Saturday, July 12, 2025
Homeຂ່າວໜ້າໜຶ່ງນາຍົກລັດຖະມົນຕີ ຕ້ອນຮັບຮອງນາຍົກລັດຖະມົນຕີຫວຽດນາມ

ນາຍົກລັດຖະມົນຕີ ຕ້ອນຮັບຮອງນາຍົກລັດຖະມົນຕີຫວຽດນາມ

ໃນວັນທີ 9 ກໍລະກົດ 2025, ທີ່ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ຈີ້ ຢຸງ ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 9-11 ກໍລະກົດ 2025.

ໃນໂອກາດນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້, ເປັນຄັ້ງທໍາອິດພາຍຫລັງທີ່ ສະຫາຍ ຫງວຽນ ຈີ້ ຢຸງ ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນເດືອນກຸມພາ 2025 ທີ່ຜ່ານມາ ທັງເປັນການປະກອບສ່ວນ ອັນສໍາຄັນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ລາວ-ຫວຽດນາມ ແລະ ທັງເປັນການຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຂອງສອງກົມການເມືອງ ກໍຄື ຜົນຂອງກອງປະຊຸມຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ຄັ້ງທີ 47. ພ້ອມນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ຝາກຄໍາຢື້ຢາມຖາມຂ່າວອັນອົບອຸ່ນໄປຍັງ ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ກໍຄື ຄະນະລັດຖະບານຫວຽດນາມ ທຸກທົ່ວໜ້າ.

ສອງຝ່າຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາຜົນສໍາເລັດໃນການພັດທະນາເສດຖະກິດ-ສັງຄົມ ທີ່ສອງປະເທດຍາດມາໄດ້ ໂດຍສະເພາະຜົນສໍາເລັດ ດ້ານການປັບປຸງກົງຈັກການຈັດຕັ້ງຈາກສູນກາງຮອດທ້ອງຖິ່ນ ກໍຄື ຜົນສໍາເລັດຂອງການພົວພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ເຫັນໄດ້ວ່າ ສອງຝ່າຍສືບຕໍ່ມີການພົບປະ ແລະ ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນຂອງຄະນະຜູ້ແທນຂັ້ນຕ່າງໆ ຢ່າງເປັນປົກກະຕິ ແລະ ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືສອງຝ່າຍ ກໍມີຄວາມຄືບໜ້າໃນລະດັບດີສົມຄວນ ແລະ ມີບາງໂຄງການກໍຄາດວ່າຈະໃຫ້ສໍາເລັດໃນທ້າຍປີ 2025 ນີ້. ພິເສດ, ສອງຝ່າຍໄດ້ສໍາເລັດການເປີດທ່າທຽບເຮືອເລກ 3 ຂອງທ່າເຮືອຫວຸ່ງອ່າງ 1, 2, 3 ທີ່ເປັນເຫດການທີ່ສໍາຄັນ ແລະ ມີຄວາມໝາຍທາງປະຫວັດສາດຂອງການພົວພັນຮ່ວມມືຂອງສອງປະເທດ.

ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນການພົບປະເຮັດວຽກ ລະຫວ່າງ ສະຫາຍ ຮອງນາຍົກລັດຖະມົນຕີ ຫງວຽນ ຈີ້ ຢຸງ ແລະ ສະຫາຍ ຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ເຊິ່ງສອງຝ່າຍໄດ້ທົບທວນ ແລະ ຕີລາຄາຄືນການຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຂອງສອງກົມການເມືອງ ກໍຄື ຜົນຂອງກອງປະຊຸມຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ຄັ້ງທີ 47 ແລະ ວາງທິດທາງແຜນການຮ່ວມມືໃນອີກ 6 ເດືອນທ້າຍປີ 2025 ນີ້. ສະຫາຍ ສອນໄຊ ສີພັນດອນ ໄດ້ສະເໜີໃຫ້ສອງຝ່າຍ ສືບຕໍ່ຊຸກຍູ້ບັນດາໂຄງການທີ່ພວມຈັດຕັ້ງປະຕິບັດ ແລະ ຍັງຄົງຄ້າງຢູ່ ໃຫ້ສໍາເລັດຕາມຄາດໝາຍ ແລະ ສືບຕໍ່ເພີ່ມທະວີການຮ່ວມມື ໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການພັດທະນາເສດຖະກິດ ແລະ ການປັບປຸງການຮ່ວມມືດ້ານພະລັງງານໄຟຟ້າ ໂດຍສະເພາະປັບປຸງສັນຍາຮ່ວມມືຕ່າງໆ ໃຫ້ມີຄວາມເໝາະສົມຂຶ້ນຕື່ມ, ເພີ່ມທະວີການການຄ້າ-ການລົງທຶນ ໃຫ້ຫລາຍຂຶ້ນໃນອີກ 5 ປີຕໍ່ໜ້າ, ການເຊື່ອມໂຍງພື້ນຖານເສດຖະກິດ ໂດຍເລີ່ມຈາກການເຊື່ອມໂຍງພື້ນຖານໂຄງລ່າງ ແລະ ການເງິນການທະນາຄານ, ສືບຕໍ່ຮັກສາການໄປມາຫາສູ່ ລະຫວ່າງຄະນະຜູ້ແທນຂັ້ນຕ່າງໆ ເພື່ອກະກຽມຮອບດ້ານໃຫ້ແກ່ການສະເຫລີມສະຫລອງວັນສໍາຄັນຕ່າງໆຂອງສອງພັກ-ສອງລັດ ໃນປີ 2025 ນີ້.

ໃນຂະນະດຽວກັນ, ສະຫາຍ ຫງວຽນ ຈີ້ ຢຸງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ແລະ ໄດ້ນໍາເອົາຄໍາຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ສະໜິດສະໜົມຂອງ ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ມາຍັງ ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ກໍຄື ມາຍັງຄະນະລັດຖະບານ ສປປ ລາວ ພ້ອມທັງໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຂອງສອງກົມການເມືອງ ກໍຄື ຜົນຂອງກອງປະຊຸມຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ຄັ້ງທີ 47 ໃຫ້ປະກົດຜົນເປັນຮູບປະທໍາ ທັງເພື່ອຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ ລາວ-ຫວຽດນາມ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ

ພາບ: ຂ່າວສານຫວຽດນາມ ປະຈໍາລາວ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments