມຕ່າງໆ ໃຫ້ຫຼຸດໜ້ອຍຖອຍລົງ; ສ້າງແຜນປ້ອງກັນຮັກສາຄວາມສະຫງົບ ແລະ ປອດໄພ ໃຫ້ແກ່ການຈັດງານສຳຄັນຂອງຊາດ ເປັນຕົ້ນ ໄລຍະສະເຫຼີມສະຫຼອງວັນສະຖາປານາ ສປປ ລາວ ຄົບຮອບ 50 ປີ, ງານມະຫາກໍາກິລາແຫ່ງຊາດ, ກອງປະຊຸມໃຫຍ່ 3 ຂັ້ນ ແລະ ອື່ນໆ.

2) ສືບຕໍ່ປັບປຸງກົງຈັກການຈັດຕັ້ງ ຕາມມະຕິ ຂອງຄະນະບໍລິຫານງານສູນກາງພັກ ເລກທີ 03/ຄບສພ ແລະ ມະຕິ ຂອງສະພາແຫ່ງຊາດ ເລກທີ 05/ສພຊ ໃນໜ້າວຽກທີ່ຍັງບໍ່ທັນສໍາເລັດ ໃຫ້ຖືກຕ້ອງໂປ່ງໃສ ແລະ ຮັບປະກັນຄວາມສະຫງົບ. ໃນນັ້ນ, ໃຫ້ສຸມໃສ່ຮ່າງດຳລັດ ວ່າດ້ວຍພາລະບົດບາດ, ສິດ ແລະ ໜ້າທີ່, ທັງກຳນົດຕຳແໜ່ງງານ ແລະ ຊັບຊ້ອນຈັດວາງພະນັກງານ ຂອງບັນດາກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ທີ່ໄດ້ປັບປຸງກົງຈັກຄືນໃໝ່ນັ້ນ ໃຫ້ສຳເລັດຕາມແຜນກຳນົດ. ພ້ອມນີ້, ກໍ່ສືບຕໍ່ກະກຽມດຳເນີນກອງປະຊຸມໃຫຍ່ ຂອງບັນດາອົງຄະນະພັກກະຊວງ, ອົງການ ແລະ ທ້ອງຖິ່ນ ເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIIຂອງພັກ.

3) ກະກຽມສະເຫຼີມສະຫຼອງ ວັນສຳຄັນທາງປະຫວັດສາດ: ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໃຫ້ບັນລຸໄດ້ຈຸດປະສົງລະດັບຄາດໝາຍ ບົນຈິດໃຈປະຢັດມັດທະຍັດ ທັງໃຫ້ມີເນື້ອໃນ ແລະ ເປັນຂະບວນຟົດຟື້ນ.

4) ສືບຕໍ່ສຸມໃສ່ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຕາມແຜນວຽກຂອງຄະນະສະເພາະກິດ 19/ກມສພ. ໃນນີ້, ສຸມໃສ່ການຊໍາລະໜີ້ສິນຕ່າງປະເທດໃຫ້ທັນຕາມກຳນົດ; ການຜະລິດເປັນສິນຄ້າທົດແທນການນຳເຂົ້າ ແລະ ສົ່ງອອກ; ຄົ້ນຄວ້າມາດຕະການຮັບມືຕໍ່ກັບສະພາບຄວາມສ່ຽງດ້ານນ້ຳມັນເຊື້ອໄຟໃນຕໍ່ໜ້າ.

5) ສຸມໃສ່ສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດແຜນ 5 ປີ ຄັ້ງທີ IX (2021-2025) ແລະ ແຜນການປະຈໍາປີ 2025 ຕິດພັນກັບການສະຫຼຸບການຈັດຕັ້ງປະຕິບັດ 02 ວາລະແຫ່ງຊາດ; ສືບຕໍ່ຮ່າງ ແຜນ5ປີ ຄັ້ງທີX (2026-2030)ແລະ ແຜນການ ປະຈໍາປີ 2026 ໃຫ້ມີເນື້ອໃນຄົບຖ້ວນສົມບູນ ເພື່ອລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ10ຂອງສະພາແຫ່ງຊາດ ຊຸດທີIX.

6) ສືບຕໍ່ຄົ້ນຄວ້າການປະຕິບັດມາດຕະການຕົວຈິງ ຕາມທິດຊີ້ນຳຂອງກົມການເມືອງ ແລະ ກອງປະຊຸມລັດຖະບານເປີດກວ້າງຄັ້ງນີ້ ເພື່ອແກ້ໄຂບັນດາເປົ້າໝາຍ ທີ່ໄດ້ຮັບຜົນກະທົບ ຈາກການປັບໂຄງສ້າງລາຄາໄຟຟ້າ ເປັນຕົ້ນ ສຸມໃສ່ການເຈລະຈາລາຄາຊື້-ຂາຍໄຟຟ້າ ກັບຜູ້ພັດທະນາເຂື່ອນ ແລະ ຮີບຮ້ອນຫັນຮູບແບບການຈົດນັບຕົວເລກນຳໃຊ້ໄຟຟ້າ ແລະ ຈ່າຍຄ່າໄຟຟ້າເປັນທັນສະໄໝ ແລະ ອື່ນໆ. ພ້ອມນີ້, ໃຫ້ພາກສ່ວນກ່ຽວຂ້ອງເອົາໃຈໃສ່ກ່ຽວກັບການໂຄສະນາເຜີຍແຜ່ ໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບຄວາມພະຍາຍາມຂອງລັດຖະບານ ໃນການແກ້ໄຂບັນຫາດັ່ງກ່າວ ໂດຍຫັນປ່ຽນໃໝ່ວິທີການໂຄສະນາເຜີຍແຜ່ໃຫ້ເຂົ້າໃຈງ່າຍ ແລະ ທົ່ວເຖິງ.

7) ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດຄຳສັ່ງເລກທີ06/ນຍຂອງນາຍົກລັດຖະມົນຕີກ່ຽວກັບການແກ້ໄຂບັນຫາການລັກລອບຂຸດຄົ້ນແຮ່ທາດຕ່າງໆດ້ວຍຄວາມຮັບຜິດຊອບແລະຄວາມເປັນເຈົ້າການຂອງທຸກພາກສ່ວນທຸກຂັ້ນ; ແກ້ໄຂບັນຫາພາຫະນະນຳເຂົ້າບໍ່ຖືກຕ້ອງ ໃຫ້ຂາດຕົວ; ສະກັດກັ້ນການຄ້ານອກລະບົບ, ການລັກລອບນຳເຂົ້າສິນຄ້າຟູມເຟືອຍ, ສົ່ງເສີມສິນຄ້າທີ່ຜະລິດໄດ້ພາຍໃນ.

ສືບຕໍ່ສຸມໃສ່ຊຸກຍູ້ບັນດາໂຄງການກໍ່ສ້າງເສັ້ນທາງທີ່ສຳຄັນບູລິມະສິດ, ເສັ້ນທາງເປ່ເພຈາກໄພພິບັດ; ສຸມໃສ່ປັບປຸງບູລະນະ ແລະ ສ້ອມແປງເສັ້ນທາງຫຼວງແຫ່ງຊາດ ແລະ ທາງຫຼວງທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ໃຫ້ສອດຄ່ອງກັບມະຕິ ຂອງສະພາແຫ່ງຊາດ ວ່າດ້ວຍນະໂຍບາຍຊຸກຍູ້ສົ່ງເສີມ ການກໍ່ສ້າງ ແລະ ສ້ອມແປງທາງ ໃນໄລຍະໃໝ່ ສະບັບເລກທີ 165/ສພຊ.

9) ເອົາໃຈໃສ່ຕິດຕາມ ແລະ ເຝົ້າລະວັງບັນຫາໄພພິບັດ ທີ່ອາດຈະເກີດຂຶ້ນໃນລະດູຝົນ ລວມເຖິງກະກຽມແຜນຮັບມື-ແຜນຟື້ນຟູຮີບດ່ວນຫຼັງໄພພິບັດ; ບໍລິຫານຈັດການບັນດາອ່າງເກັບນ້ຳ ຢູ່ແຕ່ລະເຂື່ອນໄຟຟ້າໃຫ້ດີ.

10) ສືບຕໍ່ສຸມໃສ່ແກ້ໄຂບັນຫາເຄັ່ງຮ້ອນທາງສັງຄົມເປັນຕົ້ນການຂາດແຄນຄູສອນໂດຍຮີບຮ້ອນຄົ້ນຄວ້າ ໂກຕາຄູ ປີ 2025 ໃຫ້ຫຼາຍຂຶ້ນ; ແກ້ໄຂການປະລະການຮຽນ, ບັນຫາການຄຸ້ມຄອງແຮງງານ, ການຂາດແຄນແຮງງານ, ການແກ້ໄຂບັນຫາ ທີ່ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ພະນັກງານ-ທະຫານ, ຕຳຫຼວດ, ໃນນີ້ ໃຫ້ສຸມໃສ່ຄົ້ນຄວ້າປັບປຸງເງິນເດືອນ ແລະ ເງິນນະໂຍບາຍຕ່າງໆ ເພື່ອໃຫ້ໄດ້ເລີ່ມປະຕິບັດ ປີ 2026 ຕາມການຊີ້ນຳຂອງກົມການເມືອງສູນກາງພັກ.

11) ສືບຕໍ່ຕິດຕາມສະພາບການສາກົນ ແລະ ພາກພື້ນ ຢ່າງໃກ້ຊິດ; ກະກຽມໃຫ້ແກ່ການນຳຂັ້ນສູງຂອງພັກ-ລັດ ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ຕ່າງປະເທດ ທັງຜັນຂະຫຍາຍຜົນການໄປຢ້ຽມຢາມ ແລະ ເຮັດວຽກດັ່ງກ່າວ.

ວາລະທີ2. ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາ ການລາຍງານກ່ຽວກັບ: (1)ຜົນການທົບທວນຄືນການປັບຂຶ້ນລາຄາໄຟຟ້າ ແລະ ສະເໜີທິດທາງແກ້ໄຂໃນຕໍ່ໜ້າ;(2) ການຮັບມື ແລະ ທິດທາງແກ້ໄຂການຂຶ້ນພາສີຂອງສະຫະລັດອາເມລິກາ ຕໍ່ສປປ ລາວ 40%; (3) ສະພາບການຄຸ້ມຄອງລາຄາສິນຄ້າ ລວມທັງ ລາຄານໍ້າມັນເຊື້ອໄຟ; ການສົ່ງອອກສິນຄ້າລະດູຝົນ; ການປະຕິບັດກອງທຶນ ສົ່ງເສີມການຜະລິດສິນຄ້າຢູ່ ສປປ ລາວ.

ວາລະທີ3. ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາ ການລາຍງານແຜນ ແລະ ບັນຊີໂຄງການກໍ່ສ້າງ ແລະ ປັບປຸງເສັ້ນທາງ ທີ່ເປັນບູລິມະສິດ ໃນປີ2026 ແລະ ປີຕໍ່ໆໄປ ລວມທັງ ກົນໄກການປະຕິບັດກອງທຶນທາງ.

ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here