Friday, July 18, 2025
Homeທຸລະກິດເຊັນສັນຍາສໍາປະທານ ໂຄງການປູກກາເຟ, ຖົ່ວລຽນ ແລະ ບູເບີຣີ ຢູ່ບ້ານໜອງແລະ ເມືອງປາກຊ່ອງ

ເຊັນສັນຍາສໍາປະທານ ໂຄງການປູກກາເຟ, ຖົ່ວລຽນ ແລະ ບູເບີຣີ ຢູ່ບ້ານໜອງແລະ ເມືອງປາກຊ່ອງ

ວັນທີ​ 16​ ກໍລະກົດ​ 2025, ໄດ້ມີພິທີເຊັນສັນຍາສໍາປະທານ​ໂຄງການປູກກາເຟ, ຖົ່ວລຽນ ແລະ ບູເບີຣີ ໃນເນື້ອທີ່ 50,4 ເຮັກຕາ ຢູ່ບ້ານໜອງແລະ ເມືອງປາກຊ່ອງ ແຂວງຈຳປາສັກ ຂອງບໍລິສັດ ກະສິກຳ ລາວ​ – ຫວຽດ ຈຳກັດຜູ້ດຽວ.​ ພິທີຈັດຂຶ້ນຢູ່​ໂຮງແຮມຈໍາປາສັກແກຣນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ​ ທ່ານ​ ສົມບູນ​ ເຮືອງວົງສາ​ ຮອງເຈົ້າແຂວງ​ຈໍາປາສັກ​,​ ທ່ານ​ ​ບຸນມີ​ ຄໍາພິທູນ ຮອງຫົວໜ້າ​ພະແນກ​ແຜນການ​ ແລະ​ ການລົງທຶນ​ແຂວງ,​ ທ່ານ​ ຄໍາ​ ນິລາວົງ​ ວ່າການຫົວໜ້າ​ພະແນກ​ກະສິກຳ​ ແລະ​ ປ່າໄມ້​ແຂວງ,​ ທ່ານ​ ຄໍາ​ຂອດ​ ໝື່ນຫຼວງ ປະທານຄະນະກໍາມະການປົກຄອງເມືອງປາກຊ່ອງ, ທ່ານ ຫວໍ ວັນ​ ຫາຍ​ (Vo Van Hai) ຜູ້ອໍານວຍການໃຫຍ່​ ບໍລິສັດ​ ກະສິກຳ ລາວ​ – ຫວຽດ ຈຳກັດຜູ້ດຽວ.​ ມີການນໍາພະແນກການກົມກອງທີ່ກ່ຽວຂ້ອງອ້ອມຂ້າງແຂວງ,​ ການນໍາ​ຫ້ອງວ່າການແຂວງ,​ ການນໍາ​​ ແລະ​ ພະນັກງານ​ວິຊາການຂະແໜງສົ່ງເສີມການລົງທຶນ​ ເຂົ້າຮ່ວມເປັນສັກຂີພະຍານ.​

ພະແນກແຜນການ​ ແລະ​ ການລົງທຶນ​ແຂວງ​ ລົງນາມໂດຍ ທ່ານ​ ບຸນມີ​ ຄໍາພິທູນ ຮອງຫົວໜ້າ​ພະແນກ​ແຜນການ​ ແລະ​ ການລົງທຶນ​ແຂວງ.​ ບໍລິສັດ​ ກະສິກຳ ລາວ​ – ຫວຽດ ຈຳກັດຜູ້ດຽວ​ ລົງນາມ​ໂດຍທ່ານ​ ຫວໍ ວັນ​ ຫາຍ​ ຜູ້ອໍານວຍການບໍລິສັດ.​ ຝ່າຍອົງການປົກຄອງແຂວງ ລົງນາມເປັນພະຍານ ມີທ່ານ​ ຄໍາ​ ນີລາວົງ​ ວ່າການຫົວໜ້າ​ພະແນກ​ກະສິກໍາ ແລະ​ ປ່າໄມ້​ແຂວງ​,​ ທ່ານ​ ຄໍາ​ຂອດ​ ໝື່ນຫຼວງ ປະທານຄະນະກໍາມະການປົກຄອງເມືອງປາກຊ່ອງ.​ ໂຄງການປູກກາເຟ, ຖົ່ວລຽນ ແລະ ບຸເບີຣີ ໃນເນື້ອທີ່ 50,4 ເຮັກຕາ ຢູ່ບ້ານໜອງແລະ ເມືອງປາກຊ່ອງ ຂອງບໍລິສັດ ກະສິກຳ ລາວ​ – ຫວຽດ ຈຳກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາສໍາຫຼວດຄວາມເປັນໄປໄດ້ ຂອງໂຄງການ ໃນວັນທີ 7 ພຶດສະພາ 2025,​ ຜ່ານມາບໍລິສັດໄດ້ປະຕິບັດ ພັນທະຢ່າງຖືກຕ້ອງຄົບຖ້ວນຕາມບົດບັນທຶກຄວາມເຂົ້າໃຈ ຈົນກ້າວມາເຖິງການເຊັນສັນຍາສໍາປະທານໃນຄັ້ງນີ້ ເຊິ່ງບໍລິສັດໄດ້ມີຄວາມເອົາໃຈໃສ່ໃນການຈັດຕັ້ງປະຕິບັດໜ້າວຽກຂອງໂຄງການຕາມເງື່ອນໄຂບົດບັນທຶກຄວາມເຂົ້າໃຈໄດ້ເປັນຢ່າງດີ ເຮັດໃຫ້ສາມາດສໍາເລັດໄດ້ໂດຍໄວ ນັບແຕ່ວັນທີ່ເຊັນບົດບັນທຶກຄວາມເຂົ້າໃຈ ເຖິງປັດຈຸບັນ.​ ຜູ້ລົງທຶນແມ່ນບໍລິສັດ ກະສິກຳ ລາວ​ – ຫວຽດ ຈຳກັດຜູ້ດຽວ, ຮູບແບບການລົງທຶນ ຕ່າງປະເທດ 100% ຈາກ ສສ ຫວຽດນາມ, ທຶນຈົດທະບຽນທັງໝົດ 3 ລ້ານໂດລາສະຫະລັດ.​ ຈຸດປະສົງ​ ກໍເພື່ອຮັບປະກັນດ້ານສະບຽງອາຫານ​ -​ ໂພຊະນາການ​ ທັງເປັນສິນຄ້າພາຍໃນ ແລະ ສົ່ງອອກ ຕາມທິດປູກຝັງທັນສະໄໝ, ສະອາດ, ປອດໄພ, ໃສ່ໃຈຄຸນນະພາບ, ໝັ້ນຄົງ ແລະ ຍືນຍົງ.

ການເຊັນສັນຍາ​ ຄັ້ງນີ້​ ແມ່ນປະຕິບັດຕາມຂໍ້ຕົກລົງຂອງເຈົ້າແຂວງຈໍາປາສັກ​ ເລກທີ 822/ຈຂ.ຈສ, ວັນທີ 14 ກໍລະກົດ 2025​ ວ່າດ້ວຍການມອບສິດໃຫ້ພະແນກແຜນການ ແລະ ການລົງທຶນແຂວງ ຕາງໜ້າໃຫ້ອົງການປົກຄອງແຂວງ ເຊັນສັນຍາສຳປະທານ ໂຄງການປູກກາເຟ, ຖົ່ວລຽນ ແລະ ບູເບີຣີ ຢູ່ບ້ານໜອງແລະ ເມືອງປາກຊ່ອງ ກັບ ບໍລິສັດ ກະສິກຳ ລາວ​ – ຫວຽດ ຈຳກັດຜູ້ດຽວ ເຊິ່ງຈະເລີ່ມຈັດຕັ້ງປະຕິບັດ ນັບແຕ່ມື້ເຊັນສັນຍາສໍາປະທານເປັນຕົ້ນໄປ.​

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments