ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ໄດ້ແຈ້ງໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ຈະທົດລອງເປີດນໍາໃຊ້ລະບົບເກັບເງິນຄ່າຈອດລົດແບບອັດຕະໂນມັດຢູ່ສະຖານີລົດໄຟນະຄອນຫລວງວຽງຈັນ ໃນລະຫວ່າງ ເດືອນສິງຫາ ເຖິງເດືອນກັນຍາປີນີ້ ເພື່ອຍົກສູງຄວາມໂປ່ງໃສ ແລະ ປະສິດທິພາບໃນການຄຸ້ມຄອງການຈອດລົດຢູ່ສະຖານີລົດໄຟດັ່ງກ່າວ. ປັດຈຸບັນ, ທາງລົດໄຟລາວ-ຈີນ ໄດ້ເປີດໃຫ້ບໍລິການຢູ່ 10 ສະຖານີ ແຕ່ນະຄອນຫລວງວຽງຈັນ ຮອດບໍ່ເຕ່ນ, ໃນນັ້ນ ມີ 6 ສະຖານີ ໄດ້ເກັບເງິນຄ່າຈອດລົດໂດຍຜ່ານປະຕູທາງເຂົ້າ. ເຖິງວ່າສະຖານີລົດໄຟຕ່າງໆ ໄດ້ສະໜອງການບໍລິການຈອດລົດໂດຍບໍ່ເສຍຄ່າໃນເບື້ອງຕົ້ນກໍຕາມ, ແຕ່ພາຍຫລັງເປີດໃຫ້ບໍລິການເປັນເວລາ 11 ເດືອນ, ບໍລິສັດທາງລົດໄຟລາວ-ຈີນ ໄດ້ນໍາໃຊ້ລະບຽບການເກັບເງິນຢ່າງເປັນທາງການເພື່ອປັບປຸງການຄຸ້ມຄອງການສັນຈອນໃຫ້ດີຂຶ້ນ ແລະ ເພີ່ມທະວີວຽກງານຄວາມປອດໄພ. ນອກນີ້ ບໍລິສັດທາງລົດໄຟລາວ-ຈີນ ພວມພິຈາລະນາ ປັບຫລຸດຄ່າຈອດລົດ ສໍາລັບລົດເກັງຈາກ 10.000 ກີບຕໍ່ຄັນ ຕໍ່ຄັ້ງ ໃນເມື່ອກ່ອນ ມາເປັນ 5.000 ກີບ, ແຕ່ແຜນການດັ່ງກ່າວຍັງບໍ່ທັນໄດ້ຮັບການອະນຸມັດໃນຂັ້ນຕອນສຸດທ້າຍເທື່ອ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ