ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້ວ່າ: ທ່ານ ແອຣລັງກາ ຮາຣຕາຣໂຕ ລັດຖະມົນຕີປະສານງານດ້ານເສດຖະກິດຂອງອິນໂດເນເຊຍ ກ່າວວ່າ: ລັດຖະບານອິນໂດເນເຊຍ ວາງແຜນທີ່ຈະປັບປຸງລະບົບບໍລິຫານ ແລະ ລະບຽບການຕ່າງໆ ເພື່ອຫຼຸດຄ່າໃຊ້ຈ່າຍໃນການຂົນສົ່ງ ແລະ ເພີ່ມຂີດຄວາມສາມາດໃນການແຂ່ງຂັນຂອງຜະລິດຕະພັນອິນໂດເນເຊຍ ໃນຕະຫຼາດສາກົນ.
ທ່ານ ຮາຣຕາຣໂຕ ເນັ້ນໜັກເຖິງຄວາມມຸ່ງໝັ້ນຂອງລັດຖະບານໃນການຊຸກຍູ້ການສົ່ງອອກ ຊຶ່ງໄດ້ຊ່ວຍໃຫ້ອິນໂດເນເຊຍຮັກສາການເກີນດຸນການຄ້າໃນຊຸມປີມໍ່ໆມານີ້. ໂດຍຍຸດທະສາດທີ່ສໍາຄັນແມ່ນການຫຼຸດຜ່ອນຄ່າໃຊ້ຈ່າຍດ້ານການຂົນສົ່ງເພື່ອປັບປຸງປະສິດທິພາບເສດຖະກິດໂດຍລວມ ຊຶ່ງຄາດວ່າຈະຫຼຸດລົງຈາກປັດຈຸບັນ ປະມານ 14.5% ມາເປັນ 12.5% ແລະ ໃນທີ່ສຸດໃຫ້ເຫຼືອ 8%.
ທ່ານ ຮາຣຕາຣໂຕ ລະບຸວ່າ: ປະເທດອາຊຽນສ່ວນໃຫຍ່ມີຄ່າໃຊ້ຈ່າຍດ້ານການຂົນສົ່ງໂຕເລກດຽວ ຊຶ່ງເນັ້ນ ໜັກວ່າອິນໂດເນເຊຍຕ້ອງດຳເນີນຕາມເພື່ອໃຫ້ຮັກສາທ່າແຮງການແຂ່ງຂັນເອົາໄວ້.
ນອກຈາກນີ້, ທ່ານ ຮາຣຕາຣໂຕ ກ່າວອີກວ່າ: ລັດຖະບານຈະເລີ່ມປະຕິບັດມາດຕະການຜ່ອນຜັນຂໍ້ບັງຄັບນັບແຕ່ເດືອນພະຈິກເປັນຕົ້ນໄປ ເພື່ອຫຼຸດຄວາມຫຍຸ້ງຍາກຂອງກົດລະບຽບຕ່າງໆ ແລະ ລຶບລ້າງນະໂຍບາຍທີ່ຂັດຂວາງປະ ສິດທິພາບ, ທ່ານກ່າວຕື່ມວ່າ: ລັດຖະບານຈະກໍານົດຜະລິດຕະພັນທີ່ມີຄ່າໃຊ້ຈ່າຍທາງດ້ານການຂົນສົ່ງສູງໂດຍສະເພາະ ແລະ ພະຍາຍາມຫຼຸດຄ່າໃຊ້ຈ່າຍຂອງຜະລິດຕະພັນດັ່ງກ່າວ.