Monday, July 7, 2025
Homeທຸລະກິດປູກໝາກນັດ ຂາຍສ້າງລາຍຮັບເພີ່ມໃຫ້ປະຊາຊົນບ້ານຫ້ວຍດິນຈີ

ປູກໝາກນັດ ຂາຍສ້າງລາຍຮັບເພີ່ມໃຫ້ປະຊາຊົນບ້ານຫ້ວຍດິນຈີ

ແຫລ່ງຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ບ້ານຫ້ວຍດິນຈີ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເປັນບ້ານໜຶ່ງໃນການເຮັດອາຊີບການກະເສດ ເປັນຕົ້ນ ເຮັດນາປູກເຂົ້າ, ປູກຢ່າງພາລາ, ໝາກກ້ຽງ ແລະ ປູກພືດຊະນິດຕ່າງໆ. ນອກນັ້ນປະຊາຊົນ ພາຍໃນບ້ານ ຍັງໄດ້ປູກໝາກນັດເປັນອາຊີບເສີມ, ເຊິ່ງໃນປີໜຶ່ງສາມາດສ້າງລາຍຮັບ ຈາກການຂາຍໝາກນັດໄດ້ເຖິງ 35 ລ້ານກີບຕໍ່ລະດູການ.

ປັດຈຸບັນທົ່ວບ້ານຫ້ວຍດິນຈີ ມີເນື້ອທີ່ປູກໝາກນັດ 34,85 ເຮັກຕາ, ມີ 40 ຄອບຄົວ. ການຜະລິດໝາກນັດມີ 2 ລະດູການ ຄື: ຜະລິດໃນລະດູການ ແລະ ນອກລະດູການ, ການຜະລິດໝາກນັດໃນລະດູ ລາຄາແມ່ນບໍ່ຄອຍດີປານໃດ ເນື່ອງຈາກເປັນລະດູຝົນ, ຜົນຜະລິດມີຫລາຍ ແລະ ຍັງມີບ້ານອື່ນກໍສາມາດຜະລິດໄດ້ເຊັ່ນກັນ, ເຊິ່ງເກັບກ່ຽວຜົນຜະລິດໃນລະດູດຽວກັນ ແລະ ໄດ້ຂາຍໃນໄລຍະເດືອນ ມິຖຸນາ ຫາເດືອນ ສິງຫາ, ລາຄາຂາຍປະມານໜ່ວຍລະ 5.000 ກີບ ຫາ 15.000 ກີບ, ຂຶ້ນກັບຂະໜາດຂອງໜ່ວຍ. ການຜະລິດໝາກນັດນອກລະດູການ ມີ 38 ຄອບຄົວ, ໃນເນື້ອທີ່ 4,6 ເຮັກຕາ, ຜົນຜະລິດຈະເກັບກ່ຽວ ແລະ ຂາຍໃນໄລຍະເດືອນມີນາ ຫາເດືອນພຶດສະພາ ເປັນລະດູແລ້ງ ຄວາມຕ້ອງການຂອງຕະຫລາດຫລາຍ ຈຶ່ງເຮັດໃຫ້ລາຄາໝາກນັດມີລາຄາສູງ ຜົນຜະລິດນອກລະດູປະມານ 15.000 ໜ່ວຍຕໍ່ເຮັກຕາ ສະເລຍລາຄາຂາຍປະມານ 10.000 ກີບ ຫາ 20.000 ກີບຕໍ່ໜ່ວຍ, 1 ເຮັກຕາສາມາດຂາຍໄດ້ 60-70 ລ້ານກີບຕໍ່ລະດູການ.

ຄອບຄົວ ທ່ານ ດາເຊຍ ທໍ່ ຫົວໜ້າກຸ່ມປູກໝາກນັດ ບ້ານຫ້ວຍດິນຈີ ເມືອງຫ້ວຍຊາຍ ໃຫ້ຮູ້ວ່າ: ຄອບຄົວຂອງຕົນ ເລີ່ມຕົ້ນປູກນັດແຕ່ປີ 2019 ໃນເນື້ອທີ່ 1 ເຮັກຕາ ໃນນັ້ນ, ປູກໝາກນັດນອກລະດູ ໃນເນື້ອທີ່ 4.800 ຕາແມັດ, ພາຍໃນຄອບຄົວມີສະມາຊິກ 10 ຄົນ ມີແຮງງານ 4 ຄົນ, ໃນໜຶ່ງປີສາມາດສ້າງລາຍຮັບ ຈາກການຂາຍໝາກນັດໄດ້ 35 ລ້ານກີບຕໍ່ລະດູການ. ນອກນັ້ນ, ຕົນເອງຍັງເຮັດນາປູກເຂົ້າ ແລະ ປູກຢາງພາລານໍາອີກ. ພ້ອມທັງໄດ້ສະເໜີໃຫ້ພັກ-ລັດຖະບານ ກໍຄືພາກສ່ວນທີ່ກ່ຽວຂ້ອງ ຈົ່ງຊ່ວຍຊຸກຍູ້ ແລະ ຊອກຕະຫລາດສົ່ງອອກຜົນຜະລິດ ເນື່ອງຈາກປັດຈຸບັນໝາກນັດ ຢູ່ແຂວງບໍ່ແກ້ວແມ່ນມີຫລາຍ ຈຶ່ງເຮັດໃຫ້ລາຄາຂ້ອນຂ້າງຕໍ່າ.

ທ່ານ ສົມຊາຍ ຕັງມີຈິດ ຮອງຫົວໜ້າໜ່ວຍງານປູກຝັງ ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງຫ້ວຍຊາຍ ໄດ້ກ່າວວ່າ: ຜ່ານມາທາງຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ ໄດ້ລົງຊຸກຍູ້ສົງເສີມການຜະລິດໝາກນັດນອກລະດູ ຢູ່ເມືອງຫ້ວຍຊາຍ ໂດຍສະເພາະ ການປູກພືດເປັນສິນຄ້າ ວິຊາການກໍໄດ້ລົງຊຸກຍູ້ສົ່ງເສີມແຕ່ລະກຸມບ້ານ ເພື່ອແນະນໍາ, ເຕັກນິກ ວິທີການປູກ ໂດຍສະເພາະ ການຜະລິດໝາກນັດນອກລະດູ ໃຫ້ປະຊາຊົນ ທົ່ວເມືອງຫ້ວຍຊາຍ ມີ 24 ບ້ານ, ມີ 131 ຄອບຄົວ, ໃນເນື້ອທີ່ 45,16 ເຮັກຕາ ໃນນັ້ນ, ຜະລິດໝາກນັດນອກລະດູມີ 11 ບ້ານ, ມີ 91 ຄອບຄົວ, ປູກໃນເນື້ອທີ່ 18,46 ເຮັກຕາ.

ຂ່າວ: ຄໍາເພັງ ສີສະຫວ່າງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments