ວິທະຍຸສາກົນ ແຫ່ງ ສປ ຈີນ ເມື່ອບໍ່ດົນມານີ້ ກອງປະຊຸມລະດັບກະຊວງຄັ້ງທີ 2 ລະຫວ່າງ ສປ ຈີນ-ມຽນມາ ແລະ ໄທ ກ່ຽວກັບ ການປາບປາມອາດຊະຍາກຳຫລອກລວງທາງໂທລະຄົມ ແລະ ອິນເຕີເນັດ ໄດ້ຈັດຂຶ້ນຢູ່ນະຄອນຫລວງເນປີດໍ ປະເທດ ມຽນມາ. ໃນກອງປະຊຸມດັ່ງກ່າວພາກສ່ວນທີ່ກ່ຽວຂ້ອງ ຈາກ 3 ປະເທດ ໄດ້ບັນລຸຄວາມເຫັນທີ່ເປັນເອກະພາບກັນຕ່າງໆ ກ່ຽວກັບການລົງເລິກ ການຮ່ວມມື ດ້ານວຽກງານ ປ້ອງກັນ ຄວາມສະຫງົບ ແລະ ການປະຕິ ບັດກົດໝາຍ, ຈະສືບຕໍ່ ຮ່ວມມືກັນ ປາບປາມອາຊະຍາກຳຫລອກລວງທາງໂທລະຄົມ ແລະ ອິນເຕີເນັດ ຢູ່ເມຍວາດີ ແລະ ແຫ່ງອື່ນໆ ຢ່າງເຂັ້ມງວດ, ປາບປາມເຂດນິຄົມຫລອກລວງທາງໂຄລະຄົມ ແລະ ອິນເຕີເນັດ ຢ່າງຮອບດ້ານ, ຈັບຜູ້ຕ້ອງຫາທີ່ກ່ຽວຂ້ອງກັບການຫລອກລວງ ທັງໝົດ, ເດັດຂາດກຳຈັດພື້ນຖານແຫ່ງອາດຊະຍາກຳທີ່ກ່ຽວຂ້ອງກັບການຫລອກລວງ, ປົກປ້ອງສິດຜົນປະໂຫຍດທີ່ຊອບດ້ວຍກົດໝາຍ ຂອງປະຊາຊົນ ໃນປະເທດຕ່າງໆ ຢ່າງແທ້ຈິງ. ນັບແຕ່ຕົ້ນປີນີ້ມາ, ພາກສ່ວນທີ່ກ່ຽວຂ້ອງຂອງ ສປ ຈີນ, ມຽນມາ ແລະ ໄທ ໄດ້ຮ່ວມມືກັນ ປາບປາມອາດຊະຍາກຳ ຫລອກລວງ ທາງໂທລະຄົນ ແລະ ອິນເຕີເນັດ ຢູ່ເຂດເມຍວາດີ ຢ່າງແຂງແຮງ, ໄດ້ຈັບຕົວ ແລະ ສົ່ງຄືນ ຜູ້ຕ້ອງຫາທີ່ກ່ຽວຂ້ອງກັບການຫລອກລວງຄົນສັນຊາດຈີນ ແບບລວມສູນ ຈຳນວນ 5.400 ກວ່າຄົນ, ເຊິ່ງຖືວ່າໄດ້ຮັບຜົນງານເປັນຢ່າງດີ.
(ບັນນາທິການຂ່າວ: ຕ່າງປະເທດ
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ