ລະຫວ່າງວັນທີ 5-6 ກໍລະກົດນີ້ ທີ່ເຮືອນຮັບແຂກເລກ 1 ຂອງແຂວງຄໍາມ່ວນ, ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກຜູ້ປະຈຳການຄະນະເລຂາທິການສູນກາງພັກຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານ ຢູ່ແຂວງຄໍາມ່ວນ, ໂດຍມີບັນດາທ່ານຄະນະປະຈຳພັກແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງເຈົ້າແຂວງຄໍາມ່ວນໄດ້ລາຍງານສະພາບໂດຍສັງເຂບວ່າ: ໄລຍະ 6 ເດືອນຕົ້ນປິຜ່ານມາ ໄດ້ມີຜົນສໍາເລັດທີ່ພົ້ນເດັ່ນໃນຫຼາຍດ້ານເປັນຕົ້ນແມ່ນ ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ວຽກງານພັດທະນາເສດຖະກິດ-ສັງຄົມຂອງແຂວງ,ການກະກຽມ ແລະ ຜົນສໍາເລັດການດຳເນີນກອງປະຊຸມຮາກຖານພັກ, ກອງປະຊຸມໃຫຍ່ອົງຄະນະພັກເມືອງ. ປັດຈຸບັນໄດ້ສໍາເລັດການເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງ100% ໃນ 10 ເມືອງ. ສໍາລັບ 2 ຄະນະພັກກອງບັນຊາການ ສໍາເລັດ 1 ກອງບັັນຊາການທະຫານແຂວງ, ຍັງກອງບັນຊາການ ປກສ ແຂວງ. ສ່ວນພະແນກການອ້ອມຂ້າງແຂວງມີ 17 ຄະນະພັກຮາກຖານ ແລະ 16 ໜ່ວຍພັກຮາກຖານ ສໍາເລັດແລ້ວ 9 ຄະນະພັກຮາກຖານ ແລະ 8 ໜ່ວຍພັກຮາກຖານ. ດ້ານອົງການຈັດຕັ້ງມະຫາຊົນແມ່ນສໍາເລັດແລ້ວ 100%.ກ່ຽວກັບການກະກຽມກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງ ແມ່ນໄດ້ດໍາເນີນໄປຕາມ 3 ດ້ານຄື: ດ້ານຂະບວນການ,ດ້ານກະກຽມເນື້ອໃນ ແລະດ້ານການກະກຽມບຸກຄະລາກອນ, ຄາດວ່າຈະໄດ້ດຳເນີນໃນວັນທີ 29-30 ກັນຍາ. ນອກນີ້, ຍັງມີວຽກງານການປັບປຸງກົງຈັກການຈັດຕັ້ງ, ການສ້າງຕັ້ງຕາແສງຂອງແຂວງ ແລະ ດ້ານວຽກງານອື່ນອີກ.

ທ່ານ ບຸນທອງ ຈິດມະນີ ໄດ້ມີຄໍາເຫັນຊີ້ນໍາມາຍັງຄະນະພັກ-ຄະນະນໍາຂອງແຂວງ ຊຶ່ງກ່ອນອື່ນທ່ານໄດ້ສະແດງຄວາມຊົມເຊີຍການນໍາທີ່ພ້ອມກັນຊີ້ນໍາ-ນໍາພາ ແລະ ຍາດມາໄດ້ຜົນງານການພັດທະນາຮອບດ້ານໃນລະດັບທີ່ດີ, ຄຽງຄູ່ກັບຜົນສໍາເລັດຍັງຈະຕ້ອງໄດ້ເອົາໃຈໃສ່ຕື່ມໃນຫຼາຍບັນຫາສໍາຄັນເປັນຕົ້ນແມ່ນ: ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ເອົາໃຈໃສ່ຕ້ານ-ມ້າງກົນອຸບາຍຕໍ່ອິດທິກຳລັງປໍລະປັກ, ພວກກຸ່ມຄົນບໍ່ຫວັງດີຕໍ່ພັກເຮົາ, ເອົາໃຈໃສ່ຕິດຕາມບໍ່ໃຫ້ເກີດມີບັນຫາສະພາບຕາມຊາຍແດນ, ສະພາບການຫຍໍ້ທໍ້ຕ່າງໆ ໃນສັງຄົມ ລວມທັງບັນຫາຢາເສບຕິດໃຫ້ລຸດໜ້ອຍຖອຍລົງ, ສືບຕໍ່ເພີ່ມທະວີການລົງຮາກຖານການເມືອງໃຫ້ເຂັ້ມແຂງ; ກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ໃຫ້ສຶບຕໍ່ປະຕິບັດບັນດາໂຄງການຕ່າງໆ ທັງພາກລັດ ແລະ ເອກະຊົນ ໂດຍສ້າງເງື່ອນໄຂເອື້ອຍອໍານວຍໃຫ້ເຂົາເຈົ້າມີຄວາມສະດວກໃນການດໍາເນີນຊຸກຍູ້ໃຫ້ເຂົາເຈົ້າມີການແຂ່ງຂັນ, ສໍາເລັດໄວ ແລະ ທັງມີຄຸນນະພາບ ເພື່ອດຶງດູດການລົງທຶນໃຫ້ຫຼາຍຂຶ້ນ ແນໃສ່ສ້າງລາຍຮັບເຂົ້າງົບປະມານໃຫ້ຫຼາຍ, ໃຫ້ສະຫຼຸບຄືນບັນດາຫົວໜ່ວຍວິສາຫະກິດຂະໜາດນ້ອຍ, ຂະໜາດກາງ ມີຫົວໜ່ວຍໃດທີ່ເຄື່ອນໄຫວໄດ້ດີຄວນສົ່ງເສີມ; ເອົາໃຈໃສ່ການຜະລິດລະດູຝົນໃຫ້ທັນລະດູຕິດພັນກັບການຕ້ານຖ້ວມ, ການປ້ອງກັນການລະບາດພະຍາດສັດ ແລະ ສຸມໃສ່ເປັນບູລິມະສິດສໍາຄັນໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ບັນຫາປະລະການຮຽນ; ເພື່ອກະກຽມຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ອົງຄະນະພັກແຂວງໃຫ້ສືບຕໍ່ປະຕິບັດ 3 ໜ້າວຽກຄືດັ່ງທ່ານເຈົ້າແຂວງໄດ້ລາຍງານ ແລະ ການກະກຽມສະເຫຼີມສະຫຼອງ 2 ວັນປະຫວັດສາດໃນຕໍ່ໜ້າຕ້ອງໃຫ້ຮັບປະກັນຄວາມສະຫງົບ100%; ພ້ອມນີ້ ໃຫ້ສືບຕໍ່ຊຸກຍູ້ບັນດາຮາກຖານ, ຂັ້ນເມືອງ ທີ່ສໍາເລັດກອງປະຊຸມໃຫຍ່ໃຫ້ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມຂອງເຂົາເຈົ້າເຂົ້າສູ່ຂະບວນການໂດຍໄວ.

ໂອກາດມາເຄື່ອນໄຫວຢ້ຽມຢາມແລະເຮັດວຽກຢູ່ແຂວງຄໍາມ່ວນ,ທ່ານຮອງປະທານປະເທດພ້ອມດ້ວຍຄະນະໄດ້ຢ້ຽມຢາມເບິ່ງໂຄງການກໍ່ສ້າງປ້ອງກັນຕະຝັ່ງເຈື່ອນແຄມຂອງເຂດວັດພະທາດສີໂຄດຕະບອງ. ໂດຍການພາທາງຂອງທ່ານເຈົ້າແຂວງຄຳມ່ວນ.
ໂຄງການກໍ່ສ້າງປ້ອງກັນຕະຝັ່ງເຈື່ອນແຄມແມ່ນໍ້າຂອງເຂດວັດພຣະທາດສີໂຄດຕະບອງເມືອງທ່າແຂກຊຶ່ງແມ່ນກຸ່ມບໍລິສັດດີເອັມຈຳກັດຜູ້ດຽວເປັນຜູ້ຮັບເໝົາກໍ່ສ້າງ, ເລີ່ມດໍາເນີນຈັດຕັ້ງປະຕິບັດນັບແຕ່ທ້າຍເດືອນເມສາ2025 ເປັນຕົ້ນມາມີລວງຍາວ180 ແມັດ, ກວ້າງ45,9 ແມັດ, ໄລຍະປະຕິບັດໂຄງການ24 ເດືອນ. ມູນຄ່າໃນການກໍ່ສ້າງ48 ຕື້ກວ່າກີບ, ໂດຍນໍາໃຊ້ງົບປະມານຮ່ວງເງິນເກີນແຜນປີ2024 ຂອງແຂວງຄໍາມ່ວນ. ມາຮອດປັດຈຸບັນມີຄວາມຄືບໜ້າປະມານ70% ຂອງແຜນການ
(ຂ່າວ: ມະນີວັນ)